ທ່ານສີຈິ້ນຜິງພົບປະໂອ້ລົບທູຕານຸທູດຈີນປະຈຳຢູ່ຕ່າງປະເທດໃນປີ 2023

2023-12-30 14:52:07 cri


ວັນທີ 29 ທັນວານີ້, ທ່ານສີຈິ້ນຜິງ ເລຂາທິການໃຫຍ່ຄະນະກຳມະການສູນກາງພັກຄອມມູນິດຈີນ, ປະທານປະເທດຈີນ, ປະທານຄະນະກຳມະການການທະຫານສູນກາງຈີນໄດ້ພົບປະໂອ້ລົມທູຕານຸທູດທີ່ເຂົ້າຮ່ວມກອງປະຊຸມວຽກງານທູຕານຸທູດຈີນປະຈຳຢູ່ຕ່າງປະເທດໃນປີ 2023 ຢູ່ຫໍສະພາປະຊາຊົນແຫ່ງຊາດທີ່ນະຄອນຫຼວງປັກກິ່ງ.

ທ່ານສີຈິ້ນຜິງໄດ້ຢືນຢັນຢ່າງເຕັມສ່ວນຕໍ່ຜົນສຳເລັດທີ່ສຳຄັນຂອງວຽກງານການຕ່າງປະເທດນັບແຕ່ຍຸກໃໝ່ເປັນຕົ້ນມາ, ຮຽກຮ້ອງໃຫ້ບັນດາທູຕານຸທູດລົງເລິກເຊື່ອມຊຶມແລະຜັນຂະຫຍາຍເນື້ອໃນຈິດໃຈກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XX ຂອງພັກ ແລະ ເນື້ອໃຈຈິດໃຈກອງປະຊຸມວຽກງານການຕ່າງປະເທດສູນກາງ, ລົງເລິກເຊື່ອມຊຶມແລະຜັນຂະຫຍາຍແນວຄິດສັງຄົມນິຍົມທີ່ມີສີສັນພິເສດຂອງຈີນໃນຍຸກໃໝ່ ໂດຍສະເພາະແມ່ນແນວຄິດການຕ່າງປະເທດ, ຮັບຮູ້ສະພາບແວດລ້ອມສາກົນດ້ານວຽກງານຕໍ່ຕ່າງປະເທດຂອງຂະບວນການໃໝ່ໃນຍຸກໃໝ່ແລະພາລະກຳປະຫວັດສາດຢ່າງຖືກຕ້ອງ, ຍົກສູງຄັນທຸງການສ້າງປະຊາຄົມຮ່ວມຊາຕາກຳຂອງມວນມະນຸດ, ສ້າງສະພາບການໃໝ່ດ້ານວຽກງານການຕ່າງປະເທດໃນຖານະປະເທດໃຫຍ່ທີ່ມີສີສັນພິເສດຂອງຈີນຢ່າງບໍ່ຢຸດຢັ້ງ.