ທ່ານກ່າວຢູນລົງຢ້ຽມຢາມບຣູໄນ

2023-12-22 15:24:04 cri

 

   

    ໂດຍຕອບສະໜອງຕາມຄຳເຊີນຂອງສະມາຄົມມິດຕະພາບບຣູໄນ-ຈີນ, ທ່ານກ່າວຢູນລົງ ຮອງປະທານສະພາເປິກສາການເມືອງປະຊາຊົນແຫ່ງຊາດຈີນ, ຜູ້ອຳນວຍການໃຫຍ່ອົງການກອງທຶນພັດທະນາໂດຍສັນຕິຈີນ  ໄດ້ຢ້ຽມຢາມບຣູໄນລະຫວ່າງວັນທີ 21-22 ທັນວານີ້. 

    ໃນໄລຍະຢ້ຽມຢາມ, ທ່ານກ່າວຢູນລົງໄດ້ຕ້ອນຮັບການເຂົ້າພົບຂອງທ່ານອັບດູນ ມານາຟ ລັດຖະມົນຕີກະຊວງຊັບພະຍາກອນດັ້ງເດີມ ແລະ ການທ່ອງທ່ຽວບຣູໄນ ແລະ ທ່ານເສີນເຈ່ຍຝູ ປະທານສະມາຄົມບຣູໄນ-ຈີນ, ໂດຍໄດ້ແລກປ່ຽນຄວາມເຫັນກ່ຽວກັບການຊຸກຍູ້ສາຍພົວພັນຈີນ-ບຣູໄນ, ເພີ່ມທະວີການໄປມາຫາສູ່ກັນລະຫວ່າງປະຊາຊົນສອງປະເທດ ແລະ ການແລກປ່ຽນດ້ານວັດທະນະທຳລະຫວ່າງສອງຊາດ. ຝ່າຍບຣູໄນແຈ້ງໃຫ້ຮູ້ວ່າ: ບຣູໄນໄດ້ໃຫ້ຄວາມສຳຄັນເປັນຢ່າງສູງຕໍ່ການພັດທະນາສາຍພົວພັນກັບຈີນ, ຍິນດີສືບຕໍ່ເພີ່ມທະວີການຮ່ວມມືດ້ານເສດຖະກິດການຄ້າ,  ລົງເລິກການແລກປ່ຽນດ້ານວັດທະນະທຳ, ຕັ້ງໜ້າຊຸກຍູ້ການຮ່ວມກັນສ້າງ “ໜຶ່ງແລວໜຶ່ງເສັ້ນທາງ” ຢ່າງມີຄຸນນະພາບສູງ.