60 ປີຜ່ານມາ ຈີນໄດ້ປະຕິບັດວຽກນີ້ມາໂດຍຕະຫຼອດ

2024-01-02 13:27:25 CRI


ຫວ່າງບໍ່ດົນມານີ້, ພິທີລະນຶກກ່ຽວກັບຈີນໄດ້ສົ່ງໜ່ວຍງານການແພດໄປຊ່ວຍເຫຼືອຕ່າງປະເທດຄົບຮອບ 60 ປີ ແລະ ພິທີຍ້ອງຍໍໄດ້ຈັດຂຶ້ນຢູ່ນະຄອນຫຼວງປັກກິ່ງ. ທ່ານສີຈິ້ນຜິງ ປະທານປະເທດຈີນໄດ້ຕ້ອນຮັບການເຂົ້າຢ້ຽມຄຳນັບຂອງຜູ້ແທນທີ່ເຂົ້າຮ່ວມກອງປະຊຸມ. ຄະນະນຳຂັ້ນສູງຂອງຈີນໄດ້ສະແດງຄວາມຍ້ອງຍໍຢ່າງສຸດໃຈຕໍ່ຜົນງານໃນດ້ານວຽກງານການຊ່ວຍເຫຼືອຕ່າງປະເທດດ້ານການແພດ, ສົ່ງເສີມພວກເຂົາເຈົ້າ “ປະກອບສ່ວນໃຫ້ຫຼາຍກວ່າເກົ່າເຂົ້າໃນການຊຸກຍູ້ການສ້າງປະຊາຄົມຮ່ວມສາທາລະນະສຸກຂອງມວນມະນຸດ”.

 

ຜົນງານການຊ່ວຍເຫຼືອຕ່າງປະເທດດ້ານການແພດໃນ 60 ປີຜ່ານມາ, ໄດ້ກາຍເປັນຊ່ອງທາງໜຶ່ງທີ່ວົງການພາຍນອກໄດ້ສັງເກດເຫັນຄວາມຮັບຜິດຊອບຂອງຈີນ. ເມື່ອສັງເກດເບິ່ງຈາກຕົວເລກແລ້ວເຫັນວ່າ, ຈີນໄດ້ສົ່ງໜ່ວຍງານການແພດ 3 ໝື່ນເທື່ອຄົນໄປສູ່ 76 ປະເທດ ແລະ ເຂດແຄວ້ນ ເພື່ອຊ່ວຍເຫຼືອສ້າງສິ່ງກໍ່ສ້າງສາທາລະນະສຸກ 130 ກວ່າແຫ່ງ, ປິ່ນປົວຄົນເຈັບເກືອບ 300 ລ້ານເທື່ອຄົນ. ເມື່ອເບິ່ງຈາກການປະກອບສ່ວນແລ້ວເຫັນວ່າ, ຂົງເຂດ ແລະ ເນື້ອໃນແຫ່ງການຊ່ວຍເຫຼືອໃນດ້ານການປິ່ນປົວພະຍາດຂອງຈີນໄດ້ເພີ່ມຂຶ້ນເລື້ອຍໆ, ໂດຍສະເພາະໃນ 10 ປີຜ່ານມານີ້, ຈີນໄດ້ສະເໜີທັດສະນະໃນການຊຸກຍູ້ການສ້າງປະຊາຄົມຮ່ວມສາທາລະນະສຸກຂອງມວນມະນຸດ, ການຊ່ວຍເຫຼືອຕ່າງປະເທດດ້ານການປິ່ນປົວພະຍາດກໍໄດ້ຫັນຈາກການຊ່ວຍເຫຼືອປິ່ນປົວຄົນເຈັບ, ຍົກລະດັບກ້າວຂຶ້ນມາເປັນການຊ່ວຍເຫຼືອສ້າງລະບົບການປິ່ນປົວ ແລະ ຍົກສູງຄວາມສາມາດດ້ານການປິ່ນປົວໃຫ້ແກ່ປະເທດທີ່ໄດ້ຮັບການຊ່ວຍເຫຼືອ; ຈາກການຊ່ວຍເຫຼືອແບບ “ການສົ່ງເລືອດ” ກາຍເປັນການຮ່ວມມືແບບ “ການສ້າງເລືອດ” ຢ່າງຕໍ່ເນື່ອງ, ສະໜັບສະໜູນປະເທດທີ່ຮັບການຊ່ວຍເຫຼືອນັ້ນບັນລຸການພັດທະນາແບບກ້າວກະໂດດ.

 


60 ປີ ບໍ່ແມ່ນຈຸດສິ້ນສຸດ ແຕ່ແມ່ນຈຸດເລີ່ມຕົ້ນໃໝ່. ເມື່ອເບິ່ງຈາກເລື່ອງລາວຂອງການຊ່ວຍເຫຼືອຕ່າງປະເທດດ້ານການປິ່ນປົວພະຍາດຂອງຈີນ, ຊາວໂລກກໍໄດ້ຮັບຮູ້ວ່າ ປະຊາຊົນຈີນແມ່ນຮັກຫອມສັນຕິພາບ ທະນຸຖະໜອມຊີວິດ, ຮັບຮູ້ເຖິງຄວາມຮັບຜິດຊອບຂອງຈີນໃນຖານະເປັນປະເທດໃຫຍ່ ແລະ ກໍໄດ້ເຂົ້າໃຈເຖິງຄຳໝັ້ນສັນຍາອັນໜັກແໜ້ນຂອງຈີນທີ່ມີຕໍ່ທົ່ວໂລກ ຄື: “ຂໍພຽງແຕ່ເປັນເລື່ອງທີ່ມີຜົນດີຕໍ່ມວນມະນຸດ, ຈີນຈະປະຕິບັດໃຫ້ດີຢ່າງເດັດດ່ຽວ.”