ຜູ້ຊ່ຽວຊານຄັງປັນຍາຈີນ-ອາຊຽນຮ່ວມກັນເປິກສາຫາລືການເລັ່ງລັດຊຸກຍູ້ການຮ່ວມມືເສດຖະກິດສີຟ້າ

2023-12-22 15:56:27 cri

   “ເວທີເປິກສາຫາລືຄັງປັນຍາຈີນ(ໄຫຫຼຳ)-ອາຊຽນ2023ຈັດຂຶ້ນຢູ່ນະຄອນໄຫໂຂແຂວງໄຫຫຼຳຈີນໃນວັນທີ21ທັນວານີ້. ຜູ້ຊ່ຽວຊານທີ່ເຂົ້າຮ່ວມໄດ້ສະເໜີວ່າ: ບັນດາປະເທດຕ້ອງຮ່ວມກັນສ້າງການພົວພັນຄູ່ເສດຖະກິດສີຟ້າທີ່ຖືເອົາການພັດທະນາທາງທະເລແບບຍືນຍົງເປັນເປົ້າໝາຍ, ເລັ່ງລັດການຮ່ວມມືສີຟ້າລະຫວ່າງຈີນ-ອາຊຽນ,ຊຸກຍູ້ການຂຸດຄົ້ນຊັບພະຍາກອນທາງທະເລແບບຍືນຍົງ.

    ເວທີເປິກສາຫາລືຄັ້ງນີ້ດຳເນີນໄປເປັນເວລາ1ວັນ ພາຍໃຕ້ຫົວຂໍ້“ການຮ່ວມມືສີຟ້າຈີນ-ອາຊຽນ: ຢວ່າງບາດກ້າວໄປສູ່ທິດທາງພັດທະນາຮ່ວມກັນແລະຈະເລີນຮຸ່ງເຮືອງຮ່ວມກັນ”, ຜູ້ຊ່ຽວຊານແລະນັກວິຊາການ100ກວ່າທ່ານທີ່ມາຈາກ10ປະເທດແລະເຂດແຄວ້ນໄດ້ເຂົ້າຮ່ວມຜ່ານທາງອອນລາຍແລະອອຟລາຍ.