ປີ 2023 ອັດຕາເງິນເຟີ້ຂອງອິນໂດເນເຊຍແມ່ນ 2,61%

2024-01-02 15:13:15 CRI


ວັນທີ 2 ມັງກອນນີ້, ອົງການສະຖິຕິສູນກາງອິນໂດເນເຊຍໄດ້ອອກປະກາດຂ່າວວ່າ, ຕະຫຼອດປີ 2023 ອັດຕາເງິນເຟີ້ຂອງອິນໂດເນເຊຍແມ່ນ 2,61%, ເຖິງຢູ່ໃນຂອບເຂດເປົ້າໝາຍຄື 2% – 4 %ທີ່ກຳນົດໂດຍທະນາຄານກາງອິນໂດເນເຊຍ.

 

ຂໍ້ມູນສະແດງໃຫ້ເຫັນວ່າ, ລາຄາອາຫານໄດ້ຖີບໂຕສູງຂຶ້ນເປັນແຮງຊຸກຍູ້ຕົ້ນຕໍ່ຂອງໄພເງິນເຟີ້. ນອກນີ້, ລາຄານ້ຳມັນເຊື້ອໄຟກໍສູງຂຶ້ນເຮັດໃຫ້ຕົ້ນທຶນການຂົນສົ່ງເພີ່ມສູງຂຶ້ນ ແລະ ກໍໄດ້ສ້າງຜົນກະທົບຕໍ່ໄພເງິນເຟີ້ເຊັ່ນກັນ. ອົງການດັ່ງກ່າວຄາດຄະເນວ່າ, ອັດຕາເງິນເຟີ້ຂອງອິນໂດເນເຊຍໃນປີ 2024 ຈະຮັກສາໄວ້ໃນຂອບເຂດລະຫວ່າງ  2% – 4 %.