ໃຜເປັນມືມືດສ້າງເລື່ອງກ່ຽວກັບບັນຫາໃນທະເລຈີນໃຕ້

2023-12-26 10:41:54 cri

ຫວ່າງມໍ່ໆມານີ້, ຟີລິບປີນໄດ້ສ້າງເຫດການໃຫ້ເກີດຂຶ້ນຢູ່ທະເລຈີນໃຕ້ເລື້ອຍໆ, ແລະ ເມື່ອທຽບໃສ່ຫຼາຍປີຜ່ານມາ, ການກະທຳຂອງຟີລິບປີນຢູ່ທະເລຈີນໃຕ້ໃນປີນີ້ມີລັກສະນະທີ່ມີການສະແດງອອກມາຢ່າງຈະແຈ້ງ, ນັ້ນກໍຄືທຸກໆເທື່ອທີ່ຟີລິບປີນໄດ້ກໍ່ເລື່ອງກໍ່ລາວຢູ່ໃນທະເລຈີນໃຕ້ລ້ວນແຕ່ໄດ້ມີການຖ່າຍວິດີໂອກ່ຽວກັບການປະທະກັນລະຫວ່າງຟີລິບປີນກັບຈີນເປັນພິເສດ, ແລະ ນຳເອົາມາສ້າງເລື່ອງເກາະຜິດນຳຈີນດ້ວຍພາບວິດີໂອເຫຼົ່ານີ້.

ໂດຍຜ່ານການວິເຄາະຈາກເວລາທີ່ໄດ້ເຜີຍແຜ່ໃນເບື້ອງຕົ້ນຕໍ່ສື່ສັງຄົມອອນລາຍຕ່າງໆສາມາດພົບເຫັນວ່າ, ບັນຊີສື່ສັງຄົມອອນລາຍທີ່ມັກເຂົ້າຮ່ວມໃນການສ້າງບັນຫາຢູ່ໃນທະເລຈີນໃຕ້ຂອງຈີນສ່ວນຫຼາຍມາຈາກອາເມຣິກາທັງນັ້ນ. ນັບຕັ້ງແຕ່ລັດຖະບານຟີລິບປີນຊຸດໃໝ່ເຂົ້າມາບໍລິຫານປະເທດເມື່ອເດືອນມິຖຸນາ 2022 ຈົນເຖິງປັດຈຸບັນ, ສື່ມວນຊົນອາເມຣິກາໄດ້ມີການລາຍງານຂ່າວອອກມາ 17.000 ກວ່າເທື່ອກ່ຽວກັບບັນຫາທະເລຈີນໃຕ້, ຄືສະເລ່ຍແລ້ວແມ່ນເກືອບເພີ່ມຂຶ້ນເປັນສອງເທົ່າຂອງຈຳນວນການລາຍງານຂ່າວໃນປີກ່ອນ ແລະ ປີກາຍນີ້ສອງປີ. ເມື່ອພວກເຮົາມາເບິ່ງວັນເວລາທີ່ອາເມຣິກາ ແລະ ຟີລິບປີນຮ່ວມກັນສ້າງເລື່ອງລຂຶ້ນກ່ຽວກັບບັນຫາທະເລຈີນໃຕ້ແລ້ວ ແລະ ຖ້າເອົາມາທຽບໃສ່ການເປິກສາຫາລືກັນລະຫວ່າງຈີນກັບອາຊຽນກ່ຽວກັບບັນຫາທະເລຈີນໃຕ້ແລ້ວ, ພວກເຮົາສາມາດເຫັນໄດ້ວ່າ, ເວລາທີ່ອາເມຣິກາ ແລະ ຟີລິບປີນມັກຈະສ້າງເລື່ອງຂຶ້ນແມ່ນຊ່ວງໃກ້ກັບເວລາທີ່ຈະມີການຈັດກອງປະຊຸມເປິກສາຫາລືລະຫວ່າງຈີນກັບອາຊຽນ. ເປົ້າໝາຍທີ່ຟີລິບປີນ ແລະ ອາເມຣິກາທີ່ຮ່ວມກັນກໍ່ເຫດການຢູ່ໃນເຂດທະເລຈີນໃຕ້ເພື່ອສ້າງຄວາມວຸ້ນວາຍໃຫ້ເກີດຂຶ້ນໃນຊ່ວງທີ່ຈະມີການຈັດກອງປະຊຸມດັ່ງກ່າວ, ອັນນັ້ນແມ່ນຈະແຈ້ງທີ່ສຸດ.

ທີ່ຈິງແລ້ວ, ມັນແມ່ນແຜນການຂອງອາເມຣິກາເພື່ອຍຸແຫຍ່ໃຫ້ມີການແຕກແຍກການພົວພັນລະຫວ່າງຈີນກັບບັນດາປະເທດໃນພາກພື້ນດ້ວຍບັນຫາທະເລຈີນໃຕ້, ເພື່ອໃຫ້ບັນລຸເປົ້າໝາຍຍຸດທະສາດການເມືອງພູມີພາກຂອງພວກເຂົານັ້ນມັນເປັນເລື່ອງທີ່ຄົນທັງຫຼາຍໃນໂລກຮູ້ກັນດີມາໂດຍຕະຫຼອດ. ໃນໄລຍະທ່ານອາກີໂນ Ⅲ ອະດີດປະທານາທິບໍດີຟີລິບປີນຄອງອຳນາດຢູ່ນັ້ນ, ອາເມຣິກາທີ່ເປັນມືມືດກໍ່ເລື່ອງການຕັດສິນກ່ຽວກັບຄະດີການຕັດສິນບັນຫາທະເລຈີນໃຕ້ເຊິ່ງເປັນເລື່ອງຕະຫຼົກການເມືອງອີ່ຫຼີ. ພາຍຫຼັງທ່ານເຟີດີນານ ໂຣມົວສ ມາໂກສ ປະທານາທິບໍດີຟີລິບປີນດຳລົງຕຳແໜ່ງປະທານາທິບໍດີຟີລິບປີນແລ້ວ, ອາເມຣິກາໄດ້ອອກແຮງເພີ່ມທະວີການຮ່ວມມືດ້ານຄວາມໝັ້ນຄົງລະຫວ່າງອາເມຣິກາກັບຟີລິບປີນ, ແລະ ໄດ້ເປີດກວ້າງຂອບເຂດ ແລະ ຂະໜາດການຊ້ອມຮົບປະສົມຕື່ມອີກ. ອາເມຣິກາ ແລະ ປະເທດພັນທະມິດຂອງເຂົາຍັງໄດ້ເລັ່ງລັດຈັດວາງກຳລັງທະຫານຢູ່ອ້ອມຂ້າງທະເລຈີນໃຕ້, ຈັດການຊ້ອມຮົບຂຶ້ນມາຫຼາຍເທື່ອ, ເພື່ອສົ່ງສັນຍານທີ່ຜິດພາດໃຫ້ແກ່ຟີລິບປີນດ້ວຍອັນທີ່ເອີ້ນວ່າ: “ຄຳໝັ້ນສັນຍາດ້ານຄວາມໝັ້ນຄົງ”. ວັນທີ 15 ທັນວານີ້, ທ່ານຣິໂກເບີໂຕ ທິກເລົາ ຜູ້ທີ່ເຄີຍເປັນໂຄສົກຂອງທ່ານນາງອາໂຣໂຢ ອະດີດປະທານາທິບໍດີຟີລິບປີນໄດ້ຕີແຜ່ລົງພິມບົດຄວາມໃນໜັງສືພິມ “ມານີຣາທາມສ໌” ທີ່ລະບຸວ່າ, ການກະທຳທີ່ບໍ່ສົມເຫດສົມຜົນຂອງຟີລິບປີນໃນປັດຈຸບັນມີການພົວພັນໂດຍກົງກັບການຍຸຍົງຂອງອາເມຣິກາ.

ພາກພື້ນອາຊີປາຊີຟິກແມ່ນພາກພື້ນທີ່ມີພະລັງຊີວິດດ້ານເສດຖະກິດທີ່ດີທີ່ສຸດໃນໂລກ, ຢູ່ພາກພື້ນດັ່ງກ່າວແມ່ນມີປອດໄພທີ່ສຸດໃນໂລກ, ທັດສະນະທີ່ມີ “ການພັດທະນາເໜືອທຸກສິ່ງທຸກຢ່າງ” ໄດ້ຢູ່ໃນຫົວໃຈຂອງປະເທດຕ່າງໆຢ່າງເລິກເຊິ່ງ. ພາຍໃຕ້ສະພາບທີ່ຈັງຫວັງເຕີບໂຕທາງດ້ານການຄ້າ ແລະ ການລົງທຶນຂອງໂລກຊ້າລົງ, ປະເທດອາຊີຕາເວັນອອກສຽງໃຕ້ໄດ້ສ້າງສະພາບແວດລ້ອມການພັດທະນາທີ່ໝັ້ນທ່ຽງໂດຍຜ່ານການເຊື່ອມຈອດກັນຢ່າງໃກ້ຊິດ. ອາເມຣິກາ ແລະ ຟີລິບປີນໃຊ້ເວທີທຸກຢ່າງເພື່ອຍຸແຫຍ່ແບ່ງແຍກການພົວພັນລະຫວ່າງຈີນກັບອາຊຽນ, ແມ່ນເລື່ອງທີ່ປະເທດສະມາຊິກອາຊຽນຮູ້ຈັກກັນດີມາໂດຍຕະຫຼອດ. ນັບແຕ່ເດືອນມິຖຸນາປີນີ້ເປັນຕົ້ນມາ, ບໍ່ພຽງແຕ່ບໍ່ໄດ້ມີຝ່າຍລັດຖະບານຂອງປະເທດອາຊຽນໃດໆໄດ້ອອກຖະແຫຼງການສະໜັບສະໜູນຟີລິບປີນເທົ່ານັ້ນ, ສື່ມວນຊົນຂອງປະເທດສະມາຊິກອາຊຽນກໍບໍ່ມີການລາຍງານກ່ຽວກັບເລື່ອງນີ້ເຊັ່ນກັນ.

ໃນຫຼາຍປີມານີ້, ອາເມຣິກາເປັນຄູ່ຮ່ວມມືເສດຖະກິດສຳຄັນຂອງຟີລິບປີນ, ແຕ່ວ່າປັດຈຸບັນ, ຟີລິບປີນໄດ້ຜະເຊີນກັບຄວາມຫຍຸ້ງຍາກດ້ານການປ່ຽນແປງໂຄງປະກອບເສດຖະກິດ, ລວມທັງຂະແໜງການປຸງແຕ່ງຫຼຸດລົງ, ແຮງງານຫຼາຍຄົນໄປເຮັດວຽກຢູ່ຕ່າງປະເທດ ແລະ ບັນຫາອື່ນໆ, ສິ່ງເຫຼົ່ານີ້ລ້ວນແຕ່ມີສາເຫດຢ່າງເລິກເຊິ່ງທີ່ເສດຖະກິດຟີລິບປີນອາໄສອາເມຣິກາຫຼາຍເກີນໄປ. ອາດຍ້ອນວ່າເສດຖະກິດຟິລິບປີນອາໄສອາເມຣິກາ, ຟີລິບປີນຈຶ່ງໄດ້ກາຍເປັນລູກນ້ອງທີ່ບອກໄດ້ໃຊ້ພັງຂອງອາເມຣິກາ. ແຕ່ວ່າ, ບັນຫາພັດທະນາຕ້ອງການແກ້ໄຂດ້ວຍວິທີການພັດທະນາ, ບໍ່ຄວນອາໄສການກະທຳທີ່ບັງຄັບບັນຫາອັນທີ່ເອີ້ນວ່າ: “ຄວາມໝັ້ນຄົງ” ເພື່ອແກ້ໄຂບັນຫາການພັດທະນາ. ໃນອະນາຄົດ, ຟີລິບປີນຈະນຳໃຊ້ພະລັງງານຂອງອາຊຽນ ແລະ ປະເທດຈີນເພື່ອແກ້ໄຂບັນຫາເສດຖະກິດດ້ວຍການພັດທະນາຮ່ວມກັນພາຍໃຕ້ຂອບ RCEP, ຫຼືວ່າຖືເອົາປະເທດຕົນຢູ່ນອກຂອບອາຊຽນ, ພັດທະນາເສດຖະກິດໂດຍອາໄສການຊ່ວຍເຫຼືອການທະຫານຈາກອາເມຣິກາ? ເລື່ອງນີ້, ຟີລິບປີນໄດ້ເດີນທາງໄປຮອດສີ່ແຍກທີ່ຕ້ອງການຄັດເລືອກເອົາດ້ວຍຕົນເອງແລ້ວ.