ອົງການອຸຍແນັສໂກຈະຖອນເມືອງຫຼວງພະບາງອອກຈາກບັນຊີມໍລະດົກໂລກນັ້ນ ເປັນຂ່າວປອມອ້ອຍຕ້ອຍທັງນັ້ນ

2023-12-28 10:24:47 cri

ເມື່ອບໍ່ດົນມານີ້, ມີສື່ສັງຄົມອອນລາຍທີ່ບໍ່ເປັນທາງການຂອງປະເທດເພື່ອນບ້ານຂອງລາວໄດ້ເຜີຍແຜ່ຂ່າວສານທີ່ມີເນື້ອໃນວ່າ: ອົງການອຸຍແນັສໂກຈະຖອນເມືອງຫຼວງພະບາງອອກຈາກບັນຊີລາຍຊື່ມໍລະດົກໂລກ. ຕໍ່ກັບເລື່ອງນີ້, ທ່ານພະຂັນໄຊ ສີຂັນໄຊ ຫົວໜ້າກົມມໍລະດົກ ກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວລາວໄດ້ຢືນຢັນວ່າ: ຂ່າວດັ່ງກ່າວແມ່ນບໍ່ມີມູນຄວາມຈິງ ເປັນຂ່າວປອມ. ສື່ສັງຄົມອອນລາຍດັ່ງກ່າວມີເຈຕະນາຕັ້ງເປີດເຜີຍຂ່າວດັ່ງກ່າວຂຶ້ນມາໃນໄລຍະທີ່ລາວກຳລັງມີການເປີດປີທ່ອງທ່ຽວ 2024 ນັ້ນ ແມ່ນມີຈຸດປະສົງເພື່ອສ້າງຄວາມເສື່ອມເສຍຊື່ສຽງໃຫ້ເມືອງຫຼວງພະບາງທີ່ເປັນເມືອງມໍລະດົກໂລກຂອງລາວ ເພື່ອຫວັງທີ່ຈະສ້າງຄວາມປັ່ນປ່ວນ ແລ້ວສົ່ງຜົນກະທົບໃຫ້ແກ່ການດຳເນີນກິດຈະກຳຕ່າງໆທີ່ກ່ຽວຂ້ອງຂອງປີທ່ອງທ່ຽວລາວ 2024.

ເມືອງຫຼວງພະບາງຕັ້ງຢູ່ແຄມນ້ຳຂອງ ແລະ ນ້ຳຄານ, ຢູ່ເຂດເມືອງເກົ່າທີ່ເຕັມໄປດ້ວຍສິ່ງກໍ່ສ້າງບູຮານ 600 ກວ່າແຫ່ງທີ່ມີຄຸນຄ່າໃນດ້ານການອະນຸລັກຮັກສາ ແລະ ໄດ້ຖືກອົງການອຸຍແນັສໂກຮອງຮັບເຂົ້າເປັນບັນຊີມໍລະດົກໂລກໃນປີ 1995. ໃນຫຼາຍປີມານີ້, ພາກສ່ວນຕ່າງໆຂອງລາວໄດ້ໃຫ້ຄວາມສຳຄັນຕໍ່ການອະນຸລັກເມືອງມໍລະດົກຫຼວງພະບາງຢ່າງຫຼວງຫຼາຍ ໂດຍສະເພາະໄດ້ວາງກົດລະບຽບແຜນຜັງປົກປັກຮັກສາ ແລະເຮັດໃຫ້ມີຄຸນຄ່າ (PSMV) ທີ່ເປັນກົດລະບຽບສະເພາະ ເພື່ອຄຸ້ມຄອງມໍລະດົກໂລກຫຼວງພະບາງເຂົ້າໃນການບູລະນະສ້ອມແປງ, ປຸກສ້າງ, ການຄຸ້ມຄອງເຂດທຳມະຊາດ ແລະ ການນຳໃຊ້ທີ່ດິນ  ເຊິ່ງໃນລະບຽບການດັ່ງກ່າວ ຍັງໄດ້ມີການລະບຸເຖິງຂັ້ນຕອນລະອຽດຂອງການຂໍອະນຸມັດ ເພື່ອດຳເນີນກິດຈະກຳຕ່າງໆ ໃນພື້ນທີ່ເມືອງມໍລະດົກໂລກຫລວງພະບາງ ແລະ ຍັງເປັນກົດລະບຽບທີ່ສ້າງຂຶ້ນ ເພື່ອປົກປັກຮັກສາເຂດພູ, ທິວທັດທຳມະຊາດອ້ອມຮອບນະຄອນຫລວງພະບາງ ແລະ ຮັກສາເຂດແຄມນໍ້າຂອງ-ນໍ້າຄານ ເພື່ອບໍ່ໃຫ້ມີການບຸກລຸກ ແລະ ດຳເນີນການປຸກສ້າງທີ່ບໍ່ເໝາະສົມ.  ສະນັ້ນ, ອົງການອຸຍແນັສໂກ ຈຶ່ງໄດ້ຕົກລົງຍົກຍ້ອງວ່າເມືອງມໍລະດົກໂລກຫລວງພະບາງ ເປັນຕົວແບບທີ່ດີຂອງການປົກປັກຮັກສາແຫຼ່ງມໍລະດົກໂລກ.

ທ່ານພະຂັນໄຊ ສີຂັນໄຊຍັງຢືນຢັນຕື່ມອີກວ່າ: ປັດຈຸບັນ, ລາວຍັງບໍ່ທັນໄດ້ຮັບຂໍ້ມູນ ຫລື ເອກະສານທາງການໃດໆ ຈາກອົງການອຸຍແນັສໂກ ວ່າຈະຖອນເມືອງຫລວງພະບາງອອກຈາກບັນຊີມໍລະດົກໂລກ. ນອກນີ້, ລັດຖະບານລາວຍັງມີແຜນສືບຕໍ່ຈະນຳສະເໜີເອົາແຫຼ່ງບູຮານສະຖານເສົາຫີນຕັ້ງຢູ່ ແຂວງຫົວພັນ ເຂົ້າເປັນມໍລະດົກໂລກທາງດ້ານວັດທະນະທໍາຕື່ມອີກ ແລະ ຍັງຈະສະເໜີເອົາສວນອຸທິຍານແຫ່ງຊາດນາກາຍ-ນໍ້າເທີນ ແຂວງຄຳມ່ວນ ເຂົ້າເປັນມໍລະດົກໂລກທາງດ້ານທຳມະຊາດຂອງລາວໃນລໍາດັບຕໍ່ໄປ.

ໃນຖານະເປັນໜຶ່ງໃນຈຸດໝາຍປາຍທາງການທ່ອງທ່ຽວທີ່ສຳຄັນ, ຢູ່ຫຼວງພະບາງມີແຫຼ່ງທ່ອງທ່ຽວທີ່ມີຊື່ສຽງຢ່າງຫຼວງຫຼາຍ ເຊັ່ນ: ຕາດກວາງຊີ, ພູສີ, ຫໍພິພິທະພັນພະລາຊະວັງບູຮານ, ວັດຊຽງທອງ ແລະອື່ນໆ ເຊິ່ງໄດ້ດຶງດູດນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດເປັນຈຳນວນຫຼວງຫຼາຍໃນທຸກໆປີ. ຕາມສະຖິຕິແລ້ວ, ໃນລະຫວ່າງເດືອນມັງກອນຫາເດືອນກັນຍາປີ 2023 ນີ້, ຫຼວງພະບາງໄດ້ຕ້ອນຮັບນັກທ່ອງທ່ຽວ 779.811 ເທື່ອຄົນ, ເພີ່ມຂຶ້ນ 121,49% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ. ສ່ວນການເປີດນຳໃຊ້ຂອງທາງລົດໄຟຈີນ-ລາວໄດ້ສ້າງຄວາມສະດວກໃນດ້ານການອອກເດີນທາງ, ຫຼວງພະບາງກຳລັງດຶງດູດນັກທ່ອງທ່ຽວນັບມື້ນັບຫຼາຍຂຶ້ນ. ຕາມສະຖິຕິຈາກພາກສ່ວນທາງລົດໄຟຂອງຈີນແຈ້ງໃຫ້ຮູ້ວ່າ: ມາຮອດວັນທີ 3 ທັນວານີ້, ທາງລົດໄຟຈີນ-ລາວຕອນຢູ່ປະເທດລາວໃນປີນີ້ໄດ້ຂົນສົ່ງຜູ້ໂດຍສານລວມທັງໝົດ 2.319.000 ເທື່ອຄົນ, ໃນນັ້ນ, ສະຖານີຫຼວງພະບາງ 743.000 ເທື່ອຄົນ, ກວມເອົາ 32%, ເປັນສະຖານີລົດໄຟທີ່ຂົນສົ່ງຜູ້ໂດຍສານຫຼາຍທີ່ສຸດຕາມທາງລົດໄຟຈີນ-ລາວຕອນຢູ່ປະເທດລາວ.

ປີ 2024 ເປັນປີທ່ອງທ່ຽວລາວ. ໃນພິທີເປີດປີທ່ອງທ່ຽວລາວ 2024, ກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວລາວ ຮ່ວມກັບພາກສ່ວນທີ່ກ່ຽວຂ້ອງຂອງລັດຖະບານ ແລະ ອົງການປົກຄອງທ້ອງຖິ່ນ ພ້ອມດ້ວຍວິສາຫະກິດທີ່ກ່ຽວຂ້ອງ ໄດ້ກຳນົດເອົາ 79 ກິດຈະກຳ. ໃນນັ້ນ ມີຫຼາຍກິດຈະກຳຈະຈັດຂຶ້ນຢູ່ຫຼວງພະບາງ ທີ່ເປັນໜ້າປົກໂຄສະນາດ້ານການທ່ອງທ່ຽວຂອງລາວ. ໃນໄລຍະດັ່ງກ່າວ, ສື່ສັງຄົມອອນລາຍດັ່ງກ່າວໄດ້ໃສ່ຮ້າຍປ້າຍສີເມືອງຫຼວງພະບາງໂດຍທີ່ບໍ່ມີຫຼັກອ້າງອີງຫຍັງເລີຍ, ຈຸດປະສົງກໍຄືສ້າງຜົນກະທົບປີທ່ອງທ່ຽວລາວ 2024 ທີ່ກຳລັງໃກ້ຈະມາເຖິງໄວໆນີ້, ຈັ່ງແມ່ນໃຈຫ້ຽມແທ້ນໍ!

ປີທ່ອງທ່ຽວລາວ 2024 ໄດ້ເປີດສາກແລ້ວ, ປະຊາຊົນລາວກຳລັງອ້າແຂນຕ້ອນຮັບນັກທ່ອງທ່ຽວຈາກທົ່ວໂລກລວມທັງນັກທ່ອງທ່ຽວຈີນຢ່າງອົບອຸ່ນ. ພວກເຮົາເຊື່ອໝັ້ນວ່າ: ພາຍໃຕ້ຄວາມພະຍາຍາມຂອງຝ່າຍຕ່າງໆຂອງລາວ, ບວກກັບບົດບາດສົ່ງເສີມຂອງທາງລົດໄຟຈີນ-ລາວ, ລາວຈະສາມາດພັດທະນາຂະແໜງການທ່ອງທ່ຽວຂອງຕົນໃຫ້ດີ ແລະ ຊຸກຍູ້ການພັດທະນາຂອງເສດຖະກິດປະເທດຕົນ ເຊິ່ງຈະເປັນການຕອບໂຕ້ທີ່ດີທີ່ສຸດຕໍ່ຂ່າວລືທາງອິນເຕີເນັດເຫຼົ່ານີ້.