ວິສາຫະກິດຍີ່ປຸ່ນລົງທຶນມູນຄ່າ 4 ຕື້ 300 ລ້ານໂດລາຢູ່ໄທ ເພື່ອຊຸກຍູ້ການຜະລິດລົດພະລັງງານໄຟຟ້າ

2023-12-27 10:25:21 CRI

    ວັນທີ 25 ທັນວານີ້, ໂຄສົກລັດຖະບານໄທທ່ານໜຶ່ງກ່າວວ່າ: ບໍລິສັດຜະລິດລົດຍົນແຖວໜ້າບໍ່ເທົ່າໃດແຫ່ງຂອງຍີ່ປຸ່ນມີແຜນຈະລົງທຶນມູນຄ່າ 150 ຕື້ບາດ (ເທົ່າກັບປະມານ 4 ຕື້ 336 ລ້ານໂດລາ) ຢູ່ໄທ ເພື່ອເປີດກວ້າງການຜະລິດລົດພະລັງງານໄຟຟ້າຢູ່ໄທ, ການລົງທຶນເຫຼົ່ານີ້ຈະສະໜັບສະໜູນອຸດສາຫະກຳລົດຍົນຂອງໄທຫັນຈາກການຜະລິດລົດທີ່ໃຊ້ນ້ຳມັນເຊື້ອໄຟຫັນມາເປັນການຜະລິດລົດທີ່ໃຊ້ພະລັງງານໄຟຟ້າ.   



    ໄທເປັນການການຜະລິດ ແລະ ສົ່ງອອກລົດຍົນໃຫຍ່ທີ່ສຸດຢູ່ອາຊີຕາເວັນອອກສຽງໃຕ້. ລັດຖະບານໄທພວມອອກແຮງສົ່ງເສີມການຜະລິດລົດພະລັງງານໄຟຟ້າ ແລະ ໄດ້ປະກາດໃຊ້ມາດຕະການຫຼຸດພາສີອາກອນ ແລະ ອຸດໜູນຕ່າງໆ.