ທາງລົດໄຟຄວາມໄວສູງທີ່ໄປສູ່ຕົວເມືອງເຂດຊາຍແດນຈີນ-ຫວຽດນາມໂດຍກົງສາຍທຳອິດຂອງຈີນເປີດບໍລິການແລ້ວ

2023-12-27 14:53:19 cri

 

    ເວລາ 7 ໂມງ 59 ນາທີຂອງວັນທີ 27 ທັນວານີ້, ຄຽງຄູ່ກັບລົດໄຟຖ້ຽວ D8242 ຂະບວນທຳອິດໄດ້ອອກເດີນທາງຈາກສະຖານີນະຄອນຕົ່ງຊີ່ງເຂດປົກຄອງຕົນເອງເຜົ່າຈວ້ງກວາງຊີຂອງຈີນ ເຊິ່ງເປັນເຂດຊາຍແດນຈີນ-ຫວຽດນາມ, ທາງລົດໄຟຟາງເຊີງກາງ-ຕົ່ງຊິ່ງໄດ້ເປີດບໍລິການຢ່າງເປັນທາງການ, ນີ້ແມ່ນທາງລົດໄຟຄວາມໄວສູງທີ່ໄປສູ່ຕົວເມືອງເຂດຊາຍແດນຈີນ-ຫວຽດນາມໂດຍກົງສາຍທຳອິດຂອງຈີນ.

    ທາງລົດໄຟຟາງເຊີງກາງ-ຕົ່ງຊິ່ງຕັ້ງຢູ່ນະຄອນຟາງເຊີງກາງເຂດປົກຄອງຕົນເອງເຜົ່າຈວ້ງກວາງຊີຂອງຈີນ, ເລີ່ມຕົ້ນຢູ່ສະຖານີຟາງເຊີງກາງເໜືອ ແລະ ສິ້ນສຸດຢູ່ສະຖານີຕົ່ງຊີ່ງທີ່ສ້າງໃໝ່, ມີຄວາມຍາວທັງໝົດ 47 ກິໂລແມັດ, ຄວາມໄວການອອກແບບແມ່ນ 200 ກິໂລແມັດຕໍ່ຊົ່ວໂມງ.