ບ້ານສິບແປດຖ້ຳ: ຕົວແບບ “ຫຼຸດຜ່ອນຄວາມທຸກຍາກຢ່າງຖືກເປົ້າໝາຍ” ພາກທີ2

2023-12-28 10:11:37 CRI



“ຫອມແທ້ເນາະ, ເບິ່ງຄືເປັນຕາແຊບອີ່ຫຼີ!”

 

“ຊີ້ນແຫ້ງແມ່ນຄອບຄົວເຮົາເຮັດເອງ, ໜໍ່ໄມ້ແມ່ນເກັບຢູ່ໃນປ່າມາແຕ່ເຊົ້າ, ສົດໃໝ່ຫຼາຍ.” ພໍດີເປັນເວລາກິນເຂົ້າ, ນາງໂຫຼງຊິງຮົວ ຊາວບ້ານບ້ານສິບແປດຖ້ຳກຳລັງເອົາຊີ້ນແຫ້ງຂົ້ວໃສ່ໜໍ່ໄມ້ທີ່ແຕ່ງແລ້ວໃໝ່ ສົດໆຮ້ອນ ໄປໃຫ້ນັກທ່ອງທ່ຽວຊີມ.

 

ປີ2014, ຄຽງຄູ່ກັບຜູ້ຄົນທີ່ໄປທ່ອງທ່ຽວ ແລະ ທັດສະນະສຶກສາຢູ່ບ້ານສິບແປດຖ້ຳນັບມື້ນັບຫຼາຍຂຶ້ນ, ນາງ ໂຫຼງຊິງຮົວ ໄດ້ຫັນຈາກຊາວບ້ານກາຍມາເປັນນັກທຸລະກິດ, ໂດຍໄດ້ເປີດຮ້ານອາຫານພື້ນບ້ານຢູ່ເຮືອນຂອງຕົນ, ທຸລະກິດໃນຫຼາຍປີຜ່ານມານີ້ນັບມື້ນັບຈະເລີນຍິ່ງໆຂຶ້ນ.

 

“ພໍຮອດມື້ພັກຍາມບຸນ, ໂຕະອາຫານຢູ່ໃນເຮືອນ ແລະ ນອກເຮືອນຈຳນວນຫຼາຍສິບໂຕະແມ່ນມີລູກຄ້ານັ່ງເຕັມໝົດ, ອາຫານໂຕະໜຶ່ງລາຄາ 300 ຢວນ, ປີໜຶ່ງມີລາຍໄດ້ພໍກຸ້ມຄ່າໃຊ້ຈ່າຍໝົດຄອບຄົວ.” ນາງໂຫຼງຊິງຮົວໃຫ້ຮູ້ວ່າ: ເຖິງວ່າໃນຊຸມປີຜ່ານມາມີແຂກຄົນໜ້ອຍລົງຍ້ອນໄດ້ຮັບຜົນກະທົບຈາກພະຍາດໂຄວິດ-19ກໍຕາມ, ແຕ່ວ່າໃນປັດຈຸບັນ, ເປີດຮ້ານອາຫານພື້ນບ້ານ,ຂາຍຊີ້ນແຫ້ງທີ່ຄອບຄົວຕົນເຮັດເອງ, ລາຍໄດ້ເດືອນໜຶ່ງແມ່ນຫຼາຍກວ່າລາຍໄດ້ເປັນປີໃນເມື່ອກ່ອນຢ່າງຫຼວງຫຼາຍ, ຕົນເອງຮູ້ສຶກມີຄວາມໝັ້ນໃຈ ແລະ ຫ້າວຫັນຢ່າງເຕັມປ່ຽມ.

 

ຜູ້ທີ່ມີຄວາມຫ້າວຫັນຢ່າງເຕັມປ່ຽມເຊັ່ນດຽວກັນນັ້ນ ຍັງມີທ້າວ ສືຢີ້ ທີ່ພວມຊ່ວຍແມ່ເຖົ້າເກັບມ້ຽນໂຕະອາຫານ.

 

ຕອນທີ່ທ່ານສີຈິ້ນຜິງໄປຢ້ຽມຢາມບ້ານສິບແປດຖ້ຳ, ທ້າວ ສືຢີ້ ມີອາຍຸຫາກໍເຕັມ 4 ປີ, ຕອນນັ້ນ ລາວເບິ່ງ “ແຂກຜູ້ມີກຽດ” ທ່ານນີ້ ດ້ວຍຄວາມໄຮ້ດຽງສາ. ທ້າວສືຢີ້ບອກວ່າ: “ຄົນໃນຄອບຄົວມັກເວົ້າເຖິງເລື່ອງນີ້ຢູ່ເລື້ອຍໆ ຂ້ອຍຮູ້ສຶກວ່າໂຕເອງແມ່ນໂຊກດີຫຼາຍ.” ປັດຈຸບັນ ທ້າວ ສືຢີ້ ມີອາຍຸ13 ປີແລ້ວ, ລາວເກັບມ້ຽນຖ້ວຍບ່ວງ ໄມ້ຖູ່, ເຊັດໂຕະ… ທຸກຢ່າງແມ່ນເຮັດດ້ວຍຄວາມຊຳນິຊຳນານປານຜູ້ໃຫຍ່, ເບິ່ງຊົງຄືມີຄວາມເປັນຜູ້ໃຫຍ່ເຕັມໂຕລັກສະນະແບບນີ້ແມ່ນມີໜ້ອຍທີ່ສຸດໃນໝູ່ຄົນອາຍຸສ່ຳກັນ.

 

“ຂ້ອຍຢາກເສັງເຂົ້າມະຫາວິທະຍາໄລຂອງປັກກິ່ງ, ໄປເບິ່ງສະໜາມຫຼວງທຽນອ່ານເມີນ.” ເວົ້າສຸດແລ້ວ,ລາວກໍກົ້ມໜ້າເປີດອ່ານປຶ້ມຮຽນ. ລາວພວມຮຽນຢູ່ມັດທະຍົມຕອນຕົ້ນປີທີ 1 ຂອງໂຮງຮຽນມັດທະຍົມຜາຍປີ້ເມືອງຮົວຢວນ, ເສັງໄດ້ຄະແນນດີຈັດຢູ່ 10 ອັນດັບຕົ້ນໃນຊັ້ນຮຽນຂອງລາວ.

 

  ນັບຕັ້ງແຕ່ປີ2013ເປັນຕົ້ນມາ, ບ້ານສິບແປດຖ້ຳບໍ່ພຽງແຕ່ມີຊາວໜຸ່ມກັບມາເຮັດວຽກຢູ່ພາຍໃນບ້ານຫຼາຍຂຶ້ນເທົ່ານັ້ນ, ນັກຮຽນທີ່ອອກຈາກບ້ານພູດອຍຫ່າງໄກສອກຫຼີກໄປເຂົ້າຮຽນມະຫາວິທະຍາໄລຢູ່ນອກກໍເພີ່ມຫຼາຍຂຶ້ນເຊັ່ນດຽວກັນ. ນັບມາຮອດປີ 2021,ບ້ານສິບແປດຖ້ຳມີນັກຮຽນທີ່ສາມາດເສັງເຂົ້າມະຫາວິທະຍາໄລໄດ້ທັງໝົດ 35 ຄົນ.

 

ລະຫວ່າງປີ2020-2021, ບ້ານສິບແປດຖ້ຳໄດ້ຕ້ອນຮັບນັກທ່ອງທ່ຽວ400.000ເທື່ອຄົນຕໍ່ປີ, ໄດ້ສ້າງລາຍຮັບຈາກການທ່ອງທ່ຽວບັນລຸ 10.000.000 ກວ່າຢວນ. ປີ2022, ບ້ານສິບແປດຖ້ຳຖືກຍົກລະດັບໃຫ້ເປັນແຫຼ່ງທ່ອງທ່ຽວແຫ່ງຊາດລະດັບ 5A ຂອງຈີນຢ່າງເປັນທາງການ, ມີແຂກຄົນໄປທັດສະນະສຶກສາ ແລະ ທ່ອງທ່ຽວຢ່າງບໍ່ຂາດສາຍ.

 



ເດືອນມິຖຸນາປີ 2018, ທ່ານບຸນຍັງ ວໍລະຈິດເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ ປະທານປະເທດລາວໃນເວລານັ້ນໄດ້ເດີນທາງໄປຢ້ຽມຢາມຈີນຕາມຄຳເຊີນ, ເມື່ອສຳເລັດການເຄື່ອນໄຫວຢ້ຽມຢາມຢູ່ນະຄອນຫຼວງປັກກິ່ງແລ້ວ, ເພິ່ນໄດ້ນຳພາຄະນະຜູ້ແທນລາວເດີນທາງໄປຢ້ຽມຢາມບ້ານສິບແປດຖ້ຳເມືອງຮົວຢວນກິ່ງແຂວງປົກຄອງຕົນເອງເຜົ່າມົ້ງ ເຜົ່າຖູເຈ່ຍຊ່ຽງຊີແຂວງຫູໜານ, ຖືເປັນການລົງພື້ນທີ່ຕົວຈິງເພື່ອຄົ້ນຫາບົດຮຽນຂອງຈີນແຫ່ງການຫຼຸດຜ່ອນຄວາມທຸກຍາກຢ່າງຖືກເປົ້າໝາຍ.

 

ບ້ານເຜົ່າມົ້ງນ້ອຍໆທີ່ຕັ້ງຢູ່ສ່ວນເລິກສາຍພູອູຫຼິງແຫ່ງນີ້ໄດ້ຕ້ອນຮັບການມາຢ້ຽມຢາມຂອງປະມຸກລັດຕ່າງປະເທດເປັນຄັ້ງທຳອິດ, ສ່ວນທິວທັດຊົນນະບົດທີ່ສະຫງົບ ຮັ່ງມີ ຢູ່ທ່າມກາງພູຂຽວ ໄດ້ສ້າງຄວາມປະທັບໃຈອັນເລິກເຊິ່ງໃຫ້ກັບທ່ານບຸນຍັງ ວໍລະຈິດ ພ້ອມດ້ວຍຄະນະ, ເພິ່ນກ່າວຢືນຢັນວ່າ: ບົດຮຽນດ້ານການຫຼຸດຜ່ອນຄວາມທຸກຍາກຢ່າງຖືກເປົ້າໝາຍຂອງຈີນແມ່ນເປັນໜ້າຖອດຖອນເອົາເປັນບົດຮຽນທີ່ດີ.

 

ເດືອນເມສາປີ 2019, ໃນໄລຍະບຸນຫົດນ້ຳປີໃໝ່ລາວ, ຊາວບ້ານບ້ານສິບແປດຖ້ຳໄດ້ຮ່ວມກັນຂຽນຈົດໝາຍເຖິງທ່ານບຸນຍັງ ວໍລະຈິດ, ເພື່ອແຈ້ງສະພາບການພັດທະນາບ້ານຂອງຕົນໃນໄລຍະ 1 ປີຜ່ານມາ, ທັງອວຍພອນໄຊອັນປະເສີດໃຫ້ແກ່ເພິ່ນເນື່ອງໃນໂອກາດບຸນປີໃໝ່ລາວ.

 

ຫຼັງຈາກນັ້ນເດືອນເຄິ່ງ, ຈົດໝາຍຕອບຂອງທ່ານບຸນຍັງ ວໍລະຈິດ ໄດ້ຖືກສົ່ງເຖິງຊາວບ້ານ. ຕອນເລີ່ມຕົ້ນຈົດໝາຍຂອງທ່ານບຸນຍັງ ວໍລະຈິດໄດ້ລະບຸໂດຍເອີ້ນຊາວບ້ານສິບແປດຖ້ຳເປັນ “ບັນດາສະຫາຍທີ່ຮັກແພງ” ໂດຍມີເນື້ອໃນບາງຕອນລະບຸວ່າ: “ກ່ອນອື່ນ, ຂ້າພະເຈົ້າຂໍສະແດງຄວາມຂອບໃຈເປັນຢ່າງສູງທີ່ປະຊາຊົນບ້ານສິບແປດຖ້ຳໄດ້ສົ່ງຈົດໝາຍໄປຢື້ຢາມຖາມຂ່າວຂ້າພະເຈົ້າ ທັງໄດ້ສົ່ງຄຳອວຍພອນອັນປະເສີດໃນໂອກາດບຸນປີໃໝ່ລາວໃຫ້ແກ່ຂ້າພະເຈົ້າພ້ອມດ້ວຍຄອບຄົວ ເຊິ່ງເປັນການສະແດງໃຫ້ເຫັນເຖິງມິດຕະພາບທີ່ເປັນມູນເຊື້ອລະຫວ່າງປະຊາຊົນສອງຊາດລາວ-ຈີນ.” ເນື້ອໃນຈົດໝາຍຕອບຂອງທ່ານບຸນຍັງວໍລະຈິດຍັງລະບຸຕື່ມວ່າ: ຂ້າພະເຈົ້າໄດ້ເຫັນບັນດາຜົນສຳເລັດຮອບດ້ານຂອງບ້ານສິບແປດຖ້ຳຈາກການລຶບລ້າງຄວາມທຸກຍາກໃນໄລຍະສັ້ນ ພາຍໃຕ້ການຊີ້ນຳທີ່ສຳຄັນ,ຖືກຈຸດ ແລະ ຖືກເປົ້າໝາຍຂອງສະຫາຍເລຂາທິການໃຫຍ່ ປະທານປະເທດສີຈິ້ນຜິງ ໃນຊຸມປີຜ່ານມາ ເຊິ່ງໄດ້ເຮັດໃຫ້ບ້ານສິບແປດຖ້ຳມີໃບໜ້າໃໝ່, ປະຊາຊົນມີຊີວິດການເປັນຢູ່ທີ່ດີຂຶ້ນເລື້ອຍໆ. ຜົນສຳເລັດຂອງບັນດາສະຫາຍໄດ້ເປັນບົດຮຽນອັນປະເສີດໃຫ້ແກ່ປະຊາຊົນລາວພວກຂ້າພະເຈົ້າທີ່ພວມສູ້ຊົນແກ້ໄຂຄວາມທຸກຍາກ ເພື່ອນຳເອົາປະເທດຊາດຫຼຸດພົ້ນອອກຈາກສະພາບດ້ອຍພັດທະນາໃນຕໍ່ໜ້າ.

 

ເລື່ອງລາວ “ບ້ານສິບແປດຖ້ຳ”ລະຫວ່າງຈີນ-ລາວແມ່ນເປັນເລື່ອງລາວທີ່ໜ້າປະທັບໃຈ ກາຍເປັນສັກຂີພິຍານໃຫ້ແກ່ສອງພັກສອງປະເທດເກາະແຂນກັນກ້າວເດີນໄປຂ້າງໜ້າ. ບ້ານເຜົ່າມົ້ງບ້ານນ້ອຍໆໄດ້ຜ່ານຈາກແນວຄິດ “ຫຼຸດຜ່ອນຄວາມທຸກຍາກຢ່າງຖືກເປົ້າໝາຍ” ເຊິ່ງເປັນສາຍໃຍຜູກພັນເຮັດໃຫ້ຄວາມໃຝ່ຝັນຂອງປະຊາຊົນບັນດາປະເທດຢູ່ໃນໂລກທີ່ຫວັງຢາກມີຊີວິດການເປັນຢູ່ທີ່ດີງາມກວ່າເກົ່າເຊື່ອມສານເຂົ້າກັນ.