ເກີດແຜ່ນດິນໄຫວຄວາມແຮງ 5,0 ລິກເຕີຢູ່ເຂດທະເລໃກ້ກັບແຂວງມາລູກູປະເທດອິນໂດເນເຊຍ

2024-01-06 15:48:02 cri

      ຕາມກົມອຸຕຸນິຍົມ,ດິນຟ້າອາກາດແລະຟີຊິກໜ່ວຍໂລກອິນໂດເນເຊຍແຈ້ງໃຫ້ຮູ້ວ່າ: ເວລາ 5 ໂມງ 26 ນາທີຂອງວັນທີ 6 ມັງກອນນີ້ຕາມເວລາທ້ອງຖິ່ນ, ຢູ່ເຂດທະເລໃກ້ກັບແຂວງມາລູກູປະເທດອິນໂດເນເຊຍໄດ້ເກີດແຜ່ນດິນໄຫວຄວາມແຮງ 5,0 ລິກເຕີ, ຈຸດໃຈກາງແຜ່ນດິນໄຫວຢູ່ທີ່ເສັ້ນຂະໜານໃຕ້ 7,72 ອົງສາ,ເສັ້ນແວງຕາເວັນອອກ 128,45 ອົງສາ,ເລິກລົງໄປໃຕ້ດິນ 169 ກິໂລແມັດ.