ເດືອນທັນວາປີ 2023 ອັດຕາເງິນເຟີ້ຂອງຟິລິບປິນຫຼຸດລົງເປັນ 3,9%

2024-01-05 15:19:33 CRI


ວັນທີ 5 ມັງກອນນີ້, ອົງການສະຖິຕິແຫ່ງຊາດຟິລິບປິນໃຫ້ຮູ້ວ່າ, ເດືອນທັນວາປີ 2023 ອັດຕາເງິນເຟີ້ຂອງຟິລິບປິນໄດ້ຫຼຸດລົງເປັນ 3,9%. ສ່ວນນັ້ນອັດຕາເງິນເຟີ້ສະເລ່ຍໃນປີ 2023 ຂອງຟິລິບປິນແມ່ນ 6%, ເຊິ່ງຍັງສູງກວ່າເປົ້າໝາຍທີ່ລັດຖະບານຟິລິບປິນໄດ້ກຳນົດເອົາໄວ້ ຄື: ລະຫວ່າງ 2% - 4% .