ທາງລົດໄຟລາວ-ຈີນ ຂົນສົ່ງຜູ້ໂດຍສານໄດ້ຫຼາຍກວ່າ 25 ລ້ານເທື່ອຄົນແລະຂົນສົ່ງສິນຄ້າໄດ້ຫຼາຍກວ່າ 30 ລ້ານກວ່າໂຕນ

2023-12-29 12:06:50 cri


ນັບແຕ່ເສັ້ນທາງລົດໄຟລາວ-ຈີນເປີດບໍລິການເປັນຕົ້ນມາ, ການຂົນສົ່ງຜູ້ໂດຍສານແລະສິນຄ້າໄດ້ຮັກສາທ່ວງທ່າເພີ່ມຂຶ້ນຢ່າງແຂງແຮງ. ນັບມາຮອດວັນທີ 27 ທັນວານີ້, ໄດ້ຂົນສົ່ງຜູ້ໂດຍສານ 25.250.000 ໝື່ນເທື່ອຄົນ, ຂົນສົ່ງສິນຄ້າ 30.330.000ໂຕນ. ໃນນັ້ນ, ສິນຄ້າຂ້າມຊາດມີຫຼາຍກວ່າ 6.200.000 ໂຕນ, ບົດບາດຊ່ອງທາງຄຳນັບມື້ນັບພົ້ນເດັ່ນຂຶ້ນ, ກາຍເປັນປັດໄຈສຳຄັນໃນການຊຸກຍູ້ການຮ່ວມມືດ້ານເສດຖະກິດການຄ້າແລະການແລກປ່ຽນວັດທະນະທຳລະຫວ່າງສອງປະເທດຈີນ-ລາວ.



ປັດຈຸບັນ, ທາງລົດໄຟລາວ-ຈີນສາມາດຂົນສົ່ງສິນຄ້າໄປຮອດ 12 ປະເທດທີ່ຮ່ວມກັນສ້າງ “ໜຶ່ງແລວໜຶ່ງເສັ້ນທາງ” ເຊັ່ນ: ລາວ, ໄທ, ຫວຽດນາມ, ມຽນມາແລະອື່ນໆ, ສິນຄ້າທີ່ຂົນສົ່ງນັ້ນໄດ້ເພີ່ມຈາກ 10 ກວ່າປະເພດໃນເບື້ອງຕົ້ນ ຂຶ້ນເປັນ 2.700 ກວ່າປະເພດ. ນັບແຕ່ເປີດບໍລິການຂົນສົ່ງຜູ້ໂດຍສານສາກົນທັງສອງທິດເປັນຕົ້ນມາ, ໄດ້ຂົນສົ່ງນັກທ່ອງທ່ຽວຂ້າມຊາຍແດນຈຳນວນ 112.000 ເທື່ອຄົນ ທີ່ມາຈາກ 75 ປະເທດແລະເຂດແຄວ້ນ, ເຊິ່ງໄດ້ນຳເອົາພະລັງແຮງໃໝ່ມາໃຫ້ແກ່ຄວາມຈະເລີນຮຸ່ງເຮືອງແລະການພັດທະນາຂອງພາກພື້ນ.