ເຜີຍແຜ່ “ບົດລາຍງານກ່ຽວກັບການນຳໃຊ້ເງິນຢວນຈີນຢູ່ປະເທດສະມາຊິກອາຊຽນປີ 2023”

2023-12-30 15:05:27 cri

ວັນທີ 29 ທັນວານີ້,  ທະນາຄານປະຊາຊົນຈີນສາຂາເຂດປົກຄອງຕົນເອງເຜົ່າຈ້ວງກວາງຊີໃຫ້ຮູ້ວ່າ: ຫວ່າງມໍ່ໆມານີ້, “ບົດລາຍງານກ່ຽວກັບການນຳໃຊ້ເງິນຢວນຈີນຢູ່ປະເທດສະມາຊິກອາຊຽນປີ 2023” ທີ່ຮຽບຮຽງໂດຍສະມາຄົມວິທະຍາການທະນາຄານກວາງຊີໄດ້ເຜີຍແຜ່ຢູ່ນະຄອນນານໜິງເຂດກວາງຊີຈີນ. ບົດລາຍງານລະບຸວ່າ: ຢູ່ອາຊຽນໄດ້ເລັ່ງສ້າງສະພາບການໃໝ່ທີ່ນຳໃຊ້ເງິນຢວນຈີນກັບເງິນຕາປະເທດສະມາຊິກອາຊຽນເປັນຕົ້ນຕໍ.

ເນື້ອໃນບົດລາຍງານດັ່ງກ່າວລວມມີສະພາບການນຳໃຊ້ເງິນຢວນຈີນຢູ່ປະເທດສະມາຊິກອາຊຽນ, ການຮ່ວມມືດ້ານເງິນຕາລະຫວ່າງຈີນ-ອາຊຽນ, ຕະຫຼາດເງິນຢວນຈີນຢູ່ຕ່າງປະເທດຂອງສິງກະໂປ, ສະພາບການສ້າງພື້ນຖານໂຄງລ່າງເພື່ອນຳໃຊ້ເງິນຢວນຈີນຢູ່ປະເທດສະມາຊິກອາຊຽນ, ນະໂຍບາຍການນຳໃຊ້ເງິນຢວນຈີນຢູ່ປະເທດສະມາຊິກອາຊຽນ, ສະພາບການຮ່ວມມືດ້ານເສດຖະກິດການທະນາຄານລະຫວ່າງຈີນ-ອາຊຽນ, ທ່າອ່ຽງ, ວິໄສທັດ ແລະອື່ນໆ.

ປັດຈຸບັນ, ເຄືອຂ່າຍຊຳລະສະສາງດ້ວຍເງິນຢວນຈີນຢູ່ອາຊຽນມີຂະໜາດໃຫຍ່ໃນເບື້ອງຕົ້ນແລ້ວ. ການກໍ່ສ້າງທະນາຄານຊຳລະສະສາງດ້ວຍເງິນຢວນຈີນຢູ່ສິງກະໂປ, ມະເລເຊຍ, ໄທ ແລະ ຟິລິບປິນພວມໄດ້ຮັບການຊຸກຍູ້ຢ່າງໝັ້ນທ່ຽງ, ລະບົບການຄຸ້ມຄອງຂໍ້ມູນການຈ່າຍແລະຮັບເງິນຢວນຈີນຂ້າມຊາດລຸ້ນທີສອງໄດ້ດຳເນີນງານຢ່າງເປັນທາງການ.