ກອງປະຊຸມວຽກງານການຕ່າງປະເທດສູນກາງພັກຄອມມູນິດຈີນສົ່ງຂໍ້ມູນຂ່າວສານທີ່ສຳຄັນກ່ຽວກັບວຽກງານການຕ່າງປະເທດຂອງຈີນ

2023-12-30 17:45:46 cri


ໃນລະຫວ່າງວັນທີ 27 ຫາ 28 ທັນວານີ້, ກອງປະຊຸມວຽກງານການຕ່າງປະເທດສູນກາງພັກຄອມມູນິດຈີນໄດ້ຈັດຂຶ້ນຢູ່ນະຄອນຫຼວງປັກກິ່ງ, ທ່ານສີຈິ້ນຜິງ ເລຂາທິການໃຫຍ່ຄະນະກຳມະການສູນກາງພັກຄອມມູນິດຈີນໄດ້ເຂົ້າຮ່ວມກອງປະຊຸມແລະກ່າວຄຳປາໄສທີ່ສຳຄັນ ໂດຍໄດ້ສະຫຼຸບຜົນສຳເລັດແລະບົດຮຽນດ້ານວຽກງານການຕ່າງປະເທດໃນຖານະປະເທດໃຫຍ່ທີ່ມີສີສັນພິເສດຂອງຈີນໃນຮອບ 10 ປີໃນຍຸກໃໝ່ ທັງໄດ້ວາງແຜນຮອບດ້ານກ່ຽວກັບວຽກງານຕໍ່ຕ່າງປະເທດໃນປັດຈຸບັນກໍຄືໃນໄລຍະຕໍ່ໜ້າ.

ກອງປະຊຸມຄັ້ງນີ້ຊີ້ອອກວ່າ: ການສ້າງປະຊາຄົມຮ່ວມຊາຕາກຳຂອງມວນມະນຸດແມ່ນແນວຄິດແກນກາງຂອງແນວຄິດສີຈິ້ນຜິງການຕ່າງປະເທດ, ແມ່ນເປົ້າໝາຍອັນສູງສົ່ງດ້ານວຽກງານການຕ່າງປະເທດໃນຖານະປະເທດໃຫຍ່ທີ່ມີສີສັນພິເສດຂອງຈີນໃນຍຸກໃໝ່ ໂດຍຖືເອົາການຊຸກຍູ້ການບໍລິຫານໂລກແບບເປິກສາຫາລືຮ່ວມກັນ, ສ້າງສາຮ່ວມກັນ ແລະ ຊົມໃຊ້ຮ່ວມກັນເປັນວິທີທາງແຫ່ງການບັນລຸ, ຖືເອົາການຈັດຕັ້ງປະຕິບັດຄຸນຄ່າຮ່ວມຂອງມວນມະນຸດເປັນທິດຊີ້ນຳໂດຍລວມ, ຖືເອົາການຊຸກຍູ້ການສ້າງການພົວພັນສາກົນແບບໃໝ່ເປັນການຄ້ຳປະກັນໂດຍພື້ນຖານ, ຖືເອົາການຈັດຕັ້ງປະຕິບັດຂໍ້ລິເລີ່ມການພັດທະນາທົ່ວໂລກ, ຂໍ້ລິເລີ່ມຄວາມໝັ້ນຄົງທົ່ວໂລກ ແລະ ຂໍ້ລິເລີ່ມອະລິຍະທຳທົ່ວໂລກເປັນການນຳພາດ້ານຍຸດທະສາດ, ຖືເອົາການຮ່ວມກັນສ້າງ “ໜຶ່ງແລ້ວໜຶ່ງເສັ້ນທາງ” ດ້ວຍຄຸນນະພາບສູງເປັນເວທີແຫ່ງພຶດຕິກຳຕົວຈິງ, ຊຸກຍູ້ໃຫ້ປະເທດຕ່າງໆຮ່ວມກັນຮັບມືກັບສິ່ງທ້າທາຍ, ບັນລຸຄວາມຈະເລີນຮຸ່ງເຮືອງຮ່ວມກັນ, ຊຸກຍູ້ໃຫ້ໂລກກ້າວເດີນໄປສູ່ອະນາຄົດອັນສະຫວ່າງສະໄຫວທີ່ມີສັນຕິພາບ, ຄວາມໝັ້ນຄົງ, ຄວາມຈະເລີນຮຸ່ງເຮືອງ ແລະ ຄວາມກ້າວໜ້າ.



ໂດຍປະຕິບັດແນວຄິດແກນກາງແຫ່ງການສ້າງປະຊາຄົມຮ່ວມຊາຕາກຳຂອງມວນມະນຸດ, ຈະແກ້ໄຂແລະຮັບມືກັບບັນຫາແລະສິ່ງທ້າທາຍສຳຄັນຕ່າງໆທີ່ໂລກພວມປະເຊີນຢູ່ໃນປັດຈຸບັນຄືແນວໃດ? ທ່ານສີຈິ້ນຜິງໄດ້ສະເໜີແຜນການແກ້ໄຂຈາກສອງດ້ານໃນກອງປະຊຸມຄັ້ງນີ້ ຄື: ສົ່ງເສີມໃຫ້ໂລກມີຫຼາຍຂົ້ວທີ່ມີຄວາມສະເໝີພາບແລະເປັນລະບຽບ, ເສດຖະກິດໂລກາພິວັດທີ່ໃຫ້ຜົນປະໂຫຍດຢ່າງທົ່ວເຖິງແລະກວມລວມ.

ສອງຂໍ້ສະເໜີດັ່ງກ່າວເປັນການສະແດງໃຫ້ເຫັນເຖິງພຶດຕິກຳຕົວຈິງຂອງແນວຄິດສີຈິ້ນຜິງການຕ່າງປະເທດ ແລະ ແມ່ນວິທີການຢູ່ຮ່ວມກັບໂລກຂອງຈີນຢ່າງສະເໝີຕົ້ນສະເໝີປາຍ ທັງເປັນການສືບທອດຄ່ານິຍົມຕ່າງໆທີ່ຄົນຈີນນັບຖືແລະປະຕິບັດມາແຕ່ບູຮານນະການຈົນຮອດທຸກມື້ນີ້ ເປັນຕົ້ນ “ຖືເອົາສັນຕິພາບເປັນສິ່ງລ້ຳຄ່າ, ຢູ່ຮ່ວມກັນຢ່າງກົມກຽວແຕ່ເຄົາລົບສິ່ງທີ່ແຕກຕ່າງກັນ” “ຮ່ວມກັນຜ່ານຜ່າຄວາມຫຍຸ້ງຍາກ, ຮ່ວມກັນກ້າວໄປຂ້າງໜ້າຢ່າງກົມກຽວ” ແລະ “ຮ່ວມກັນຊົມໃຊ້ຄວາມດີງາມ, ສ້າງໂລກທີ່ກົມກຽວ”. ບໍ່ວ່າປະເທດໃຫຍ່ຫຼືປະເທດນ້ອຍ, ບໍ່ວ່າປະເທດພັດທະນາແລ້ວຫຼືປະເທດພວມພັດທະນາ ລ້ວນແຕ່ແມ່ນສະມາຊິກວົງຄະນາຍາດໃນສັງຄົມມະນຸດ, ແມ່ນປະຊາຄົມຮ່ວມຊາຕາກຳທີ່ມີຜົນປະໂຫຍດເຊື່ອມໂຍງກັນ, ມີຄວາມປອດໄພແລະຄວາມອັນຕະລາຍທີ່ພົວພັນກັນ. ພາຍໃຕ້ສະພາບການທີ່ມີສິ່ງທ້າທາຍເກີດຂຶ້ນເລື້ອຍໆຢູ່ໃນໂລກປັດຈຸບັນ, ທັດສະນະທີ່ຈະແຈ້ງດັ່ງກ່າວໄດ້ສ່ອງແສງໃຫ້ເຫັນເຖິງທັດສະນະທ່າທີຂອງປະເທດໃຫຍ່ທີ່ຮັບຜິດຊອບຕໍ່ການພັດທະນາແລະອະນາຄົດແຫ່ງຊາຕຳກຳຂອງມວນມະນຸດ.