ຈັດງານສັບປະດາວັດທະນະທຳຮູບເງົາຈີນ-ອາຊຽນ2023ຢູ່ນານນີງຈີນ,ຈຳນວນປະເທດທີ່ເຂົ້າຮ່ວມມີຫຼາຍທີ່ສຸດໃນປະຫວັດສາດ

2023-12-21 17:52:11 cri


   ງານສັບປະດາວັດທະນະທຳຮູບເງົາຈີນ-ອາຊຽນ2023ຈັດຂຶ້ນຢູ່ນະຄອນນານນີງເຂດປົກຄອງຕົນເອງເຜົ່າຈ້ວງກວາງຊີຈີນໃນຕອນຄ່ຳວັນທີ20ທັນວານີ້ ໂດຍມີ6ປະເທດໃນອາຊຽນຄື: ອິນໂດເນເຊຍ, ມາເລເຊຍ, ຟິລິບປິນ, ສິງກະໂປ, ໄທແລະຫວຽດນາມນຳເອົາຮູບເງົາມາເຂົ້າຮ່ວມງານ,ເຊິ່ງແມ່ນງານໜຶ່ງທີ່ມີປະເທດເຂົ້າຮ່ວມຫຼາຍທີ່ສຸດໃນປະຫວັດສາດ.

   ງານສັບປະດາວັດທະນະທຳຮູບເງົາຄັ້ງນີ້ໄດ້ອອກແຮງຊຸກຍູ້ໃຫ້ເຜີຍແຜ່ຮູບເງົາດີເດັ່ນຂອງຈີນໄປຕ່າງປະເທດ ທັງນຳເຂົ້າຮູບເງົາດີເດັ່ນຂອງປະເທດສະມາຊິກອາຊຽນເຂົ້າມາຈີນ, ສ້າງເວທີແລກປ່ຽນບຸກຄະລາກອນ, ເວທີເຕົ້າໂຮມເນື້ອໃນ, ເວທີບົ່ມເພາະໂຄງການຖ່າຍທຳຮ່ວມ ແລະອື່ນໆລະຫວ່າງຂະແໜງການຮູບເງົາຂອງຈີນກັບປະເທດສະມາຊິກອາຊຽນ, ຊຸກຍູ້ໃຫ້ສອງຝ່າຍມີການຮ່ວມມືທີ່ດີກວ່າເກົ່າໃນດ້ານຮູບເງົາໂທລະພາບ,ວິທະຍຸອອນລາຍ ແລະຂະແໜງການອື່ນໆ.