ນັກສຶກສາຕ່າງປະເທດ 150 ກວ່າຄົນທີ່ມາຈາກ 11 ປະເທດສະແດງຄວາມສາມາດຕ້ອນຮັບປີໃໝ່

2023-12-22 14:47:52 CRI

 

ຕອນຄ່ຳວັນທີ 21 ທັນວານີ້, ງານລາຕີສິລະປະວັດທະນະທຳຕ້ອນຮັບປີໃໝ່ 2024 ຂອງນັກສຶກສາຕ່າງປະເທດຢູ່ແຂວງຊ່ານຊີ່ພາຍໃຕ້ຫົວຂໍ້ “ຮັກຊ່ານຊີ່ ເຊື່ອມໂຍງມິດຕະພາບ” ໄດ້ຈັດຂຶ້ນຢູ່ມະຫາວິທະຍາໄລຊ່ານຊີ່, ມີນັກສຶກສາຕ່າງປະເທດ 150ກວ່າຄົນທີ່ມາຈາກລາວ, ປາກິດສະຖານ, ມົງໂກລີ, ບັງກະລາເດັດແລະອື່ນໆທັງໝົດ 11 ປະເທດໄດ້ສະແດງການຮ້ອງເພງ, ຟ້ອນ, ສະແດງງິ້ວແລະລະຄອນ, ສະແດງອາພອນເພດແລະອື່ນໆ, ໄດ້ສະແດງອອກເຖິງວັດທະນະທຳຈີນທີ່ມີເນື້ອໃນເລິກເຊິ່ງແລະວັດທະນະທຳໂລກທີ່ຫຼາກຫຼາຍສີສັນ.


 

ກິດຈະກຳດັ່ງກ່າວມີຈຸດປະສົງເພື່ອເພີ່ມທະວີຄວາມເຂົ້າໃຈລະຫວ່າງນັກສຶກສາຕ່າງປະເທດທີ່ມີວັດທະນະທຳແຕກຕ່າງກັນ, ເຮັດໃຫ້ນັກສຶກສາຕ່າງປະເທດເປັນທູດມິດຕະພາບທີ່ດີແລະເປັນຜູ້ເຜີຍແຜ່ວັດທະນະທຳ. ນາງສຸພາພັນ, ນັກສຶກສາຈາກປະເທດລາວບໍ່ພຽງແຕ່ໄດ້ເຂົ້າຮ່ວມການສະແດງອາພອນເພດເທົ່ານັ້ນ, ຍັງໄດ້ເຂົ້າຮ່ວມການຟ້ອນທີ່ມີຊື່ວ່າ “ບຸນບັ້ງໄຟລາວ-ໄທ” ທີ່ມີນັກສຶກສາໄທເຂົ້າຮ່ວມ.