ເຜີຍແຜ່ບົດລາຍງານວ່າດ້ວຍສະພາບແວດລ້ອມການດຳເນີນທຸລະກິດຢູ່ອາຊຽນປີ 2023

2023-12-27 14:56:41 cri

 

    ວັນທີ 27 ທັນວານີ້, ສະມາຄົມສົ່ງເສີມການຄ້າຈີນໄດ້ເຜີຍແຜ່ບົດລາຍງານວ່າດ້ວຍສະພາບແວດລ້ອມການດຳເນີນທຸລະກິດຢູ່ອາຊຽນປີ 2023, ໂດຍລະບຸວ່າ: ໃນປີ 2023 ນີ້, ວິສາຫະກິດຈີນທີ່ດຳເນີນທຸລະກິດຢູ່ອາຊຽນມີສະພາບລວມທີ່ດີ.

    ສະມາຄົມສົ່ງເສີມການຄ້າຈີນແນະນຳໃຫ້ຮູ້ວ່າ: ຈີນ ແລະ ອາຊຽນເປັນຄູ່ການຄ້າໃຫຍ່ທີ່ສຸດຂອງກັນ ແລະ ກັນມາເປັນເວລາ 3 ປີລຽນຕິດ. ບົດລາຍງານສະບັບດັ່ງກ່າວສະແດງໃຫ້ເຫັນວ່າ: ສະພາບແວດລ້ອມການດຳເນີນທຸລະກິດຢູ່ອາຊຽນປີ 2023 ແມ່ນດີຂຶ້ນກວ່າເກົ່າບົນພື້ນຖານຄວາມໝັ້ນທ່ຽງ, ສະພາບການດຳເນີນທຸລະກິດຢູ່ປະເທດສິງກະໂປ, ໄທ, ມະເລເຊຍ, ຫວຽດນາມ ແລະ ອິນໂດເນເຊຍແມ່ນຢູ່ແຖວໜ້າໃນອາຊຽນ.

    ບົດລາຍງານສະແດງໃຫ້ເຫັນຕື່ມວ່າ: ວິສາຫະກິດທີ່ໃຫ້ສຳພາດສ່ວນໃຫຍ່ມີແຜນການຂະຫຍາຍທຸລະກິດຢູ່ອາຊຽນ.