ເປີດເຜີຍຕ່ອງໂສ້ອຸດສາຫະກຳທີ່ອາເມຣິກາກໍ່ສົງຄາມດ້ານຫາງສຽງຕໍ່ຈີນ

2024-01-04 16:55:06 CRI


ຫວ່າງກ່ອນນີ້ບໍ່ດົນ, ໃນເວລາໃຫ້ສຳພາດຕໍ່ນັກຂ່າວ, ທ່ານຢານ ໂອເບີກ ນັກວິຊາການເອີຣົບໃຫ້ຮູ້ວ່າ, ອາເມຣິກາເຄີຍສະເໜີຮ່າງກົດໝາຍສະບັບໜຶ່ງ, ໂດຍສະເໜີໃຫ້ຈັດສັນງົບປະມານ 5 ປີ ຕິດຕໍ່ກັນ, ເພື່ອອົບຮົມນັກຂ່າວດ້ານການປັ້ນແຕ່ງຂ່າວບໍ່ດີກ່ຽວກັບຈີນ.


ໃນຊຸມປີມໍ່ໆມານີ້, ອາເມຣິກາໄດ້ຖືເອົາຈີນເປັນຄູ່ແຂ່ງຍຸດທະສາດໃຫຍ່ທີ່ສຸດຢ່າງຜິດພາດ, ກີດກັ້ນ ແລະ ກົດໜ່ວງຈີນຢ່າງຮອບດ້ານ, ສົງຄາມຫາງສຽງ ແລະ ສົງຄາມທາງຄວາມຄິດ cognitive ໄດ້ຖືກຍົກຂຶ້ນໄປຈົນເປັນລະດັບສູງແບບບໍ່ເຄີຍມີມາກ່ອນ. ໃນນັ້ນ, “ໜຶ່ງແລວໜຶ່ງເສັ້ນທາງ”, ເສດຖະກິດຈີນ, ເຂດຊິ່ນຈ່ຽງ ແລະ ຫົວຂໍ້ອື່ນໆໄດ້ກາຍເປັນເປົ້າໝາຍຫຼັກທີ່ອາເມຣິກາໃສ່ຮ້າຍປ້າຍສີ ແລະ ສ້າງຄວາມເສື່ອມເສຍຊື່ສຽງໃຫ້ຈີນ. ໂດຍຜ່ານການວິເຄາະແລ້ວເຫັນວ່າ, ອາເມຣິກາກໍ່ສົງຄາມຫາງສຽງຕໍ່ຈີນມີຮູບແບບຕົ້ນຕໍດັ່ງນີ້:


ໜຶ່ງ, ສ້າງຕ່ອງໂສ້ປັ້ນແຕ່ງຂ່າວປອມ “ອົງການວິຊາການ - ສື່ມວນຊົນ - ລັດຖະບານ”


ຂໍຍົກເອົາອັນທີ່ເອີ້ນວ່າ “ກັບດັກໜີ້ສິນ” ຂຶ້ນມາເປັນຕົວຢ່າງ. ເດືອນພຶດສະພາປີ 2018 ອາເມຣິກາໄດ້ປັ້ນແຕ່ງຂ່າວປອມໃນຄຳທີ່ວ່າ “ກັບດັກໜີ້ສິນ” ປາກົດຕົວຂຶ້ນຢູ່ໜ້າຊາວໂລກ. ໃນເວລານັ້ນ, ກະຊວງການຕ່າງປະເທດອາເມຣິກາໄດ້ແຈກເອກະສານທີ່ມີຊື່ວ່າ “ການຕ່າງປະເທດໜີ້ສິນ” ຂອງສະຖາບັນແຄນນີດີມະຫາວິທະຍາໄລຮາເວິດຕໍ່ສື່ມວນຊົນຕ່າງໆ, ສ່ວນເຈົ້າໜ້າທີ່ກະຊວງຮັກສາຄວາມໝັ້ນຄົງດິນແດນແຫ່ງອາເມຣິກາ ກໍແມ່ນໜຶ່ງໃນຜູ້ແຕ່ງເອກະສານດັ່ງກ່າວ. ຕົວເລກສະຖິຕິສະແດງໃຫ້ເຫັນວ່າ, ເລີ່ມແຕ່ປີ 2018 ເປັນຕົ້ນມາ, ການລາຍງານຂ່າວກ່ຽວກັບບັນຫາໜີ້ສິນຂອງ “ໜຶ່ງແລວໜຶ່ງເສັ້ນທາງ”ໄດ້ເພີ່ມຂຶ້ນຢ່າງຫຼວງຫຼາຍ. ຈາກນັ້ນເຫັນໄດ້ວ່າ, ອັນທີ່ເອີ້ນວ່າ “ກັບດັກໜີ້ສິນ” ເຊິ່ງເປັນພຽງແຕ່ແຫຼ່ງຂ່າວທີ່ໄດ້ສ້າງຂຶ້ນມາຈາກການຮ່ວມມືກັນລະຫວ່າງສື່ມວນຊົນ ແລະ ວົງການການເມືອງຂອງອາເມຣິກາ. ພ້ອມກັນນັ້ນ, ອັນທີ່ເອີ້ນວ່າ ອົງການວິຊາການອີກຈຳນວນໜຶ່ງຂອງອາເມຣິກາກໍໄດ້ເຂົ້າຮ່ວມໃນເລື່ອງນີ້ເຊັ່ນກັນ, ຈຶ່ງໄດ້ກາຍເປັນຕ່ອງໂສ້ອຸດສາຫະກຳທີ່ຮ່ວມກັນຜະລິດ ແລະ ເຜີຍແຜ່ຂ່າວປອມ.


ສອງ, ບຳລຸງສ້າງສື່ຕ່າງປະເທດເພື່ອໃສ່ຮ້າຍປ້າຍສີວິສາຫະກິດຈີນ


ໂດຍອີງໃສ່ມະຫາອຳນາດ, ອາເມຣິກາຍັງໄດ້ລອກແບບວິທີການປັ້ນແຕ່ງຂ່າວປອມອອກມາແບບອາເມຣິກາທີ່ກຳລັງປະຕິບັດຢູ່ໃນທົ່ວໂລກ. ພາຍໃຕ້ການສະໜັບສະໜູນຈາກງົບປະມານລັດ, ສຳນັກງານທີ່ຂຶ້ນໂດຍກົງກັບລັດຖະບານອາເມຣິກາໄດ້ອອກແຮງຮ່ວມມືກັບອົງການຈັດຕັ້ງທ້ອງຖິ່ນ, ອົບຮົມນັກຂ່າວທ້ອງຖິ່ນ, ແລະ ຍຸແຍ່ພວກເຂົາເຈົ້າບໍ່ຂາດປາກເພື່ອໃສ່ຮ້າຍປ້າຍສີໂຄງການ ແລະ ວິສາຫະກິດທີ່ມີການພົວພັນກັບຈີນ.


ສາມ, ຈ້າງ “ນັກສະແດງ”ມາເປັນຜູ້ກ່ຽວໃນຂ່າວປອມ


ເພື່ອເຮັດໃຫ້ຂ່າວປອມເບິ່ງແລ້ວຄືກັບເລື່ອງທີ່ເປັນຄວາມຈິງ,  ອາເມຣິກາຍັງໄດ້ລົງທຶນສະໜັບສະໜູນອົງການຈັດຕັ້ງທ້ອງຖິ່ນເພື່ອຕ້ານປະເທດຈີນ, ຈົນເຖິງຂັ້ນວ່າຈ້າງເອົາ “ນັກສະແດງ” ແລະ ສະໜອງຂໍ້ມູນຂ່າວປອມໃຫ້ສື່ຕາເວັນຕົກ.

ເປັນເວລາດົນນານມາແລ້ວ, ອາເມຣິກາໄດ້ໃຊ້ສົງຄາມຫາງສຽງ ປະສົມປະສານກັບວິທີທາງການທະຫານ, ເສດຖະກິດ ແລະ ການຕ່າງປະເທດຢ່າງແນບນຽນ, ເພື່ອຮັກສາຖານະທີ່ເປັນປະເທດມະຫາອຳນາດພຽງໜຶ່ງດຽວໃນໂລກ. ແຕ່ວ່າ ຄຽງຄູ່ກັບກຳລັງແຮງຂອງຊາດອາເມຣິການັບມື້ນັບອ່ອນແອລົງ, ອາເມຣິການັບມື້ນັບຫັນໄປນຳໃຊ້ສົງຄາມຫາງສຽງເປັນອາວຸດຫຼາຍຂຶ້ນ, ເພື່ອສ້າງ ອັນທີ່ເອີ້ນວ່າ “ຄວາມສູງດ້ານຄຸນນະທຳ” ຂອງຕົນ. ການກະທຳຂອງອາເມຣິກາທີ່ເຈຕະນາຟື້ນຟູສົງຄາມຫາງສຽງໃນໄລຍະສົງຄາມເຢັນ ແມ່ນບໍ່ສອດຄ່ອງກັບຍຸກສະໄໝນີ້ ແລະ ກໍບໍ່ສາມາດປິດບັງຄວາມຮັບຮູ້ຂອງໂລກໄດ້ຢ່າງແນ່ນອນ.