ມາເລເຊຍເຫັນດີໃນດ້ານຫຼັກການໃນການຟື້ນຟູແຜນການທາງລົດໄຟຄວາມໄວສູງມາເລເຊຍ-ສິງກະໂປ

2023-12-24 15:04:37 cri

ວັນທີ 23 ທັນວານີ້, ທ່ານອັນວາ ບິນ ອິບຣາຮິມ ນາຍົກລັດຖະມົນຕີມາເລເຊຍປະກາດວ່າ: ລັດຖະບານມາເລເຊຍເຫັນດີໃນດ້ານຫຼັກການ ໃນການຟື້ນຟູດຳເນີນໂຄງການທາງລົດໄຟຄວາມໄວສູງທີ່ເຊື່ອມຕໍ່ນະຄອນຫຼວງກົວລາລຳເປີຂອງມາເລເຊຍກັບສິງກະໂປ.


ມາເລເຊຍ ແລະ ສິງກະໂປປະກາດແຜນການລົດໄຟຄວາມໄວສູງມາເລເຊຍ-ສິງກະໂປໃນເດືອນກຸມພາປີ 2013 ແລະ ໄດ້ເຊັນສັນຍາກັນໃນເດືອນທັນວາປີ 2016. ເດືອນມັງກອນປີ 2021, ສອງຝ່າຍໄດ້ອອກຖະແຫຼງການຮ່ວມ ໂດຍໄດ້ປະກາດຍົກເລີກໂຄງການລົດໄຟຄວາມໄວສູງດັ່ງກ່າວ, ສາເຫດແມ່ນຍ້ອນວ່າ ສອງຝ່າຍບໍ່ສາມາດກ້າວເຖິງຂັ້ນມີຄວາມເຫັນທີ່ເປັນເອກະພາບກັນ ກ່ຽວກັບການປັບປຸງໂຄງການກ່ອນເວລາກຳນົດ. ຈາກນັ້ນມາເລເຊຍໄດ້ຈ່າຍຄ່າຊົດເຊີຍໃຫ້ແກ່ສິງກະໂປຕາມສັນຍາ.