ວິສາຫະກິດຕ່າງປະເທດມາສ້າງໂຮງງານຢູ່ຈີນນັບມື້ນັບຫຼາຍກວ່າເກົ່າແມ່ນຍ້ອນຫຍັງ?

2023-12-24 16:06:14 cri

ອີງຕາມຂໍ້ມູນຫຼ້າສຸດສະແດງໃຫ້ເຫັນວ່າ: ໃນລະຫວ່າງເດືອນມັງກອນຫາເດືອນພະຈິກປີນີ້, ວິສາຫະກິດທີ່ລົງທຶນໂດຍຕ່າງປະເທດທີ່ສ້າງຕັ້ງໃໝ່ຢູ່ຈີນໄດ້ບັນລຸເຖິງ 48.078 ແຫ່ງ, ເພີ່ມຂຶ້ນ 36,2% ເມື່ອທຽບໃສ່ໄລຍະດຽວກັນຂອງປີຜ່ານມາ. ໃນສາຍຕາຂອງວົງການພາຍນອກ, ຄຽງຄູ່ກັບການເຕີບໂຕຂອງເສດຖະກິດໂລກຊ້າລົງ ແລະ ການແຂ່ງຂັນກັນດ້ານການເມືອງພູີ້ພາກຮຸນແຮງຂຶ້ນ, ຕະຫຼາດຈີນພວມມີກຳລັງດຶງດູດຫຼາຍກວ່າເກົ່າ, “ການລົງທຶນຢູ່ຈີນ” ເປັນກະແສຫຼັກ ແລະ ທ່ວງທ່າການພັດທະນາ.

ບໍ່ພຽງແຕ່ວິສາຫະກິດທີ່ມາຕັ້ງໂຮງງານຢູ່ຈີນຫຼາຍຂຶ້ນແລ້ວເທົ່ານັ້ນ, ໂຄງປະກອບຂອງການດຶງດູດທຶນຕ່າງປະເທດຂອງຈີນກໍໄດ້ຮັບການປັບປຸງໃຫ້ດີຂຶ້ນກວ່າເກົ່າ. ລະຫວ່າງເດືອນມັງກອນຫາເດືອນພະຈິກປີນີ້, ອຸດສາຫະກຳເຕັກໂນໂລຊີືນສະໄໝສາມາດດຶງດູດການລົງທຶນໄດ້ເຖິງ 386 ຕື້ 650 ລ້ານໂດລາ ເຊິ່ງສູງກວ່າລະດັບໃນໄລຍະດຽວກັນຂອງປີຜ່ານມາ. ມີນັກວິເຄາະຊີ້ອອກວ່າ ນີ້ສະແດງໃຫ້ເຫັນວ່າ: ວິສາຫະກິດທີ່ລົງທຶນຢູ່ຈີນກຳລັງພັດທະນາໄປທິດທາງທີ່ມີສ່ວນປະກອບດ້ານເຕັກໂນໂລຊີວິທະຍາສາດສູງ, ມີລະດັບເຕັກໂນໂລຊີສູງ ແລະ ຖືການຄົ້ນຄວ້າພັດທະນາເປັນຫຼັກ ເຊິ່ງສອດຄ່ອງກັບຄວາມຕ້ອງການດ້ານການພັດທະນາດ້ວຍຄຸນນະພາບສູງຂອງເສດຖະກິດຈີນ.

ນອກນີ້, ເມື່ອເບິ່ງຈາກແຫຼ່ງທີ່ມາຂອງທຶນຕ່າງປະເທດ, ການລົງທຶນຢູ່ຈີນຂອງປະເທດທີ່ພັດທະນາແລ້ວໄດ້ເພີ່ມຂຶ້ນຂ້ອນຂ້າງໄວ. ໃນນັ້ນ, ການລົງທຶນຢູ່ຈີນຂອງອັງກິດເພີ່ມຂຶ້ນ 93,9%, ຝຣັ່ງເພີ່ມຂຶ້ນ 93,2%, ໂຮນລັງເພີ່ມຂຶ້ນ 34,1%, ສະວິສເພີ່ມຂຶ້ນ 23,3%, ອົດສະຕຣາລີເພີ່ມຂຶ້ນ 14,3%. ພວກເຮົາສາມາດສັງເກດເຫັນວ່າ: ຖ້ອຍຄຳທີ່ເອີ້ນວ່າ “ທຶນຕ່າງປະເທດຖອນຕົວອອກຈາກຈີນ” ທີ່ເສກສັນປັ້ນແຕ່ງໂດຍສື່ມວນຊົນປະເທດຕາເວັນຕົກນັ້ນ ໄດ້ຖືກປະເທດຕາເວັນຕົກເອງຢືນຢັນວ່າເປັນຂ່າວປອມ.