ຍອດການຈຳໜ່າຍປີ້ທັງໝົດຂອງທາງລົດໄຟຄວາມໄວສູງຈາກາຕາ-ບັນດຸງຂອງອິນໂດເນເຊຍແມ່ນຫຼາຍກວ່າ 1 ລ້ານປີ້

2023-12-25 11:50:52 cri

 

    ອີງຕາມຕົວເລກຈາກລະບົບການຈຳໜ່າຍປີ້ຂອງບໍລິສັດທາງລົດໄຟຄວາມໄວສູງອິນໂດເນເຊຍ-ຈີນສະແດງໃຫ້ເຫັນວ່າ: ນັບມາຮອດເວລາ 9 ໂມງຂອງວັນທີ 24 ທັນວານີ້, ຍອດການຈຳໜ່າຍປີ້ທັງໝົດຂອງທາງລົດໄຟຄວາມໄວສູງຈາກາຕາ-ບັນດຸງຂອງດິນໂດເນເຊຍແມ່ນຫຼາຍ ກວ່າ 1 ລ້ານປີ້. ທາງລົດໄຟຄວາມໄວສູງຈາກາຕາ-ບັນດຸງແມ່ນຈີນ ແລະ ອິນໂດເນເຊຍຮ່ວມມືກັນກໍ່ສ້າງ ແລະ ເປີດບໍລິການຢ່າງເປັນທາງການໃນວັນທີ 17 ຕຸລາປີນີ້, ອັດຕາການຈຳໜ່າຍປີ້ສະເລ່ຍແມ່ນ 90%.