ພາຍຫຼັງສົນທະນາກັບຈີນ ຟີລິບປິນຄວນກັບຄືນສູ່ເສັ້ນທາງທີ່ຖືກຕ້ອງໄດ້ແລ້ວ

2023-12-22 15:33:48 cri

ວັນທີ 20 ທັນວານີ້, ທ່ານຫວາງຢີ້ ກຳມະການກົມການເມືອງສູນກາງພັກກອມມູນິດຈີນ ລັດຖະມົນຕີກະຊວງການຕ່າງປະເທດແຫ່ງ ສປ ຈີນໄດ້ໂທລະສັບລົມກັບທ່ານເອນຣີເກ ມານາໂລ ລັດຖະມົນຕີກະຊວງການຕ່າງປະເທດຟີລິບປິນຕາມການນັດໝາຍ. ພາຍໃຕ້ສະພາບການທີ່ການພົວພັນຈີນ-ຟີລິບປິນຕົກເຂົ້າໃນສະພາບຄວາມຫຍຸ້ງຍາກ ຍ້ອນບັນຫາທະເລຈີນໃຕ້, ການສົນທະນາຜ່ານທາງໂທລະສັບຄັ້ງນີ້ໄດ້ເຮັດໃຫ້ວົງການພາຍນອກສົນໃຈນຳເປັນຢ່າງສູງ.

ໃນການສົນທະນາຄັ້ງນີ້, ຝ່າຍຈີນຊີ້ອອກຢ່າງຈະແຈ້ງວ່າ, ຕົ້ນປາຍສາຍເຫດແມ່ນຍ້ອນວ່າຟີລິບປິນໄດ້ປ່ຽນແປງນະໂຍບາຍ ແລະ ຫຼັກໝັ້ນຂອງຕົນເອງ, ບໍ່ໄດ້ປະຕິບັດຕາມຄຳໝັ້ນສັນຍາຂອງຕົນທີ່ໃຫ້ໄວ້, ໄດ້ທ້າທາຍເກາະຜິດຢູ່ທະເລຈີນໃຕ້ເລື້ອຍໆ ແລະ ທຳລາຍຜົນປະໂຫຍດທີ່ຍຸຕິທຳ ແລະ ຖືກຕ້ອງຕາມກົດໝາຍຂອງຈີນ.

ຖືເອົາຫາດຕື້ນເຢິນອ້າຍເປັນຕົວຢ່າງ, ຫາດຕື້ນເຢິນອ້າຍແມ່ນພາກສ່ວນໜຶ່ງຂອງໝູ່ເກາະໜານຊາຂອງຈີນ ແລະ ແມ່ນດິນແດນຂອງຈີນ. ປີ 1999, ກຳປັ່ນຮົບຟີລິບປິນໄດ້ຕັ້ງໃຈເຂົ້າໄປ “ຄ້າງຄາ” ຢູ່ຫາດຕື້ນເຢິນອ້າຍຢ່າງຜິດກົດໝາຍ ເຊິ່ງໄດ້ລ່ວງລ້ຳອະທິປະໄຕເໜືອດິນແດນຂອງຈີນຢ່າງໜັກໜ່ວງ. ຟີລິບປິນເຄີຍໃຫ້ຄຳໝັ້ນສັນຍາຢ່າງເຄັ່ງຂຶມວ່າ, ຈະລາກແກ່ກຳປັ່ນຮົບດັ່ງກ່າວອອກໄປ. ແຕ່ກົງກັນຂ້າມນັບແຕ່ຕົ້ນປີນີ້ມາ, ຟີລິບປິນໄດ້ສົ່ງກຳປັ່ນປ້ອງກັນຄວາມປອດໄພ ແລະ ກຳປັ່ນຮົບລ່ວງເຂົ້າເຂດທະເລເຢິນອ້າຍຫຼາຍເທື່ອຢ່າງບັງອາດ ເພື່ອຂົນສົ່ງວັດສະດຸກໍ່ສ້າງໃຫ້ແກ່ກຳປັ່ນຮົບ ທີ່ “ຄ້າງຄາ” ຢູ່ຫາດຕື້ນເຢິນອ້າຍ ເຊິ່ງມີເຈດຕະນາຢາກຍຶດຄອງຫາດຕື້ນເຢິນອ້າຍຢ່າງຖາວອນ. ໃນຂະນະດຽວກັນ, ຟີລິບປິນຍັງໄດ້ສົມຮູ້ຮ່ວມຄິດກັບບາງປະເທດຕາເວັນຕົກເພື່ອໃຫ້ມີການແຊກແຊງເຂົ້າບັນຫາທະເລຈີນໃຕ້ ແລະ ເຈດຕະນາເຮັດໃຫ້ວົງການພາຍນອກເຂົ້າໃຈຜິດວ່າ, ຈີນໄດ້ຂົ່ມເຫັງປະເທດນ້ອຍ ໃນຖານະເປັນປະເທດໃຫຍ່.

ນັກວິເຄາະຊີ້ອອກວ່າ, ດ້ານໜຶ່ງ, ຢູ່ພາຍໃນປະເທດຟີລິບປິນມີສຽງຮຸນແຮງໃນບັນຫາທະເລຈີນໃຕ້ຢ່າງສະເໝີຕົ້ນສະເໝີປາຍ, ຜູ້ນຳຟີລິບປິນມີເຈດຈຳນົງຢາກຮັກສາອັດຕາການສະໜັບສະໜູນຂອງຕົນ ດ້ວຍການສະແດງທ່າທີທີ່ແຂງກະດ້າງໃນບັນຫານີ້. ອີກດ້ານໜຶ່ງ, ຄຽງຄູ່ກັບອາເມຣິກາ ແລະ ຟີລິບປິນເພີ່ມທະວີການຮ່ວມມືໃນຂົງເຂດການຮັກສາຄວາມໝັ້ນຄົງ ແລະ ຂົງເຂດອື່ນໆ, ນະໂຍບາຍຕໍ່ວຽກງານການຕ່າງປະເທດຂອງຟີລິບປິນໄດ້ເອນອຽງໄປຍັງອາເມຣິກາຢ່າງຈະແຈ້ງ.

ເມື່ອສັງເກດຈາກຜົນປະໂຫຍດຂອງຟີລິບປິນແລ້ວເຫັນວ່າ, ໃນຊຸມປີຜ່ານມາ, ການຮ່ວມມືຕົວຈິງຢ່າງຮອບດ້ານລະຫວ່າງຈີນ-ຟີລິບປິນ ໄດ້ນຳເອົາຜົນປະໂຫຍດຢ່າງຫຼວງຫຼາຍມາໃຫ້ແກ່ຟີລິບປິນຢ່າງແທ້ຈິງ. ຟີລິບປິນໄດ້ທ້າທາຍເກາະຜິດຢູ່ທະເລຈີນໃຕ້ເລື້ອຍໆ, ມີແຕ່ຈະເຮັດໃຫ້ທຳລາຍການຮ່ວມມືລະຫວ່າງຈີນແລະຟີລິບປິນ ແລະ ທຳລາຍຜົນປະໂຫຍດຂອງຟີລິບປິນເອງເທົ່ານັ້ນ. ໃນການສົນທະນາຄັ້ງນີ້, ຟີລິບປິນຫວັງວ່າ ຈະເພີ່ມທະວີການສົນທະນາກັບຝ່າຍຈີນ ແລະ ຮ່ວມກັນຊອກຫາວິທີແກ້ໄຂບັນຫາດ້ວຍກັນ. ຈີນຫວັງວ່າ ຟີລິບປິນຈະສາມາດກັບຄືນສູ່ເສັ້ນທາງທີ່ຖືກຕ້ອງ, ພະຍາຍາມຮ່ວມກັບຈີນ ແລະ ເປິກສາຫາລືກັນເພື່ອແກ້ໄຂບັນຫານຳກັນ. ສະຫຼຸບແລ້ວວ່າ, ການພົວພັນຈີນ-ຟີລິບປິນຈະຂະຫຍາຍໄປສູ່ທິດທາງໃດນັ້ນແມ່ນຂຶ້ນຢູ່ນຳຟີລິບປິນເປັນຜູ້ຕັດສິນໃຈເອົາເອງ.