ກຳປູເຈ້ຍມ້າງຄະດີຄ້າຂາຍຢາເສບຕິດຫຼາຍຄະດີໃນຫວ່າງມໍ່ໆມານີ້

2023-12-27 15:21:32 cri

ວັນທີ 26 ທັນວານີ້, ສື່ມວນຊົນກຳປູເຈຍລາຍງານວ່າ: ກະຊວງພາຍໃນກຳປູເຈຍໄດ້ມ້າງຄະດີຄ້າຂາຍຢາເສບຕິດ 134 ຄະດີໃນລະຫວ່າງວັນທີ 17 ຫາ 23 ທັນວານີ້, ຈັບກຸມຜູ້ຕ້ອງຫາໄດ້ 310 ຄົນ, ຢຶດຢາເສບຕິດ 60 ກວ່າກິໂລ ແລະສານຕັ້ງຕົ້ນເພື່ອຜະລິດຢາເສບຕິດ 370 ກິໂລ. ລັດຖະມົນຕີກະຊວງພາຍໃນກຳປູເຈຍ ໄດ້ສັ່ງໃຫ້ນະຄອນແລະແຂວງຕ່າງໆ ປາບປາມການ ຄ້າຂາຍຢາເສບຕິດແລະການຄ້າມະນຸດຢ່າງເຂັ້ມງວດ.