ກຳປັ່ນທ່ອງທ່ຽວຂະໜາດໃຫຍ່ລຳທຳອິດທີ່ຜະລິດໂດຍຈີນເລີ່ມການເດີນເຮືອຄັ້ງທຳອິດ

2024-01-02 16:30:13 CRI


ວັນທີ 1 ມັງກອນນີ້, ກຳປັ່ນ “ອາໂດຣາ ເມືອງສະເໜ່” ທີ່ເປັນກຳປັ່ນທ່ອງທ່ຽວຂະໜາດໃຫຍ່ລຳທຳອິດທີ່ຈີນຜະລິດເອງໄດ້ເລີ່ມການເດີນເຮືອຄັ້ງທຳອິດໂດຍຈາກທ່າກຳປັ່ນທ່ອງທ່ຽວສາກົນອູຊົ່ງໂຂວນະຄອນຊຽງໄຮ້.



ກຳປັ່ນ “ອາໂດຣາ ເມືອງສະເໜ່” ປຽບເໝືອນດັ່ງ “ຕົວເມືອງທັນສະໄໝຢູ່ເທິງໜ້ານ້ຳທະເລ”, ມີບໍລິມາດບັນທຸກນ້ຳໜັກເຖິງ 135.500 ໂຕນ, ມີຄວາມຍາວ 323,6 ແມັດ, ກວ້າງ 37,2 ແມັດ, ມີຄວາມສູງ 72,2 ແມັດ; ຢູ່ເທິງກຳປັ່ນມີຫ້ອງພັກ 2125 ຫ້ອງ, ສາມາດບັນຈຸຜູ້ໂດຍສານ 5246 ຄົນ, ມີເຂດທີ່ຢູ່ອາໄສ ແລະ ການບັນເທີງ 4 ໝື່ນຕາແມັດ.