ເປັນຫຍັງເຂົາເຈົ້າເລື່ອນເວລາ ຫຼື ປະລະການສ້າງໂຮງງານຢູ່ອາເມຣິກາ?

2023-12-26 16:18:40 cri

ໃນເດືອນມັງກອນປີນີ້, ບໍລິສັດ LG ຂອງ ສ ເກົາຫຼີ ໄດ້ຢຸດຕິແຜນການຮ່ວມມືກັບບໍລິສັດລົດຍົນ GM ຂອງອາເມຣິກາກ່ຽວກັບການສ້າງໂຮງງານແບດເຕີຣີຢູ່ອາເມຣິກາອອກໄປໂດຍບໍ່ມີເວລາກຳນົດ; ໃນເດືອນກໍລະກົດປີນີ້, ບໍລິສັດ TSMC ຂອງໄຕ້ຫວັນຈີນໄດ້ເລື່ອນເວລາເປີດການຜະລິດຢູ່ອາເມຣິກາອອກໄປຈົນເຖິງປີ 2025; ໃນເດືອນຕຸລາປີນີ້, ບໍລິສັດ Honda ຂອງຍີ່ປຸ່ນໄດ້ປະກາດຖອນຕົວອອກຈາກແຜນການຮ່ວມມືສຳລັບການຜະລິດລົດພະລັງງານໄຟຟ້າລາຄາຕ່ຳກັບບໍລິສັດລົດຍົນ GM ຂອງອາເມຣິກາ……ນັບແຕ່ຕົ້ນປີນີ້ເປັນຕົ້ນມາ, ວິສາຫະກິດທີ່ມີຊື່ສຽງໃນສາກົນຈຳນວນຫຼວງຫຼາຍໄດ້ພາກັນປະລະ ຫຼື ເລື່ອນເວລາແຜນໃນການສ້າງໂຮງງານຢູ່ອາເມຣິກາອອກໄປທັງນັ້ນ.

ເວົ້າສຳລັບວິສາຫະກິດແລ້ວ, ການສ້າງໂຮງງານຢູ່ບ່ອນໃດບ່ອນໜຶ່ງ ຕ້ອງໄດ້ມີການພິຈາລະນາຖີ່ຖ້ວນເຖິງຕົ້ນທຶນ ແລະ ຜົນກຳໄລ ພ້ອມດ້ວຍຕະຫຼາດ ແລະ ສະພາບແວດລ້ອມມະຫາພາກຂອງທ້ອງຖິ່ນນັ້ນ. ນອກນີ້, ຍັງຕ້ອງສັງເກດເບິ່ງການບໍລິການສົມຄູ່ກັນ, ການຈັດສັນປັດໄຈການຜະລິດ ແລະ ອື່ນໆອີກ ເຊິ່ງເປັນນະໂຍບາຍສຸຂຸມຮອບຄອບໂດຍຜ່ານການຄົ້ນຄວ້າພິຈາລະນາສັງລວມຢ່າງຮອບຄອບ.

ກ່ອນອື່ນຕ້ອງເບິ່ງຕົ້ນທຶນໃນການເປີດການຜະລິດ. CEO ຂອງ ບໍລິສັດ Honda ຂອງຍີ່ປຸ່ນກ່າວຢ່າງກົງໄປກົງມາວ່າ: ຕົ້ນທຶນເປັນປັດໄຈສຳຄັນທີ່ບໍລິສັດໄດ້ຕັດສິນໃຈປະລະການສ້າງໂຮງງານຢູ່ອາເມຣິກາ. ຜູ້ຊ່ຽວຊານທີ່ກ່ຽວຂ້ອງຊີ້ອອກວ່າ: ໃນດ້ານການຂຸດຄົ້ນວັດຖຸດິບ ແລະ ການປຸງແຕ່ງ, ອາເມຣິກາແມ່ນອາໄສການນຳເຂົ້າ. ນອກນີ້, ຕົ້ນທຶນໃນດ້ານພະລັງງານ, ທີ່ດິນ, ແຮງງານ ແລະ ປັດໄຈອື່ນໆແມ່ນຢູ່ໃນລະດັບສູງເກີນເທົ່າທີ່ຄວນ. ທັງໝົດເຫຼົ່ານີ້ໄດ້ເຮັດໃຫ້ລາຍຈ່າຍດ້ານການລົງທຶນຂອງວິສາຫະກິດເພີ່ມຂຶ້ນ.

ຕໍ່ຈາກນັ້ນຕ້ອງເບິ່ງຜົນກຳໄລຂອງການລົງທຶນ. ຖ້າຢາກໄດ້ຜົນກຳໄລຢ່າງຫຼວງຫຼາຍ, ວິສາຫະກິດຕ້ອງຕັ້ງເປົ້າໝາຍຫວັງຢາກມີຕະຫຼາດການບໍລິໂພກທີ່ເຂັ້ມແຂງຢ່າງແນ່ນອນ. ແຕ່ໃນເດືອນຕຸລາປີນີ້, ບໍລິສັດ Panasonic ຂອງຍີ່ປຸ່ນໄດ້ປະກາດວ່າ: ຄວາມຕ້ອງການຂອງທະວີບອາເມຣິກາເໜືອທີ່ມີຕໍ່ລົດພະລັງງານໄຟຟ້າໄດ້ມີກຳລັງຊື້ຫຼຸດຜ່ອນລົງ ພ້ອມທັງໄດ້ປັບຫຼຸດ 15% ຂອງການຄາດຄະເນຜົນກຳໄລຂອງສົກປີງົບປະມານໃນປີນີ້ຂອງພະແນກພະລັງງານທີ່ຜະລິດແບດເຕີຣີຂອງລົດ.

ສິ່ງທີ່ສຳຄັນກວ່ານັ້ນຄື: ເວົ້າສຳລັບວິສາຫະກິດແລ້ວ, ຖ້າໄດ້ມີການລົງທຶນແລ້ວ ກໍຕ້ອງຫວັງຢາກມີເສດຖະກິດມະຫາພາກ ແລະ ສະພາບແວດລ້ອມໃນການດຳເນີນທຸລະກິດທີ່ໝັ້ນທ່ຽງ ແລະ ມີຜົນດີຕໍ່ການພັດທະນາໃນໄລຍະຍາວ. ອີງຕາມສື່ມວນຊົນມາເມຣິກາລາຍງານວ່າ: ການເຈລະຈາລະຫວ່າງບໍລິສັດ LG ຂອງ ສ ເກົາຫຼີ ແລະ ບໍລິສັດລົດຍົນ GM ຂອງອາເມຣິກາຕົກຢູ່ໃນສະພາບທີ່ຍັງບໍ່ທັນລົງລອຍກັນເທື່ອ, ສາເຫດສ່ວນໜຶ່ງກໍຄື: ຜູ້ບໍລິຫານຂັ້ນສູງຂອງບໍລິສັດ LG ມີຄວາມເປັນຫ່ວງຕໍ່ເສດຖະກິດມະຫາພາກຂອງອາເມຣິກາ. ກ່ອນໜ້ານີ້ບໍ່ດົນ, ທະນາຄານກາງຂອງອາເມຣິກາໄດ້ປັບຫຼຸດ 0,1% ຂອງການຄາດຄະເນການເຕີບໂຕຂອງເສດຖະກິດອາເມຣິກາໃນປີ 2024 ໃຫ້ເປັນ 1,4%.

ບໍ່ສະເພາະແຕ່ແນວນັ້ນ, ອາເມຣິກາຍັງໄດ້ເຮັດໃຫ້ບັນຫາດ້ານເສດຖະກິດຫັນເປັນບັນຫາການເມືອງອີກ ໂດຍໄດ້ເພີ່ມມາດຕາ “ແບບປົກປ້ອງ” ປະເພດຕ່າງໆເຂົ້າໃນນະໂຍບາຍທີ່ກ່ຽວຂ້ອງ ເຊິ່ງໄດ້ກະທົບເຖິງຄວາມໝັ້ນໃຈ ແລະ ຄວາມກະຕືລືລົ້ນຂອງວິສາຫະກິດ. ຕໍ່ກັບຜົນກະທົບຕ່າງໆດັ່ງກ່າວ, ຕະຫຼາດມີການຕອບຮັບຄືແນວໃດ? ຄິດວ່າຜູ້ອ່ານອາດຈະຮູ້ຄຳຕອບແລ້ວ.