ຈີນໃຫ້ຄຳຕອບແກ່ວຽກງານການຕ່າງປະເທດໃນກອງປະຊຸມຄັ້ງນີ້

2023-12-30 10:08:04 cri

ກອງປະຊຸມວຽກງານການຕ່າງປະເທດສູນກາງຈີນໄດ້ຈັດຂຶ້ນຢູ່ນະຄອນຫຼວງປັກກິ່ງໃນວັນທີ 29 ທັນວານີ້. ວຽກງານການຕ່າງປະເທດຂອງຈີນໃນອະນາຄົດຈະຂະຫຍາຍໄປສູ່ທິດທາງໃດ? ກອງປະຊຸມຄັ້ງນີ້ໄດ້ໃຫ້ຄຳຕອບແກ່ຄົນທັງຫຼາຍ.

ເມື່ອຫວນຄືນຜົນສຳເລັດແລະບົດຮຽນດ້ານການຕ່າງປະເທດຂອງຈີນໃນຮອບ 10 ປີຜ່ານມາ, ໄດ້ວິນິດໄສຕໍ່ສະຖານະການຂອງໂລກ, ໄດ້ຖືເອົາການຊຸກຍູ້ການສ້າງປະຊາຄົມຮ່ວມຊາຕາກຳຂອງມວນມະນຸດເປັນວຽກງານຕົ້ນຕໍໃນວຽກງານການຕ່າງປະເທດຂອງຈີນໃນອະນາຄົດ, ສົ່ງເສີມການສ້າງໂລກຫຼາຍຂົ້ວທີ່ສະເໝີພາບກັນ ແລະ ມີລະບຽບຮຽບຮ້ອຍ ແລະ ເສດຖະກິດໂລກາພິວັດທີ່ສ້າງຜົນປະໂຫຍດໃຫ້ທົ່ວເຖິງ ແລະ ກວມລວມ. ນັກວິເຄາະເຫັນວ່າ, ເວົ້າສຳລັບວຽກງານການຕ່າງປະເທດຂອງຈີນແລ້ວ, ກອງປະຊຸມຄັ້ງນີ້ມີຄວາມໝາຍສຳຄັນຫຼາຍ. ຍັງມີນັກວິເຄາະບາງທ່ານເຫັນວ່າ, ປະເທດຕາເວັນຕົກໃຫຍ່ຈຳນວນໜຶ່ງໄດ້ຍຸແຍ່ສົ່ງເສີມການເປັນປໍລະປັກກັນ ແລະ ການປະທະກັນ ເພື່ອປົກປ້ອງສິດເປັນເຈົ້າອຳນາດຂອງຕົນ, ແຕ່ຈີນພັດໄດ້ປະກອບສ່ວນຕໍ່ສັນຕິພາບ ແລະ ການພັດທະນາຂອງໂລກຢ່າງບໍ່ລົດລະ. ນີ້ກໍແມ່ນສາເຫດທີ່ເຮັດໃຫ້ຄົນທັງຫຼາຍລ້ວນແຕ່ສົນໃຈນຳກິລິຍາວາຈາຂອງຈີນ ໃນໄລຍະທີ່ໂລກເກີດເຫດການໃຫຍ່.

ໂລກດີ, ຈີນຈິ່ງຈະດີ; ຈີນດີ, ໂລກຈະດີກວ່າເກົ່າ. ໂດຍຜ່ານຈາກກອງປະຊຸມວຽກງານການຕ່າງປະເທດຄັ້ງນີ້, ຄົນທັງຫຼາຍຈະເຂົ້າໃຈເຖິງຄວາມໝັ້ນໃຈ ແລະ ນ້ຳໃຈຮັບຜິດຊອບຂອງວຽກງານການຕ່າງປະເທດຂອງຈີນ. ໃນຂະບວນການອອກເດີນທາງຄັ້ງໃໝ່, ວຽກງານການຕ່າງປະເທດຂອງຈີນຈະກ້າວເຂົ້າສູ່ໄລຍະໃໝ່ທີ່ມີຜົນງານຫຼາຍກວ່າເກົ່າ ເຊິ່ງສະແດງໃຫ້ເຫັນວ່າ, ຈີນຈະປະກອບສ່ວນຫຼາຍກວ່າເກົ່າ ເພື່ອປົກປັກຮັກສາສັນຕິພາບ ແລະ ການພັດທະນາຂອງໂລກ. ນີ້ກໍຈະເປັນໂອກາດທີ່ດີສຳລັບໂລກເຊັ່ນກັນ.