ການແຂ່ງຂັນແລ່ນເຮືອໃບສາກົນຊິງແຊັມອາຊຽນຈະເລີ່ມຂຶ້ນໃນປີ2024

2023-12-31 11:36:14 cri

ການແຂ່ງຂັນແລ່ນເຮືອໃບສາກົນຊິງແຊັມອາຊຽນ2024ຕາມກຳນົດຈະຈັດຂຶ້ນລະຫວ່າງວັນທີ21-27ຕຸລາ2024ຢູ່ມາລະກາ ປະເທດມະເລເຊຍ. ໃນໄລຍະ ແຂ່ງຂັນຍັງຈະຈັດກິດຈະກຳທີ່ກ່ຽວຂ້ອງຕ່າງໆເປັນຕົ້ນແມ່ນ ການສຳຜັດກັບການແລ່ນເຮືອ, ງານດົນຕີ, ເວທີເປິກສາຫາລືແລະອື່ນໆ.

ການແຂ່ງຂັນແລ່ນເຮືອໃບສາກົນຊິງແຊັມອາຊຽນ2024ຈະເຊີນທີມເຮືອໃບຈາກ10ປະເທດສະມາຊິກອາຊຽນ, ຈີນກໍຄືປະເທດແລະເຂດແຄວ້ນອື່ນໆ ຈຳນວນ 10 ກວ່າທີມເຂົ້າຮ່ວມ.

ຕາມວາລະການແຂ່ງຂັນ, ການຮັບສະໝັກທີມເຮືອໃບຈະເລີ່ມຂຶ້ນໃນຕົ້ນປີ2024, ເດືອນພຶດສະພາຈະຈັດການແຂ່ງຂັນຮອບຄັດເລືອກ. ຄາດວ່າ ຈະມີທີມເຮືອໃບທັກສະສູງຈາກ30ປະເທດແລະເຂດຄວ້ນຈຳນວນຫຼາຍກວ່າ 50 ທີມເຂົ້າຮ່ວມ.

ນອກນີ້, ສະໜາມແຂ່ງຂັນຕ່າງໆຍັງຈະຈັດກິດຈະກຳທີ່ມີເອກະລັກພິເສດຂອງໃຜລາວ. ຝ່າຍເຈົ້າພາບຈັດງານຢືນຢັນວ່າ ຫວັງຫວ່າຜູ້ເຂົ້າຮ່ວມການແຂ່ງຂັນຈະສາມາດສຳຜັດໄດ້ຄວາມສວຍງາມຂອງຕົວເມືອງ, ເຂດທະເລແລະວັດທະນະທຳຂອງສະໜາມແຂ່ງຂັນຕ່າງໆ.