ການລະນຶກເຖິງປະທານເໝົາເຈີຕຸ່ງມີຄວາມໝາຍຄືແນວໃດໃນຍຸກສະໄໝ?

2023-12-27 19:43:42 cri


ວັນທີ 26 ທັນວານີ້, ສູນກາງພັກຄອມມູນິດຈີນໄດ້ຈັດກອງປະຊຸມສົນທະນາຢູ່ຫໍສະພາປະຊາຊົນ ທີ່ນະຄອນຫຼວງປັກກິ່ງ ເພື່ອລະນຶກວັນຄ້າຍວັນເກີດຂອງປະທານເໝົາເຈີຕຸ່ງ ຜູ້ສະຖາປະນາສປ ຈີນທີ່ສຳຄັນຄົບຮອບ 130 ປີ. ທ່ານສີຈິ້ນຜິງ ປະທານປະເທດຈີນຕີລາຄາວ່າ: ປະທານເໝົາເຈີຕຸ່ງ ແມ່ນຜູ້ບຸກເບີກ ແລະ ພັດທະນາລັດທິມາກຕາມສະພາບຕົວຈິງຂອງປະເທດຈີນທີ່ຍິ່ງໃຫຍ່, ເປັນຜູ້ສ້າງພື້ນຖານໃຫ້ແກ່ພາລະກິດສ້າງສັງຄົມນິຍົມຈີນທີ່ທັນສະໄໝທີ່ຍິ່ງໃຫຍ່, ເປັນຜູ້ນຳຍິ່ງໃຫຍ່ທີ່ໄດ້ນຳພາປະຊາຊົນຈີນປ່ຽນແປງຊາຕາກຳຂອງຕົນກໍຄືໂສມໜ້າຂອງປະເທດຊາດຢ່າງເຖິງຖອງ ແລະ ນັກລັດທິສາກົນກຳມາຊີບທີ່ຍິ່ງໃຫຍ່ທີ່ໄດ້ປະກອບສ່ວນອັນສຳຄັນເຂົ້າໃນການປົດປ່ອຍຊົນຊາດທີ່ຖືກກົດຂີ່ຂູດຮີດຢູ່ໃນໂລກ ແລະ ພາລະກິດຄວາມກ້າວໜ້າຂອງມວນມະນຸດ. ທ່ານສີຈິ້ນຜິງເນັ້ນໜັກວ່າ: ສິ່ງທີ່ລະນຶກເຖິງປະທານເໝົາເຈີຕຸ່ງໄດ້ດີທີ່ສຸດ ແມ່ນສືບຕໍ່ຊຸກຍູ້ພາລະກິດທີ່ເພິ່ນບຸກເບີກນັ້ນໃຫ້ພັດທະນາກ້າວເດີນໄປຂ້າງໜ້າ.



ຄວາມທັນສະໄໝແບບຈີນແມ່ນສ້າງຂຶ້ນຈາກຂະບວນການພັດທະນາສັງຄົມນິຍົມທີ່ມີສີສັນພິເສດຂອງຈີນ, ປະທານເໝົາເຈີຕຸ່ງເປັນຜູ້ປະກອບສ່ວນອັນສຳຄັນຕໍ່ກັບເລື່ອງນີ້. ທ່ານສີຈິ້ນຜິງຕີລາຄາວ່າ: “ປະທານເໝົາເຈີຕຸ່ງໄດ້ສ້າງສປຈີນ ທີ່ໃຫ້ປະຊາຊົນເປັນເຈົ້າຂອງປະເທດຊາດ” “ໄດ້ສ້າງລະບອບສັງຄົມນິຍົມທີ່ກ້າວໜ້າ”. ນັກວິຊາການເຫັນວ່າ: ການຄົ້ນຫາຄວາມທັນສະໄໝແບບຈີນຂອງປະທານເໝົາເຈີຕຸ່ງ ໄດ້ທັບມ້າງແນວຄິດຕາຍໂຕທີ່ເຫັນວ່າ: ຄວາມທັນສະໄໝກໍຄືແບບຕາເວັນຕົກ, ມາຮອດປັດຈຸບັນ, ແນວຄິດຂອງເພິ່ນແມ່ນມີຫຼັກໝັ້ນ, ມີທັດສະນະ ແລະ ວິທີທີ່ເປັນເອກະລາດ, ເປັນເຈົ້າຕົນເອງ ແລະ ສະແຫວງຫາສັດຈະທຳຈາກຄວາມຈິງ ລ້ວນແຕ່ມີຄວາມໝາຍຊີ້ນຳທີ່ສຳຄັນ.

ປະທານເໝົາເຈີຕຸ່ງສະເໜີວ່າ: ລັກສະນະ ແລະ ຈຸດປະສົງຂອງພັກຄອມມູນິດຈີນແມ່ນຮັບໃຊ້ປະຊາຊົນ, ນີ້ແມ່ນຂີດໝາຍພື້ນຖານຂອງພັກຄອມມູນິດຈີນທີ່ແຕກຕ່າງຈາກພັກການເມືອງອື່ນໆ ທັງແມ່ນເຄັດລັບທີ່ພັກຄອມມູນິດຈີນສາມາດກຳອຳນາດເປັນໄລຍະຍາວ.


ຍ້ອນໄດ້ປະຕິບັດຕາມຈຸດປະສົງພື້ນຖານດັ່ງກ່າວທີ່ຮັບໃຊ້ປະຊາຊົນຢ່າງສຸດໃຈຂອງພັກຄອມມູນິດຈີນ, ທ່ານສີຈິ້ນຜິງໄດ້ສ້າງແນວຄິດການພັດທະນາທີ່ຖືເອົາປະຊາຊົນເປັນແກນກາງໃນພຶດຕິກຳປົກຄອງບໍລິຫານປະເທດ. ນັບແຕ່ປົກຄອງບໍລິຫານປະເທດຈີນເປັນຕົ້ນມາ, ທ່ານສີຈິ້ນຜິງໄດ້ຖືເອົາປະຊາຊົນໄວ້ຢູ່ໃນຖານະສຳຄັນທີ່ສຸດ ແລະ ຖືເອົາປະຊາຊົນເປັນແກນກາງຢ່າງສະເໝີຕົ້ນສະເໝີປາຍ. ເພິ່ນໄດ້ກ່າວຄຳປາໄສໃນກອງປະຊຸມສຳມະນາລະນຶກວັນຄ້າຍວັນເກີດຂອງປະທານເໝົາເຈີຕຸ່ງຄົບຮອບ 130 ປີວ່າ: ຄວາມທັນສະໄໝແບບຈີນແມ່ນພາລະກິດຂອງປະຊາຊົນທຸກຖ້ວນໜ້າ, ຕ້ອງອາໄສປະຊາຊົນຢ່າງແໜ້ນແຟ້ນ, ຖືເອົາການປົກປັກຮັກສາ, ບັນລຸ ແລະ ພັດທະນາຜົນປະໂຫຍດພື້ນຖານຂອງປະຊາຊົນອັນມະຫາສານໃຫ້ດີເປັນຈຸດເລີ່ມຕົ້ນ ແລະ ຈຸດໝາຍຂອງວຽກງານທຸກປະການ, ໃຫ້ຜົນການສ້າງຄວາມທັນສະໄໝມີຜົນປະໂຫຍດຕໍ່ປະຊາຊົນທຸກຖ້ວນໜ້າ. ຕ້ອງສ້າງລະບົບລະບຽບການທີ່ໃຫ້ປະຊາຊົນເປັນເຈົ້າຂອງປະເທດຊາດຢ່າງສົມບູນ, ສຸມກຳລັງຮັບປະກັນ ແລະ ປັບປຸງຊີວິດການເປັນຢູ່ຂອງປະຊາຊົນໃຫ້ດີຂຶ້ນ, ໄປຕາມແນວທາງມະຫາຊົນໃນຍຸກໃໝ່ໃຫ້ດີ, ຮັບເອົາຄຳຕຳໜິ ແລະ ການຕິດຕາມກວດກາຂອງປະຊາຊົນຢ່າງສະເໝີຕົ້ນສະເໝີປາຍ ເພື່ອເຮັດໃຫ້ຄວາມທັນສະໄໝແບບຈີນມີຂຸມກຳລັງທີ່ໜ້າອາໄສທີ່ສຸດ, ເລິກເຊິ່ງທີ່ສຸດ ແລະ ຍືນຍົງທີ່ສຸດ.