“ຊີວິດທີ່ດີງາມກວ່າເກົ່າ” ກໍເປັນຄວາມປາຖະໜາຮ່ວມຂອງປະຊາຊົນໃນທົ່ວໂລກເຊັ່ນກັນ

2024-01-02 14:24:25 cri

ປີ 2023 ທີ່ຫາກໍຜ່ານພົ້ນໄປ ແມ່ນປີໜຶ່ງທີ່ເສດຖະກິດຈີນໄດ້ຟື້ນຟູການເຕີບໂຕ ພາຍຫຼັງຫັນປ່ຽນການປ້ອງກັນ ແລະ ຄວບຄຸມການແຜ່ລະບາດຂອງພະຍາດໂຄວິດ-19 ທີ່ດຳເນີນເປັນໄລຍະ 3 ປີ. ເຖິງວ່າໄດ້ປະເຊີນໜ້າກັບສິ່ງທ້າທາຍຕ່າງໆນາໆປະການກໍຕາມ, ແຕ່ຊາວຈີນທຸກຄົນລ້ວນແຕ່ໄດ້ສູ້ຊົນຜ່ານຜ່າ ແລະ ໄດ້ປະກອບສ່ວນຢ່າງຕັ້ງອົກຕັ້ງໃຈເປັນພິເສດ. ປີ 2023 ທີ່ຫາກໍ່ຜ່ານໄປແລ້ວ, ຈີນໄດ້ປະສົບຜົນສຳເລັດທີ່ເຕັມເມັດເຕັມໜ່ວຍ.


ແມ່ນພະລັງແບບໃດກັນແທ້ທີ່ໄດ້ເປັນສິ່ງຄ້ຳປະກັນໃຫ້ແກ່ຈີນ ໃນການທົນຕໍ່ຟ້າຝົນລົມແດງ ແລ້ວໄດ້ພົບພໍ້ທັດສະນີຍະພາບທີ່ດີງາມ? ທ່ານສີຈິ້ນຜິງ ປະທານປະເທດຈີນກ່າວວ່າ: “ເປົ້າໝາຍຂອງພວກເຮົາແມ່ນຍິ່ງໃຫຍ່ຫຼາຍ, ກໍເປັນເປົ້າໝາຍທີ່ທຳມະດາໄດ້ເຊັ່ນກັນ, ນັ້ນກໍຄື ເຮັດໃຫ້ປະຊາຊົນໄດ້ດຳລົງຊີວິດທີ່ດີງາມກວ່າເກົ່າ.” ຊີວິດທີ່ດີງາມກວ່າເກົ່າເປັນຄວາມປາຖະໜາທຳມະດາແຫ່ງການພັດທະນາຂອງຈີນ, ກໍເປັນຄວາມປາຖະໜາຮ່ວມຂອງປະຊາຊົນໃນທົ່ວໂລກເຊັ່ນກັນ.

ເພື່ອໃຫ້ປະຊາຊົນໃນໂລກມີຊີວິດທີ່ດີງາມກວ່າເກົ່າ, ກ່ອນອື່ນ, ຕ້ອງມີສິ່ງແວດລ້ອມທີ່ດີ, ມີສັນຕິພາບ ແລະ ຄວາມສະຫງົບ. ຈາກການເຜີຍແຜ່ “ຫຼັກໝັ້ນຂອງຈີນກ່ຽວກັບການແກ້ໄຂວິກິດການອູແກຣນໂດຍຜ່ານຊ່ອງທາງການເມືອງ”, “ເອກະສານກ່ຽວກັບຫຼັກໝັ້ນຂອງຈີນໃນການແກ້ໄຂການປະທະກັນລະຫວ່າງປາແລັດສະຕິນກັບອິດສະຣາແອນ”, ຕະຫຼອດຮອດໄດ້ສົ່ງເຈົ້າໜ້າທີ່ຫຼາຍທ່ານໄປດຳເນີນການໄກ່ເກ່ຍ, ຄວາມພະຍາຍາມຂອງຈີນໄດ້ຮັບຄວາມເຫັນດີຢ່າງກວ້າງຂວາງຈາກປະຊາຄົມໂລກ.


ການພັດທະນາແມ່ນລູກກະແຈໃນການແກ້ໄຂທຸກບັນຫາ. ປີ 2023 ທີ່ຫາກໍຜ່ານພົ້ນໄປ, ການຟື້ນຟູຂອງເສດຖະກິດໂລກແມ່ນຂາດກຳລັງຂັບເຄື່ອນ, ວິກິດການດ້ານອາຫານ, ວິກິດການດ້ານພະລັງງານ ແລະ ລາຄາສິນຄ້າໄດ້ຖີບຕົວສູງຂຶ້ນເປັນຕົ້ນ ໄດ້ສ້າງຄວາມກົດດັນອັນໃຫຍ່ຫຼວງໃຫ້ແກ່ປະຊາຊົນຫຼາຍປະເທດ. ໃນບັນດາກຸ່ມເສດຖະກິດຕົ້ນຕໍຂອງໂລກ, ເສດຖະກິດຈີນໄດ້ເຕີບໂຕ 5,2% ໃນ 3 ໄຕມາດຂອງປີ 2023, ຈີນຍັງຄົງແມ່ນຫົວຈັກທີ່ໃຫຍ່ທີ່ສຸດສຳລັບເສດຖະກິດໂລກ. ຈີນໄດ້ເປັນເຈົ້າພາບຈັດງານວາງສະແດງການຄ້າການບໍລິການ, ງານວາງສະແດງສິນຄ້ານຳເຂົ້າສາກົນຈີນ ແລະ ງານວາງສະແດງອື່ນໆ ເພື່ອໃຫ້ທົ່ວໂລກໄດ້ຊົມໃຊ້ໂອກາດຈາກປະເທດຈີນ.

ເພື່ອເຮັດປະຊາຊົນໃນໂລກມີຊີວິດທີ່ດີງາມກວ່າເກົ່າ, ແມ່ນຍັງຫວັງໃຫ້ມີການບໍລິຫານທົ່ວໂລກທີ່ຍຸຕິທຳ ແລະ ສົມເຫດສົມຜົນກວ່າເກົ່າ. ຈາກການເປັນເຈົ້າພາບຈັດກອງປະຊຸມສຸດຍອດຈີນ-ອາຊີກາງ ແລະ ກອງປະຊຸມເວທີເປິກສາຫາລືສຸດຍອດວ່າດ້ວຍການຮ່ວມມືສາກົນ “ໜຶ່ງແລວໜຶ່ງເສັ້ນທາງ” ຄັ້ງທີ 3 ຢ່າງສຳເລັດຜົນ, ຈົນຮອດກຸ່ມປະເທດບຣິກສ໌ຮັບເອົາສະມາຊິກໃໝ່ ແລະ ການພົບປະກັນລະຫວ່າງປະມຸກລັດຈີນ-ອາເມຣິກາທີ່ນະຄອນຊັນຟຣັນຊີສໂກ, ຈີນພະຍາຍາມປົກປັກຮັກສາລະບຽບສາກົນ ແລະ ເຮັດໃຫ້ກຳລັງ “ພາກໃຕ້ຂອງທົ່ວໂລກ” ເຕີບໃຫຍ່ຂະຫຍາຍຕົວ ເຊິ່ງໄດ້ເພີ່ມຄວາມແນ່ນອນ ແລະ ຄວາມໝັ້ນທ່ຽງໃຫ້ແກ່ໂລກ ທີ່ເຕັມໄປດ້ວຍຄວາມປັ່ນປ່ວນ ແລະ ການປ່ຽນແປງ.


“ການຊຸກຍູ້ການສ້າງປະຊາຄົມຮ່ວມຊາຕາກຳຂອງມວນມະນຸດ ເພື່ອສ້າງໂລກທີ່ດີງາມກວ່າເກົ່າ.” ປີ 2024, ຈີນຍິນດີຮ່ວມມືກັບປະຊາຄົມໂລກຮັບມືກັບສິ່ງທ້າທາຍ ແລະ ຊຸກຍູ້ຄວາມຈະເລີນຮຸ່ງເຮືອງຮ່ວມກັນ.