ຈັດກິດຈະກຳສາຍຮູບເງົາຈີນ-ອາຊຽນຢູ່ນະຄອນນານນີງເຂດກວາງຊີຈີນ

2023-12-23 12:03:09 CRI


ກິດຈະກຳສາຍຮູບເງົາຈີນ-ອາຊຽນຄັ້ງທີ 7 ໄດ້ໄຂຂຶ້ນຢູ່ນະຄອນນານນີງ ເຂດປົກຄອງຕົນເອງເຜົ່າວ້າງກວາງຊີຈີນໃນຕອນຄ່ຳວັນທີ 22 ທັນວານີ້. ກິດຈະກຳຄັ້ງນີ້ໄດ້ຮິບໂຮມຮູບເງົາດີເດັ່ນຫຼາຍເລື່ອງຈາກຈີນ ອິນໂດເນເຊຍ ໄທ ຟີລິບປິນ ມາເລເຊຍ ສິງກະໂປ ຫວຽດນາມ ແລະປະເທດອື່ນໆ ເຊິ່ງໄດ້ດຶງດູດຜູ້ຊົມມາຊົມຮູບເງົາຢ່າງມ່ວນຊື່ນ.

ໃນປີມໍ່ໆມານີ້, ເຂດປົກຄອງຕົນເອງເຜົ່າວ້າງກວາງຊີ ແລະນະຄອນນານນີງໄດ້ຈັດກິດຈະກຳສາຍຮູບເງົາຈີນ-ອາຊຽຢ່າງຕໍ່ເນື່ອງ, ຮູບເງົາຈີນດີເດັ່ນຫຼາຍເລື່ອງໄດ້ສົ່ງອອກໄປໃຫ້ຜູ້ຊົມບັນດາປະເທດສະມາຊິກອາຊຽນມາຊົມ, ຮູບເງົາດີເດັ່ນຂອງບັນດາປະເທດສະມາຊິກອາຊຽນຫຼາຍເລື່ອງກໍໄດ້ນຳເຂົ້າມາສາຍຢູ່ຈີນ ເຊິ່ງໄດ້ເສີມຂະຫຍາຍບົດບາດອັນສຳຄັນຕໍ່ການຊຸກຍູ້ການແລກປ່ຽນດ້ານວັດທະນະທຳລະຫວ່າງຈີນ-ອາຊຽນ ແລະການເຊື່ອມຈິດເຊື່ອມໃຈລະຫວ່າງປະຊາຊົນຈີນ-ອາຊຽນ..