ຢາກແກ້ໄຂການປະທະກັນລະຫວ່າງປາແລັດສະຕິນກັບອິດສະຣາແອນຕ້ອງການປະຊາຄົມໂລກເດີນໄປຕາມທິດທາງດຽວກັນ

2023-12-28 10:50:00 cri

    ອີງຕາມຕົວເລກສະຖິຕິທີ່ພາກສ່ວນສາທາລະນະສຸກເຂດກາຊາປາແລັດສະຕິນເປີດເຜີຍໃນວັນທີ 25 ທັນວານີ້ໄດ້ສະແດງໃຫ້ເຫັນວ່າ: ນັບແຕ່ເກີດການປະທະກັນລະຫວ່າງປາແລັດສະຕິນກັບອິດສະຣາແອນຮອບນີ້ມາຕັ້ງແຕ່ເມື່ອວັນທີ 7 ຕຸລາເປັນຕົ້ນມາ, ການເຄື່ອນໄຫວການທະຫານຂອງກອງທັບອິດສະຣາແອນຢູ່ເຂດກາຊາໄດ້ເຮັດໃຫ້ປະຊາຊົນປາແລັດສະຕິນມີຜູ້ເສຍຊີວິດ 20.674 ຄົນ, ແລະ ມີ 54.536 ຄົນໄດ້ຮັບບາດເຈັບ.

    ສິ່ງທີ່ເຮັດໃຫ້ຄົນທັງຫຼາຍຮູ້ສຶກເຈັບໃຈກໍຄື: ຜູ້ເສຍຊີວິດນັ້ນສ່ວນຫຼາຍແມ່ນເດັກນ້ອຍ ແລະ ແມ່ຍິງ. ປັດຈຸບັນໃນສື່ສັງຄົມອອນລາຍໄດ້ເຕັມໄປດ້ວຍຮູບພາບ ແລະ ວິດີໂອທີ່ມີເນື້ອໃນແບບນີ້ຄື: ພໍ່ແມ່ໄດ້ກອດເດັກນ້ອຍ ແລະ ກຳລັງຮ້ອງໄຫ້ດ້ວຍຄວາມຢ້ານກົວ ແລະ ເຈັບປວດ; ຮ່າງກາຍຂອງເດັກອ່ອນທີ່ຍັງຢູ່ໃນຜ້າອ້ອມຈຳນວນໜຶ່ງເຕັມໄປດ້ວຍເລືອດ, ແລະ ໝົດສະຕິໄປແຕ່ດົນແລ້ວ; ເດັກນ້ອຍບາງຄົນຖືກລະເບີດເຮັດໃຫ້ແຂນກຸດຂາກຸດ ແລະ ກຳລັງຮ້ອງໄຫ້ດ້ວຍຄວາມເວດທະນາ, ເດັກນ້ອຍຢູ່ເຂດກາຊາແມ່ນໃຫຍ່ຂຶ້ນບໍ່ໄດ້ຢ່າງແທ້ຈິງ. ນອກນີ້ຂ່າວແຈ້ງວ່າ, ປັດຈຸບັນ, ປະຊາຊົນເຂດກາຊາປະມານ 2,2 ລ້ານຄົນໄດ້ຜະເຊີນໜ້າກັບຄວາມສ່ຽງທີ່ຈະມີການຂາດອາຫານໃນລະດັບທີ່ຮຸນແຮງ, ລະບຽບຂອງສັງຄົມຢູ່ເຂດກາຊາກຳລັງພັງທະລາຍລົງ. ເຈົ້າໜ້າທີ່ອົງການອະນາໄມໂລກກ່າວວ່າ: “ຄວາມອຶດຫິວ ແລະ ຄວາມໝົດຫວັງຢູ່ເຂດກາຊາໄດ້ບັນລຸເຖິງລະດັບໄພພິບັດແລ້ວ”

    ເພື່ອແກ້ໄຂການປະທະກັນທີ່ນັບມື້ນັບໜັກໜ່ວງຂຶ້ນໄປກວ່າເກົ່ານັ້ນ, ວັນທີ 22 ທັນວານີ້ຕາມເວລາທ້ອງຖິ່ນ, ສະພາຄວາມໝັ້ນຄົງອົງການສະຫະປະຊາຊາດກຽມລົງຄະແນນສຽງຕໍ່ຮ່າງມະຕິສະບັບໜຶ່ງກ່ຽວກັບການປະທະກັນລະຫວ່າງປາແລັດສະຕິນກັບອິດສະຣາແອນ, ແຕ່ຍ້ອນວ່າການຄັດຄ້ານຂອງຄະນະຜູ້ແທນອາເມຣິກາ, ຈຶ່ງເຮັດໃຫ້ຮ່າງມະຕິດັ່ງກ່າວໄດ້ຖືກລຶບຂໍ້ສະເໜີທີ່ສະເໜີໂດຍກົງກ່ຽວກັບ “ຍຸດຕິການປະທະກັນສຸກເສີນ” ຫຼື “ຍຸດຕິການສູ້ຮົບ” ທັງໝົດ, ປ່ຽນເປັນຄວາມຮຽກຮ້ອງໃຫ້ “ສະໜອງການຊ່ວຍເຫຼືອມະນຸດສະທຳຂະໜາດໃຫຍ່ໂດຍກົງໃຫ້ແກ່ປະຊາຊົນປາແລັດສະຕິນຢູ່ເຂດກາຊາຢ່າງທັນທີ, ປອດໄພ ແລະ ບໍ່ໃຫ້ມີການສະກັດກັ້ນໃດ”, ພ້ອມກັນນັ້ນ “ປະຕິບັດມາດຕະການສຸກເສີນ, ອະນຸມັດການຊ່ວຍເຫຼືອມະນຸດສະທຳເຂົ້າເຂດກາຊາຢ່າງບໍ່ໄດ້ຮັບການສະກັດກັ້ນ ແລະ ໃຫ້ມີຄວາມປອດໄພໃນທັນທີ, ສ້າງເງື່ອນໄຂໃຫ້ແກ່ການຍຸດຕິການເປັນປໍລະປັກກັນທີ່ສາມາດຍຸດຕິໄດ້ໂດຍຍືນຍົງ”. ໃນທີ່ສຸດ, ຮ່າງມະຕິດັ່ງກ່າວຈຶ່ງໄດ້ຜ່ານການຮັບຮອງ. ຈີນໄດ້ລົງຄະແນນສຽງເຫັນດີຕໍ່ຮ່າງມະຕິດັ່ງກ່າວ.

    ທ່ານຕ້າຍປິ່ງ ອຸປະທູດຊົ່ວຄາວຄະນະຜູ້ຕາງໜ້າຖາວອນຈີນປະຈຳອົງການສະຫະປະຊາຊາດໄດ້ປະກອບຄຳເຫັນທີ່ມີລັກສະນະອະທິບາຍຫຼັງມີການລົງຄະແນນສຽງວ່າ, ຍ້ອນວ່ານີ້ແມ່ນສາເຫດທີ່ຄົນທັງຫຼາຍຮູ້ດີ, ຮ່າງມະຕິສະບັບນີ້ໄດ້ປັບປ່ຽນເນື້ອໃນສຳຄັນໄປຫຼາຍຢ່າງ, ຈຶ່ງບໍ່ຖືກກັບທິດທາງທີ່ພວກເຮົາທຳຄວາມພະຍາຍາມກັນຢູ່, ແລະ ບໍ່ໄດ້ບັນລຸເປົ້າໝາຍທີ່ຈຳເປັນລ່ວງໜ້າຂອງພວກເຮົາ; ແຕ່ວ່າເມື່ອພິຈາລະນາເຖິງສະຖານະການທີ່ເຄັ່ງຕຶງ ແລະ ໄພພິບັດດ້ານມະນຸດສະທຳຢູ່ເຂດກາຊາທີ່ນັບມື້ນັບໜັກໜ່ວງແລ້ວ, ການເຄື່ອນໄຫວຂອງສະພາຄວາມໝັ້ນຄົງເທື່ອນີ້, ຢ່າງໜ້ອຍໄດສ້າງຄວາມຫວັງອອກມາໃຫ້ເຫັນໜ້ອຍໜຶ່ງໃຫ້ແກ່ເຄື່ອງຂອງມະນຸດສະທຳເພື່ອສົ່ງເຂົ້າເຂດກາຊາໄດ້ຫຼາຍກວ່າເກົ່າ ແລະ ໄວກວ່າເກົ່າ. ແຕ່ວ່າ, ການກະທຳຂອງອາເມຣິກາທີ່ສະກັດກັ້ນຂະບວນການລົງຄະແນນສຽງ ແລະ ໄດ້ງົດອອກສຽງໃນສຸດທ້າຍກໍ່ຖືກຫຼາຍຝ່າຍມີຄວາມສົງໄສຂຶ້ນມາທັນທີ.

    ໃນກອງປະຊຸມຖະແຫຼງຂ່າວທີ່ຈັດຂຶ້ນໃນວັນທີ 26 ທັນວາ 2023, ທ່ານນາງເໝົານິງ ໂຄສົກກະຊວງການຕ່າງປະເທດຈີນກ່າວວ່າ: ຈີນຍິນດີຮ່ວມກັນກັບປະຊາຄົມໂລກ, ສືບຕໍ່ເສີມຂະຫຍາຍບົດບາດທີ່ມີລັກສະນະສ້າງສັນເພື່ອຊຸກຍູ້ໃຫ້ປາແລັດສະຕິນ ແລະ ອິດສະຣາແອນຢຸດຍິງກັນ ແລະບັນລຸສັນຕິພາບຢ່າງຖາວອນຢູ່ເຂດຕາເວັນອອກກາງ. ຈີນມີຈຸດຢືນຢ່າງຈະແຈ້ງມາໂດຍຕະຫຼອດ, ຫວັງໃຫ້ອາເມຣິກາ ແລະ ປະເທດອື່ນໆສາມາດເດີນໄປຕາມທິດທາງດຽວກັນກັບປະຊາຄົມໂລກ, ເສີມຂະຫຍາຍບົດບາດເທົ່າທີຄວນເພື່ອແກ້ໄຂການປະທະກັນລະຫວ່າງປາແລັດສະຕິນກັບອິດສະຣາແອນ ແລະ ບັນລຸສັນຕິພາບໃຫ້ມີຖາວອນໃນເຂດຕາເວັນອອກກາງ.