ຄຸນທາດກວມລວມ

2023-12-29 12:17:19 CRI

 

    ນະຄອນຊີ່ອ່ານຂອງຈີນເຄີຍເປັນລາຊະທານີເກົ່າຂອງຈີນ,ເປັນຈຸດເລີ່ມຕົ້ນຂອງເສັ້ນທາງສາຍໄໝ, ທັງເປັນຈຸດເຊື່ອມຕໍ່ວັດທະນະທຳຕາເວັນອອກ ແລະ ຕາເວັນຕົກ. ປັດຈຸບັນນີ້, ຄຽງຄູ່ກັບການສະເໜີ ແລະ ການພັດທະນາຂອງ “ຂໍ້ລິເລີ່ມໜຶ່ງແລວໜຶ່ງເສັ້ນທາງ”ແລ້ວ,ທີ່ແຫ່ງນີ້ໄດ້ກາຍເປັນປ້ອມດ່ານໜ້າທີ່ເປີດປະຕູສູ່ພາຍນອກ ແລະ ປະຕູສຳຄັນທີ່ຈີນກ້າວໄປສູ່ໂລກ ອີກຄັ້ງໜຶ່ງ.


    ມື້ນີ້ ໂຄສົກຈະເຊີນເພື່ອນມິດໃໝ່ ຄື ນາງຊ້ຽງຊູ່ເສີນນັກວິຊາການຜູ້ໜຶ່ງ ມາຢ້ຽມຢາມຫໍພິພິດທະພັນສິ່ງພິມ ແລະ ວັດທະນະທຳແຫ່ງຊາດທີ່ນະຄອນຊີ່ອ່ານ,ເພື່ອຮ່ວມກັນຊອກຫາລັກສະນະກວມລວມຂອງອະລິຍະທຳຈີນ.