ທ່ານ ຫຼີສຽງ ຈະເຂົ້າຮ່ວມກອງປະຊຸມຜູ້ນຳການຮ່ວມມືແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງຄັ້ງທີ 4

2023-12-22 16:32:43 cri

      ວັນທີ 22 ທັນວານີ້, ທ່ານ ຫວ່າງເວີນປິ່ນ ໂຄສົກກະຊວງການຕ່າງປະເທດຈີນປະກາດວ່າ: ກອງປະຊຸມຜູ້ນຳການຮ່ວມມືແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງຄັ້ງທີ 4 ຈະຈັດຂຶ້ນຜ່ານທາງວິດີໂອໃນວັນທີ 25 ທັນວານີ້, ທ່ານ ຫຼີສຽງ ນາຍົກລັດຖະມົນຕີຈີນພ້ອມດ້ວຍຜູ້ນຳ 5 ປະເທດລຸ່ມແມ່ນ້ຳຂອງຄື: ກຳປູເຈຍ, ລາວ, ມຽນມາ, ໄທແລະຫວຽດນາມຈະເຂົ້າຮ່ວມກອງປະຊຸມ.