ທ່ານຫວາງຢີ້ສົນທະນາທາງໂທລະສັບກັບລັດຖະມົນຕີການຕ່າງປະເທດຟີລິບປິນ

2023-12-21 15:35:11 cri

 


    ວັນທີ 20 ທັນວານີ້, ທ່ານຫວາງຢີ້ ກຳມະການກົມການເມືອງສູນກາງພັກຄອມມູນິດຈີນ, ລັດຖະມົນຕີກະຊວງການຕ່າງປະເທດຈີນໄດ້ສົນທະນາທາງໂທລະສັບກັບທ່ານ ເອັນຣິກ ມານາໂລ ລັດຖະມົນຕີກະຊວງການຕ່າງປະເທດຟີລິບປິນຕາມນັດ.

    ທ່ານຫວາງຢີ້ກ່າວວ່າ: ສາຍພົວພັນຈີນ-ຟີລິບປິນໃນປັດຈຸບັນນີ້ມີຄວາມຫຍຸ້ງຍາກຫຼາຍປະການ, ສາເຫດພື້ນຖານແມ່ນຟີລິບປິນໄດ້ປ່ຽນແປງຈຸດຢືນດ້ານນະໂຍບາຍ, ລະເມີດຄຳໝັ້ນສັນຍາຂອງຕົນ, ທ້າທາຍເກາະຜິດທາງທະເລຢ່າງບໍ່ຢຸດຢັ້ງ, ທຳລາຍຜົນປະໂຫຍດທີ່ເປັນທຳ ແລະ ຊອບດ້ວຍກົດໝາຍຂອງຈີນ. ທ່ານຫວາງຢີ້ໄດ້ແຈ້ງເຕືອນຟີລິບປິນຢ່າສືບຕໍ່ເດີນຕາມທິດທາງທີ່ຜິດພາດ, ຕ້ອງກັບຄືນສູ່ເສັ້ນທາງທີ່ຖືກຕ້ອງໂດຍໄວ.

    ທ່ານເອັນຣິກ ມານາໂລໄດ້ແນະນຳຄຳເຫັນຂອງຝ່າຍຟີລິບປິນກ່ຽວກັບເກາະເຢີນໄອ້ ແລະ ຫວັງວ່າຈະຄວບຄຸ້ມຂໍ້ຂັດແຍ້ງໃຫ້ດີດ້ວຍວິທີທາງທີ່ສອງຝ່າຍລ້ວນແຕ່ຮັບເອົາໄດ້, ຍິນດີເພີ່ມທະວີການສົນທະນາກັບຈີນດ້ວຍຄວາມຈິງໃຈ ແລະ ຮ່ວມກັນຊອກຫາວິທີແກ້ໄຂບັນຫາ.