ບັນດາປະເທດອາຊີຕາເວັນອອກສຽງໃຕ້ຍິນດີຕ້ອນຮັບນັກທ່ອງທ່ຽວຈີນ

2024-01-05 17:10:21 cri

ວັນທີ 2 ມັງກອນນີ້, ທ່ານເສດຖາ ທະວີສິນ ນາຍົກລັດຖະມົນຕີໄທກ່າວວ່າ, ສອງປະເທດຈີນ ແລະ ໄທຈະຍົກເວັ້ນວີຊ່າໃຫ້ແກ່ພົນລະເມືອງຝ່າຍກົງກັນຂ້າມຢ່າງຖາວອນ ນັບແຕ່ເດືອນມີນາປີນີ້ເປັນຕົ້ນໄປ.


ເວົ້າສຳລັບຂະແໜງການທ່ອງທ່ຽວປະເທດໄທແລ້ວ, ນັກທ່ອງທ່ຽວຈີນສຳຄັນທີ່ສຸດ. ກ່ອນການເກີດມີການແຜ່ລະບາດຂອງພະຍາດໂຄວິດ-19 ໃນປີ 2019, ນັກທ່ອງທ່ຽວຕ່າງປະເທດທີ່ໄປທ່ຽວໄທມີເຖິງ 39,8 ລ້ານເທື່ອຄົນ. ໃນນັ້ນ, ນັກທ່ອງທ່ຽວຈີນມີເຖິງ 10,98 ລ້ານເທື່ອຄົນ.  ຕົວເລກຂໍ້ມູນຂອງອົງການທ່ອງທ່ຽວໄທສະແດງໃຫ້ເຫັນວ່າ, ນັກທ່ອງທ່ຽວຕ່າງປະເທດທີ່ໄປທ່ຽວປະເທດໄທໃນປີ 2023 ມີເຖິງ 28 ລ້ານກວ່າເທື່ອຄົນແລ້ວ, ໄດ້ສ້າງລາຍຮັບການທ່ອງທ່ຽວປະມານ 34,93 ຕື້ໂດລາໃຫ້ແກ່ປະເທດໄທ. ໃນນັ້ນ, ມີນັກທ່ອງທ່ຽວ 3,5 ລ້ານເທື່ອຄົນມາຈາກຈີນ. ອົງການທ່ອງທ່ຽວໄທໄດ້ຕັ້ງເປົ້າໝາຍດຶງດູດນັກທ່ອງທ່ຽວຈີນ 8,2 ລ້ານເທື່ອຄົນໃນປີ 2024. ນະໂຍບາຍຍົກເວັ້ນວີຊ່າໃຫ້ແກ່ກັນຍ່ອມຈະດຶງດູດນັກທ່ອງທ່ຽວຈີນໄປທ່ຽວໄທນັບມື້ນັບຫຼາຍຂຶ້ນ, ໄທກໍຈະກາຍເປັນຈຸດໝາຍປາຍທາງດ້ານການທ່ອງທ່ຽວທີ່ໄດ້ຮັບຄວາມນິຍົມຊົມຊອບຫຼາຍຈາກນັກທ່ອງທ່ຽວຈີນ.


ເພື່ອດຶງດູດນັກທ່ອງທ່ຽວຈີນ, ຍັງມີຫຼາຍປະເທດໃນອາຊີຕາເວັນອອກສຽງໃຕ້ກໍໄດ້ຍົກເວັ້ນວີຊ່າໃຫ້ແກ່ນັກທ່ອງທ່ຽວຈີນເຊັ່ນກັນ. ມາເລເຊຍໄດ້ເລີ່ມປະຕິບັດການຍົກເວັ້ນວີຊ່າເປັນເວລາ 30 ວັນໃຫ້ແກ່ນັກທ່ອງທ່ຽວຈີນ ນັບແຕ່ວັນທີ 1 ທັນວາ 2023 ເປັນຕົ້ນມາ. ຫວ່າງມໍ່ໆມານີ້, ລັດຖະມົນຕີກະຊວງທ່ອງທ່ຽວ ແລະ ເສດຖະກິດປະດິດສ້າງຂອງອິນໂດນເຊຍກ່າວວ່າ: ອິນໂດເນເຊຍພວມພິຈາລະນາຈະປະຕິບັດນະໂຍບາຍຍົກເວັ້ນວີຊ່າໃຫ້ແກ່ພົນລະເມືອງຂອງ 20 ປະເທດ ເຊິ່ງລວມທັງຈີນ. ລັດຖະມົນຕີກະຊວງວັດທະນະທຳ, ກິລາ ແລະ ທ່ອງທ່ຽວຫວຽດນາມກໍສະເໜີໃຫ້ລັດຖະບານປະເທດຕົນພິຈາລະນາເພື່ອໃຫ້ຍົກເວັ້ນວີຊ່າແກ່ນັກທ່ອງທ່ຽວຈາກຈີນ ແລະ ອິນເດຍ ທີ່ເປັນສອງປະເທດທີ່ມີປະຊາກອນຫຼາຍທີ່ສຸດໃນໂລກ. ຫວ່າງມໍ່ໆມານີ້, ຮອງນາຍົກລັດຖະມົນຕີ ທັງເປັນລັດຖະມົນຕີກະຊວງການເງິນສິງກະໂປກໍກ່າວວ່າ, ບົນພື້ນຖານທີ່ເພີ່ມຖ້ຽວບິນລະຫວ່າງສິງກະໂປກັບຈີນແລ້ວ, ສອງຝ່າຍຈະປະຕິຍັດນະໂຍບາຍຍົກເວັ້ນວີຊ່າທີ່ເປັນເວລາ 30 ວັນໃຫ້ແກ່ພົນລະເມືອງຂອງກັນ ເພື່ອເພີ່ມທະວີການໄປມາຫາສູ່ກັນໃນດ້ານບຸກຄະລາກອນລະຫວ່າງສອງປະເທດ.

ໂດຍໄດ້ຮັບຜົນປະໂຫຍດຈາກການເປີດຂະບວນລົດໄຟໂດຍສານສາກົນຕາມທາງລົດໄຟຈີນ-ລາວ, ນັກທ່ອງທ່ຽວຈີນໄດ້ຂີ່ລົດໄຟໄປທ່ຽວປະເທດລາວນັບມື້ນັບຫຼາຍຂຶ້ນ. ຕາມສະຖິຕິ, ຈຳນວນນັກທ່ອງທ່ຽວຈີນທີ່ໄປທ່ຽວປະເທດລາວຈັດຢູ່ອັນດັບ 3 ຂອງນັກທ່ອງທ່ຽວຕ່າງປະເທດ ເຊິ່ງຮອງຈາກໄທ ແລະ ຫວຽດນາມ. ກ່ອນໜ້ານີ້, ລັດຖະບານແຫ່ງ ສປປ ລາວໄດ້ວາງແຜນການໄລຍະ 3 ປີ ເພື່ອຕ້ອນຮັບນັກທ່ອງທ່ຽວຈີນ, ລັດຖະບານແຫ່ງ ສປປ ລາວຫວັງຢາກໃຫ້ນັກທ່ອງທ່ຽວຈີນຊ່ວຍຊຸກຍູ້ການພັດທະນາເສດຖະກິດ. ເພື່ອຕອບສະໜອງຄວາມຮຽກຮ້ອງຕ້ອງການຂອງນັກທ່ອງທ່ຽວຈີນ, ລັດຖະບານລາວພວມຝຶກອົບຮົມຜູ້ນຳທ່ຽວທີ່ໄດ້ພາສາຈີນ, ເພີ່ມຈຳນວນຖ້ຽວບິນລະຫວ່າງຕົວເມືອງໃຫຍ່ຕ່າງໆຂອງຈີນກັບລາວ, ເລີ່ມຮັບເອົາເງິນຢວນຈີນຢູ່ຕາມຕົວເມືອງຕ່າງໆທີ່ລຽບຕາມທາງລົດໄຟຈີນ-ລາວ ແລະ ສາມາດຈ່າຍເງິນທາງມືຖືໄດ້ຢູ່ຫຼາຍຕົວເມືອງຂອງລາວ. ປີທ່ອງທ່ຽວລາວ 2024 ໄດ້ໝູນວຽນມາເຖິງແລ້ວ, “ໜັງສືພິມວຽງຈັນທາມ” ລາຍງານວ່າ, ປີ 2024, ແຂວງຫຼວງນ້ຳທ່າໄດ້ຕັ້ງເປົ້າໝາຍດຶງດູດນັກທ່ອງທ່ຽວຈີນ 1 ລ້ານຄົນ.

ໂດຍໄດ້ຮັບຜົນປະໂຫຍດຈາກນັກທ່ອງທ່ຽວຈີນນັບມື້ນັບເພີ່ມຂຶ້ນ, ຂະແໜງການທ່ອງທ່ຽວຂອງຫຼາຍປະເທດອາຊີຕາເວັນອອກສຽງໃຕ້ໄດ້ຟື້ນຕົວຢ່າງແຂງແຮງ. ບັນດາປະເທດໃນອາຊີຕາເວັນອອກສຽງໃຕ້ຍິນດີຕ້ອນຮັບນັກທ່ອງທ່ຽວຈີນເປັນຢ່າງຍິ່ງ. ໃນສາຍຕາຂອງເຂົາເຈົ້າແລ້ວ, ປະເທດໃດຕ້ອນຮັບນັກທ່ອງທ່ຽວຈີນຫຼາຍກວ່າ, ຂະແໜງການທ່ອງທ່ຽວຂອງປະເທດນັ້ນກໍຈະຟື້ນຕົວໄດ້ໄວກວ່າ.