ຈີນ ແລະ ໄທຈະຍົກເວັ້ນວີຊ່າໃຫ້ກັນ ແລະ ກັນຢ່າງຖາວອນ

2024-01-02 15:08:53 CRI


    ວັນທີ 2 ມັງກອນ 2024 ນີ້, ທ່ານເສດຖາ ທະວີສິນ ນາຍົກລັດຖະມົນຕີທັງເປັນລັດຖະມົນຕີກະຊວງການເງິນຂອງປະເທດໄທໃຫ້ສຳພາດຕໍ່ສື່ມວນຊົນພາຍຫຼັງກອງປະຊຸມຄະນະລັດຖະບານວ່າ, ນະໂຍບາຍຍົກເວັ້ນວີຊ່າເຂົ້າເມືອງຕໍ່ນັກທ່ອງທ່ຽວຂອງຈີນແມ່ນໄດ້ກຳນົດເວລາໄປຮອດວັນທີ 29 ກຸມພາ ປີ 2024, ປັດຈຸບັນລະບຽບການຍົກເວັ້ນວີຊ່າແມ່ນໃກ້ຈະໝົດເວລາກຳນົດແລ້ວ. ໂດຍຜ່ານການເປິກສາຫາລືຢ່າງຕໍ່ເນື່ອງກັບຝ່າຍຈີນ, ຈີນ ແລະ ໄທຈະປະຕິບັດນະໂຍບາຍຍົກເວັ້ນວີຊ່າໃຫ້ກັນ ແລະ ກັນຢ່າງຖາວອນ.