ເປີດຂະບວນລົດໄຟສາກົນແລ່ນຫາກັນຄູ່ທຳອິດຕາມເສັ້ນທາງລົດໄຟຂ້າມຊາດຈີນ-ລາວ-ໄທ ແລວທາງໃໝ່ທາງບົກທາງທະເລ

2023-12-31 11:34:14 cri



ຂະບວນລົດໄຟຂ້າມຊາດແລວທາງໃໝ່ທາງບົກທາງທະເລທີ່ບັນທຸກສິນຄ້າ ອຸດສາຫະກຳເຄມີຈຳນວນ64ຕູ້ສິນຄ້າມາດຕະຖານໄດ້ແລ່ນອອກຈາກສະຖານີໃຈກາງທວນເຈຊຸ່ນກຳແພງນະຄອນຈຸ່ງກິ່ງປະເທດຈີນໃນວັນທີ29ທັນວານີ້, ໂດຍຈະແລ່ນຜ່ານປະເທດຈີນ-ລາວ-ໄທ, ຄາດວ່າຈະເດີນທາງໄປເຖິງສະຖານີມາດຕະພຸດປະເທດໄທຫຼັງຈາກເດີນທາງເປັນເວລາ5ວັນ. ຂະນະດຽວກັນນັ້ນ, ຂະບວນລົດໄຟຂ້າມຊາດທີ່ບັນທຸກຜະລິດຕະພັນກະສິກຳຂອງໄທຈຳນວນ30ຕູ້ສິນຄ້າມາດຕະຖານໄດ້ອອກເດີນທາງຈາກສະຖານີມາດຕະພຸດປະເທດໄທຈະເດີນທາງເປັນເວລາ5ວັນໄປເຖິງກຳແພງນະຄອນຈຸ່ງກິ່ງຈີນ.

ຕາມແຫຼ່ງຂ່າວໃຫ້ຮູ້ວ່າ: ຂະບວນລົດໄຟຄູ່ນີ້ແມ່ນຂະບວນລົດໄຟສາກົນແລວທາງໃໝ່ທາງບົກທາງທະເລຂະບວນທຳອິດທີ່ຂົນສົ່ງສິນຄ້າຜ່ານທາງລົດໄຟຕະຫຼອດໄລຍະທາງລະຫວ່າງກຳແພງນະຄອນຈຸ່ງກິ່ງຈີນກັບປະເທດໄທ ເຊິ່ງເປັນຂີດໝາຍສະແດງໃຫ້ເຫັນວ່າ ສອງທ້ອງຖິ່ນດັ່ງກ່າວຈະເປີດແລວທາງໃໝ່ຈໍລະຈອນສິນຄ້າສາກົນຕື່ມອີກສາຍໜຶ່ງ ເຊິ່ງຈະເຮັດໃຫ້ການແລກປ່ຽນດ້ານເສດຖະກິດການຄ້າມີຄວາມສະດວກຫຼາຍຂຶ້ນກວ່າເກົ່າ.