ບ້ານສິບແປດຖ້ຳ:ຕົວແບບ “ຫຼຸດຜ່ອນຄວາມທຸກຍາກຢ່າງຖືກເປົ້າໝາຍ” ພາກທີ1

2023-12-28 10:08:43 CRI



 

ວັນທີ 3 ພະຈິກ 2013, ທ່ານສີຈິ້ນຜິງ ປະທານປະເທດຈີນ ໄດ້ເດີນທາງໄປສຳຫຼວດກວດກາວຽກງານຢູ່ບ້ານສິບແປດຖ້ຳ ເຊິ່ງເປັນບ້ານເຜົ່າມົ້ງຂອງເມືອງຮົວຢວນກິ່ງແຂວງປົກຄອງຕົນເອງເຜົ່າມົ້ງເຜົ່າຖູເຈ່ຍຊ່ຽງຊີແຂວງຫູໜານ ໂດຍໄດ້ສະເໜີແນວຄິດ “ຫຼຸດຜ່ອນຄວາມທຸກຍາກຢ່າງຖືກເປົ້າໝາຍ” ເປັນຄັ້ງທຳອິດ. ເພິ່ນໄດ້ມີຄຳຊີ້ນຳທີ່ສຳຄັນວ່າ: “ຕິດແທດກັບຄວາມເປັນຈິງ, ເສີມຂະຫຍາຍທ່າແຮງຂອງທ້ອງຖິ່ນ, ຊີ້ນຳຕາມທຸກປະເພດ, ຫຼຸດຜ່ອນຄວາມທຸກຍາກຢ່າງຖືກເປົ້າໝາຍ”.

 

ຈາກນັ້ນມາ, “ການຫຼຸດຜ່ອນຄວາມທຸກຍາກຢ່າງຖືກເປົ້າໝາຍ” ໄດ້ເຮັດໃຫ້ຊ່ອງທາງຫຼຸດຜ່ອນຄວາມທຸກຍາກຂອງຈີນຫັນຈາກ “ການລະບາຍນ້ຳເຂົ້ານາແບບຖ້ວມທົ້ນ” ກາຍມາເປັນ “ການຫົດນ້ຳແບບຖືກເປົ້າໝາຍ”, ບົນພື້ນຖານພຶດຕິກຳຕົວຈິງເປັນໄລຍະຍາວຜ່ານມາ, ທ່ານສີຈິ້ນຜິງໄດ້ສະຫຼຸບຕາມຫຼັກວິທະຍາສາດແລະຍົກລະດັບທິດສະດີກ່ຽວກັບວຽກງານຫຼຸດຜ່ອນຄວາມທຸກຍາກ, ໄດ້ສະເໜີທິດທາງຍຸດທະສາດຫຼຸດຜ່ອນຄວາມທຸກຍາກຢ່າງຖືກເປົ້າໝາຍແບບປະດິດສ້າງ, ເຊິ່ງເປັນການປະກອບສ່ວນອັນສຳຄັນເຂົ້າໃນການຊຸກຍູ້ຂະບວນວິວັດແຫ່ງປະຫວັດສາດດັ່ງກ່າວ.

 

ບ້ານສິບແປດຖ້ຳໃນຖານະເປັນບ່ອນລິເລີ່ມທິດທາງ “ຫຼຸດຜ່ອນຄວາມທຸກຍາກຢ່າງຖືກເປົ້າໝາຍ” ໄດ້ຈັດຕັ້ງປະຕິບັດທິດທາງດັ່ງກ່າວ ເຊິ່ງບໍ່ພຽງແຕ່ໄດ້ບຸກເບີກເສັ້ນທາງທີ່ດີເດັ່ນແຫ່ງການລຶບລ້າງຄວາມທຸກຍາກຢ່າງຖືກເປົ້າໝາຍທີ່ສາມາດຮຽນແບບໄດ້, ສາມາດເຜີຍແຜ່ໃຫ້ກວ້າງຂວາງອອກໄປ ແລະ ໄດ້ຫຼຸດພົ້ນອອກຈາກຄວາມທຸກຍາກຢ່າງສຳເລັດຜົນເທົ່ານັ້ນ, ຍັງໄດ້ບຸກເບີກເສັ້ນທາງໃໝ່ແຫ່ງລະບົບອຸດສາຫະກຳແບບ “ທ່ອງທ່ຽວ+”. ເມື່ອມີເສັ້ນທາງທີ່ຖືກຕ້ອງແລະຮັ່ງມີຂຶ້ນແລ້ວ ຊາວບ້ານທັງຫຼາຍກໍມີຄວາມໝັ້ນໃຈຍິ່ງຂຶ້ນ.

 



ທຸກມື້ນີ້, ຢູ່ພາຍໃນບ້ານສິບແປດຖ້ຳ, ເຮືອນໄມ້ມຸງດິນຂໍສີຂີ້ເທົ່າໄດ້ຖືກເຊື່ອມຕໍ່ເຂົ້າກັນດ້ວຍຫົນທາງປູແຜ່ນຫີນ, ຢູ່ໃນເຮືອນແມ່ນເຕັມໄປດ້ວຍສຽງເວົ້ານົວຫົວມ່ວນຂອງນັກທ່ອງທ່ຽວທັງຫຼາຍ, ເຮືອນພັກໂຮມສະເຕທີ່ມີສິ່ງອຳນວຍຄວາມສະດວກຄົບຖ້ວນສົມບູນນັ້ນໄດ້ສ່ອງແສງໃຫ້ເຫັນເຖິງຄວາມມີຊີວິດຊີວາດ້ານການພັດທະນາຊົນນະບົດໃໝ່ຂອງຈີນຢ່າງຟົດຟື້ນ, ຮອຍຍິ້ມຂອງຊາວບ້ານໄດ້ບອກເລົ່າເລື່ອງລາວຊົນນະບົດໃນຍຸກໃໝ່ຢູ່ທ່າມກາງກຸ່ມພູຂຽວທີ່ສວຍສົດງົດງາມ.

 

ໃກ້ຈະຮອດລະດູຮ້ອນແລ້ວ, ຟ້າແຈ້ງໄວຂຶ້ນກ່ອນປົກກະຕິ. ຢູ່ຕະຫຼາດນັດຂອງຕາແສງຜາຍປີ້ເມືອງຮົວຢວນມີຜູ້ຄົນສັນຈອນໄປມາຢ່າງຄັບຄາໜາແໜ້ນທ່າມກາງສຽງເຄື່ອງນຸ່ງຂອງຖືທີ່ປະດັບດ້ວຍເຄື່ອງເງິນກະທົບກັນ.

 

ປ້າສືຊຸ້ນຫຼຽນ ອະດີດເລຂາໜ່ວຍພັກບ້ານພ້ອມດ້ວຍຄົນຢູ່ໃນບ້ານດຽວກັນ ໄດ້ພາກັນເປ້ກະຢັງໄປຕະຫຼາດນັດຕັ້ງແຕ່ຮຸ່ງເຊົ້າ. ລາວບອກວ່າ: “ແຕ່ກີ້ອອກຈາກບ້ານໄປຕະຫຼາດນັດຕ້ອງຍ່າງເກືອບສອງຊົ່ວໂມງ, ແຕ່ດຽວນີ້ຂີ່ລົດໄປ 10 ປາຍນາທີກໍຮອດແລ້ວ.” ໃນຖານະເປັນສັກຂີພິຍານ ແລະ ຜູ້ມີສ່ວນຮ່ວມໃນການພັດທະນາບ້ານສິບແປດຖ້ຳ, ປ້າສືຊຸ້ນຫຼຽນທີ່ມີອາຍຸເກືອບ70ປີແລ້ວ ແມ່ນມີຄວາມປະທັບໃຈຢ່າງເລິກເຊິ່ງຕໍ່ກັບເລື່ອງນີ້.

 



ປີນັ້ນ, ທ່ານສີຈິ້ນຜິງໄດ້ເດີນທາງມາເຖິງບ້ານສິບແປດຖ້ຳ, ຮ່ວມກັບພະນັກງານບ້ານແລະຊາວບ້ານທັງຫຼາຍໂດຍໄດ້ນັ່ງອ້ອມໂຕະລົມເລື່ອງລາວຊີວິດປະຈຳວັນແລະການພັດທະນາຢ່າງສະໜິດສະໜົມກັນ. ທ່ານສີຈິ້ນຜິງກ່າວວ່າ: ການຫຼຸດຜ່ອນຄວາມທຸກຍາກຕ້ອງຕິດແທດກັບຄວາມເປັນຈິງ, ອີງໃສ່ເງື່ອນໄຂເອື້ອອຳ ນວຍຂອງທ້ອງຖິ່ນ, ຕ້ອງຫຼຸດຜ່ອນຄວາມທຸກຍາກຢ່າງຖືກເປົ້າໝາຍ, ຢ່າຮ້ອງແຕ່ ຄຳຂວັນລ້າໆ ແລະ ຢ່າຕັ້ງເປົ້າໝາຍສູງເກີນໄປແບບບໍ່ສອດຄ່ອງກັບຄວາມເປັນ ຈິງ.

 

ເນື້ອທີ່ດິນປູກຝັງສະເລ່ຍຕໍ່ຫົວຄົນມີບໍ່ຮອດ1ມູ໋(ປະມານ0,07ເຮັກຕາ),ມັນຈະພັດທະນາຫຍັງໄດ້? ໃນເວລາທີ່ປ້າສືຊຸ້ນຫຼຽນພວມອຸກໃຈຢູ່ນັ້ນ, ເຄື່ອງນຸ່ງເຜົ່າມົ້ງໃນໂຕຂອງລາວໄດ້ສ້າງແຮງບັນດານໃຈຂຶ້ນມາທັນທີ, ລາວຕັດສິນໃຈສະເໜີຄວາມຄິດທີ່ຫວັງຢາກພັດທະນາອຸດສາຫະກຳເຄື່ອງປັກແສ່ວເຜົ່າມົ້ງຢ່າງກ້າຫານ.

 

“ຕ້ອງຊອກຫາທາງອອກສາຍໜຶ່ງໃຫ້ແມ່ຍິງເຝົ້າເຮືອນຢູ່ໃນບ້ານໃຫ້ໄດ້.” ປີ2014, ປ້າສືຊຸ້ນຫຼຽນໄດ້ພັກຜ່ອນຮັບບຳນານໂດຍລາອອກຈາກຕຳແໜ່ງເລຂາໜ່ວຍພັກບ້ານ,ແຕ່ລາວບໍ່ໄດ້ຢູ່ລ້າ, ໂດຍໄດ້ດັດແປງເຮືອນມຸງດິນຂໍ 3 ຫ້ອງຂອງຕົນໃຫ້ເປັນໂຮງຜະລິດເຄື່ອງປັກແສ່ວເຜົ່າມົ້ງທັງເປັນສູນເຝິກອົບຮົມສີມືປັກແສ່ວເຜົ່າມົ້ງ ໂດຍສ້າງໃຫ້ເປັນສະຫະກອນເຄື່ອງປັກແສ່ວເຜົ່າມົ້ງຊາວກະສິກອນບ້ານສິບແປດຖ້ຳ.

 

ເພື່ອເຮັດໃຫ້ອຸດສາຫະກຳເຄື່ອງປັກແສ່ວເຜົ່າມົ້ງພັດທະນາໄປຢ່າງໝັ້ນທ່ຽງ, ປ້າສືຊຸ້ນຫຼຽນໄດ້ຕັ້ງໜ້າຍາດແຍ່ງເອົາການສະໜັບສະໜູນຈາກພາກສ່ວນທີ່ກ່ຽວຂ້ອງ, ໂດຍໄດ້ຮ່ວມມືດ້ານອຸດສາຫະກຳກັບບໍລິສັດ ແລະ ສະຖາບັນການສຶກສາຊັ້ນສູງຕາມລຳດັບ, ສາມາດບຸກເບີກຮູບແບບບໍລິຫານທຸລະກິດຄື “ບໍລິສັດ+ສະຫະກອນ+ຄອບຄົວຊາວກະສິກອນ”ຢ່າງສຳເລັດຜົນ, ເຊິ່ງບໍ່ພຽງແຕ່ໄດ້ພັດທະນາອຸດສາຫະກຳເຄື່ອງປັກແສ່ວເຜົ່າມົ້ງຢູ່ສ່ວນເລິກເຂດພູດອຍໃຫ້ມີຊີວິດຊີວາຂຶ້ນເທົ່ານັ້ນ ຍັງໄດ້ສ້າງສະຖານະພາບໃໝ່ໃຫ້ກັບແມ່ຍິງເຝົ້າເຮືອນຢູ່ໃນບ້ານສ່ວນຫຼາຍອີກດ້ວຍ.

 

ປີ2018, ທາງສະຫະກອນໄດ້ຮ່ວມມືກັບບໍລິສັດຈັກລົດໄຟຈູ່ໂຈ່ວກຸ່ມບໍລິສັດຈົ່ງເຊີຈີນ ຫຼື CRRC ຈຳກັດ ໂດຍເຊັນສັນຍາຈັບຄູ່ຈັດຊື້ສິນຄ້າ. “ການປັກແສ່ວ ລວດລາຍດັ້ງເດີມແມ່ນງ່າຍດາຍທີ່ສຸດ, ແຕ່ການປັກແສ່ວຫົວລົດໄຟມັນເປັນຄັ້ງທຳອິດໃນຊີວິດເລີຍ.” ເຖິງຈະມີສັນຍາແລ້ວ, ແຕ່ປ້າສືຊຸ້ນຫຼຽນ ບໍ່ກ້າປະໝາດແມ່ນແຕ່ໜ້ອຍດຽວ.

 

ເພື່ອເອົາປັດໄຈຕ່າງໆໃນລວດລາຍປັກແສ່ວເຜົ່າມົ້ງແບບດັ້ງເດີມເຊັ່ນ: ມັງກອນ, ນົກຟີນິກສ, ນົກຍູງ, ດອກໄມ້, ຕົ້ນໄມ້ໃບຫຍ້າ ແລະອື່ນໆ ເຊື່ອມໂຍງເຂົ້າໃນເຄື່ອງປັກແສ່ວ, ປ້າສືຊຸ້ນຫຼຽນໄດ້ເດີນທາງໄປມະຫາວິທະຍາໄລອຸດສາຫະກຳຫູໜານຫຼາຍເທື່ອເພື່ອທັດສະນະສຶກສາ,ເປິກສາຫາລືກັບທີມງານອອກແບບ ໂດຍໄດ້ປັບປຸງຮູບຫົວລົດໄຟຢ່າງບໍ່ຢຸດຢັ້ງ.

 

ເພື່ອສະເຫຼີມສະຫຼອງການສ້າງທຸລະກິດຂອງກຸ່ມບໍລິສັດ CRRC ຄົບຮອບ140ປີ, ຜູ້ປັກແສ່ວ 8 ຄົນຢູ່ໃນສະຫະກອນເຄື່ອງປັກແສ່ວເຜົ່າມົ້ງບ້ານສິບແປດຖ້ຳໄດ້ໃຊ້ເວລາ 23 ວັນ, ໃຊ້ເສັ້ນປັກແສ່ວ 50 ກວ່າຊະນິດ, ປັກແສ່ວເປັນ 600.000 ກວ່າເທື່ອ, ຈຶ່ງຜະລິດເຄື່ອງປັກແສ່ວໃນຮູບ “ມັງກອນໃຫຍ່ເຫິນຟ້າ” ໃຫ້ສຳເລັດໄດ້. ທຸກເທື່ອທີ່ເວົ້າເຖິງຜົນງານອັນນີ້, ປ້າສືຊຸ້ນຫຼຽນ ຈະເວົ້າດ້ວຍຄວາມພາກພູມໃຈວ່າ: “ປັດຈຸບັນ, ໃບສັ່ງຈອງສິນຄ້າຂອງພວກເຮົາແຕ່ລະປີ ສະເພາະແຕ່ກຸ່ມບໍລິສັດຈົ່ງເຊີຈີນ (CRRC) ແມ່ນມີມູນຄ່າເຖິງ 100.000 ຢວນ, ແມ່ຍິງພວກເຮົາແມ່ນສາມາດຫາເງິນຢູ່ໃກ້ບ້ານເຮືອນໄດ້ເລີຍ.’’

 



ເຄື່ອງປັກແສ່ວເຜົ່າມົ້ງໄດ້ຊົມໃຊ້ໂອກາດຈາກ “ລົດໄຟຄວາມໄວສູງ”, ຜ່ານຈາກເຂັມນ້ອຍໆສາມາດເຮັດທຸລະກິດໃຫຍ່ໄດ້. ປ້າສືຊຸ້ນຫຼຽນແນມເບິ່ງເຄື່ອງປັກແສ່ວເຜົ່າມົ້ງທີ່ສວຍງາມປານີດຕ່າງໆພ້ອມອຸທານອອກມາວ່າ: “ຖ້າຫາກວ່າທ່ານປະທານສີຈິ້ນຜິງມາບ້ານສິບແປດຖ້ຳອີກ, ຂ້າພະເຈົ້າຕ້ອງບອກໃຫ້ເພິ່ນຮູ້ວ່າ: ອຸດສາຫະກຳເຄື່ອງປັກແສ່ວເຜົ່າມົ້ງພວກເຮົາໄດ້ພັດທະນາຂຶ້ນແລ້ວ, ຊີວິດການເປັນຢູ່ກໍນັບມື້ນັບດີຂຶ້ນ.” ຕາມໄດ້ຮູ້ມາວ່າ: ປັດຈຸບັນ, ສະຫະກອນເຄື່ອງປັກແສ່ວເຜົ່າມົ້ງບ້ານສິບແປດຖ້ຳມີຜູ້ປັກແສ່ວ 54 ຄົນ, ໃນນັ້ນ ມີຜູ້ສືບທອດມໍລະດົກວັດທະນະທຳນາມມະທຳ 8 ຄົນ.