ພາກໃຕ້ຂອງໄທປະສົບໄພນ້ຳຖ້ວມ ຫຼາຍໝື່ນຄົນຖືກຜົນກະທົບ

2023-12-26 11:39:53 CRI

    ວັນທີ 25 ທັນວານີ້, ສື່ມວນຊົນໄທລາຍງານວ່າ: ເກີດຝົນຕົກໜັກຢ່າງຕໍ່ເນື່ອງໃນ 2 ວັນຜ່ານມານີ້ ເຮັດໃຫ້ແຂວງນະຣາທິວາດແລະ ແຂວງຍະລາຢູ່ພາກໃຕ້ຂອງໄທເກີດໄພນ້ຳຖ້ວມ. ມາຮອດຕອນເຊົ້າວັນທີ 25 ທັນວານີ້,ຈຳນວນ 16 ເມືອງຢູ່ສອງແຂວງດັັ່ງກ່າວໄດ້ປະສົບໄພນ້ຳຖ້ວມ, ມີປະຊາຊົນເກືອບ 40.000 ຄົນຖືກຜົນກະທົບຢ່າງໜັກໜ່ວງ, ຫ້ອງຮຽນຂອງໂຮງຮຽນຫຼາຍແຫ່ງເປ່ເພເສຍຫາຍ, ເຮືອນຢູ່ ແລະເສັ້ນທາງຕ່າງໆຖືກນ້ຳຖ້ວມ.



    ພາກສ່ວນປ້ອງກັນໄພ ແລະ ຫຼຸດຜ່ອນໄພພິບັດຂອງໄທ ແລະ ອົງການປົກຄອງທ້ອງຖິ່ນກຳລັງກູ້ໄພຮ່ວມກັນ, ໃນຂະນະດຽວກັນຍັງໄດ້ປະເມີນຄວາມເສຍຫາຍຂອງປະຊາຊົນຜູ້ປະສົບໄພ ເພື່ອສະໜອງການຊ່ວຍເຫຼືອ ແລະຄ່າທົດແທນ.