ເຜີຍແຜ່ແຜນການພັດທະນາ 5 ປີຂອງການຮ່ວມມືດ້ານເສດຖະກິດຂ້າມປະເທດແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງ(2023—2027)

2023-12-26 16:12:06 cri


    ກະຊວງການຄ້າຈີນແຈ້ງໃຫ້ຮູ້ວ່າ: ກະຊວງການຄ້າຈີນ ແລະ ພາກສ່ວນເສດຖະກິດການຄ້າຂອງ 5 ປະເທດ ຄື: ກຳປູເຈຍ, ລາວ, ມຽນມາ, ໄທ ແລະ ຫວຽດນາມໄດ້ຮັບຮອງເອົາ ແລະ ເຜີຍແຜ່ແຜນການພັດທະນາ 5 ປີຂອງການຮ່ວມມືດ້ານເສດຖະກິດຂ້າມປະເທດແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງ(2023—2027)ໃນຫວ່າງມໍ່ໆມານີ້.

    ແຜນການດັ່ງກ່າວມີຈຸດປະສົງເພື່ອຈັດຕັ້ງປະຕິບັດຄວາມຮັບຮູ້ທີ່ເປັນເອກະພາບກັນອັນສຳຄັນຂອງຜູ້ນຳປະເທດແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງກ່ຽວກັບການຊຸກຍູ້ການຮ່ວມມືດ້ານເສດຖະກິດການຄ້າຕື່ມອີກ, ໂດຍໄດ້ວາງແຜນການວຽກງານຫຼາຍດ້ານ ເຊັ່ນ: ການຄ້າການລົງທຶນ, ການຄ້າເອເລັກໂຕຣນິກ, ງານວາງສະແດງສິນຄ້າ, ວິສາຫະກິດຂະໜາດກາງ ແລະ ນ້ອຍ, ການແລກປ່ຽນດ້ານເສດຖະກິດ, ເຕັກນິກ ແລະ ອື່ນໆ, ຈະຍົກສູງລະດັບການຮ່ວມມືດ້ານເສດຖະກິດຂ້າມປະເທດລະຫວ່າງປະເທດສະມາຊິກຕື່ມອີກ ແລະ ຊຸກຍູ້ໃຫ້ເສດຖະກິດໃນອະນຸພາກພື້ນພັດທະນາແບບເຊື່ອມໂຍງເຂົ້າກັນ.