ຈັດງານນ້ຳຊາສະຫຼອງບຸນປີໃໝ່ສາກົນຂອງສະພາເປິກສາການເມືອງປະຊາຊົນແຫ່ງຊາດຈີນ

2023-12-30 15:06:28 cri


    ຄະນະກຳມະການທົ່ວປະເທດສະພາເປິກສາການເມືອງປະຊາຊົນແຫ່ງຊາດຈີນໄດ້ຈັດງານນ້ຳຊາສະຫຼອງບຸນປີໃໝ່ສາກົນຢູ່ຫໍປະຊຸມສະພາເປິກສາການເມືອງປະຊາຊົນແຫ່ງຊາດຈີນໃນຕອນເຊົ້າວັນທີ 29 ທັນວານີ້.

    ທ່ານສີຈິ້ນຜິງ ເລຂາທິການໃຫຍ່ຄະນະກຳມະການສູນກາງພັກຄອມມູນິດຈີນ, ປະເທດປະເທດຈີນ, ປະທານຄະນະກຳມະການການທະຫານສູນກາງຈີນ ໄດ້ກ່າວຄຳປາໄສອັນສຳຄັນ. ທ່ານເນັ້ນໜັກວ່າ: ຊຸກຍູ້ການສ້າງປະເທດທີ່ເຂັ້ມແຂງ ແລະ ຟື້ນຟູຄວາມຈະເລີນຮຸ່ງເຮືອງອັນຍິ່ງໃຫຍ່ຂອງປະຊາຊາດຈີນຢ່າງຮອບດ້ານດ້ວຍຄວາມທັນສະໄໝແບບຈີນ ແມ່ນໜ້າທີ່ໃຈກາງຂອງພັກ ແລະ ລັດໃນຂະບວນການໃໝ່ໃນຍຸກໃໝ່, ແມ່ນການເມືອໃຫຍ່ທີ່ສຸດໃນຍຸກໃໝ່. ພວກເຮົາຕ້ອງປັບປຸງ ແລະ ພັດທະນາແນວໂຮມເອກະພາບກຊາດທີ່ກວ້າງຂວາງທີ່ສຸດ, ເຕົ້າໂຮມຄວາມສາມັກຄີໃຫ້ແໜ້ນແຟ້ນທີ່ສຸດເຂົ້າໃນການສ້າງປະເທດທີ່ເຂັ້ມແຂງ ແລະ ຟື້ນຟູຄວາມຈະເລີນຮຸ່ງເຮືອງອັນຍິ່ງໃຫຍ່ຂອງປະຊາຊາດຈີນ, ເຕົ້າໂຮມກຳລັງແຮງສັງລວມດ້ວຍຄວາມສາມັກຄີ, ສ້າງພາລະກິດຍິ່ງໃຫຍ່ດ້ວຍຄວາມບຸກບືນສູ້ຊົນ, ຮ່ວມກັນສ້າງໂສມໜ້າໃໝ່ທີ່ສະຫງ່າງາມຂອງຄວາມທັນສະໄໝແບບຈີນ.



   ທ່ານສີຈິ້ນຜິງໄດ້ຕາງໜ້າສູນກາງພັກຄອມມູນິດຈີນ, ລັດຖະບານຈີນ, ຄະນະກຳມະການການທະຫານສູນກາງຈີນ, ກ່າວຄຳອວຍພອນປີໃໝ່ສາກົນອັນປະເສີດໃຫ້ແກ່ບັນດາພັກຝ່າຍປະຊາທິປະໄຕ, ສະຫະພັນອຸດສາຫະກຳ ແລະ ກາຄ້າຈີນ , ບຸກຄົນບໍ່ຂຶ້ນກັບພັກຝ່າຍໃດ, ປະຊາຊົນບັນດາເຜົ່າໃນທົ່ວປະເທດ, ພີ່ນ້ອງຮ່ວມຊາດຮົງກົງ, ພີ່ນ້ອງຮ່ວມຊາດມາກາວ, ພີ່ນ້ອງຮ່ວມຊາດໄຕ້ຫວັນ , ຊາວຈີນຕ່າງດ້າວ, ເພື່ອນມິດບັນດາປະເທດທີ່ເອົາໃຈໃສ່ ແລະ ສະໜັບສະໜູນການສ້າງສາຄວາມທັນສະໄໝແບບຈີນ.