ທີ່ເປິກສາແຫ່ງລັດຈີນສົນທະນາກັບລັດຖະມົນຕີກະຊວງພາຍໃນມຽນມາຜ່ານທາງວິດີໂອ

2024-01-06 15:17:38 CRI

     ວັນທີ 5 ມັງກອນນີ້, ທ່ານວາງສຽວຮົງ ທີ່ເປິກສາແຫ່ງລັດ ທັງເປັນລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບຈີນໄດ້ສົນທະນາກັບທ່ານຢາເພຍ ລັດຖະມົນຕີກະຊວງພາຍໃນມຽນມາຜ່ານທາງວິດີໂອ.

     ທ່ານວາງສຽວຮົງກ່າວວ່າ: ຝ່າຍຈີນປະຕິບັດຕໍ່ ແລະຂະຫຍາຍການພົວພັນລະຫວ່າງຈີນ-ມຽນມາຈາກດ້ານຍຸດທະສາດມາໂດຍຕະຫຼອດ, ຍິນດີຮ່ວມກັບຝ່າຍມຽນມາຜັຂະຫຍາຍຄວາມຮັບຮູ້ທີ່ເປັນເອກະພາບກັນອັນສຳຄັນລະຫວ່າງຜູ້ນຳສອງປະເທດໃຫ້ດີ, ລົງເລິກການຮ່ວມມືດ້ານການປະຕິບັດກົດໝາຍແລະຮັກສາຄວາມໝັ້ນຄົງຢ່າງຮອບດ້ານ, ລົງເລິກດຳເນີນການເຄື່ອນໄຫວໂຈມຕີອາດຊະຍາກຳຫຼອກລວງຜ່ານທາງອິນເຕີເນັດແລະໂທລະຄົມ ພ້ອມທັງການຮ່ວມືໃນຄະດີທີ່ສຳຄັນ, ອອກແຮງສຸດຂີດເພື່ອປົກປັກຮັກສາຄວາມໝັ້ນຄົງ ແລະສະຖຽນລະພາບຢູ່ເຂດຊາຍແດນຈີນ-ມຽນມາ, ຮັບປະກັນຄວາມປອດໄພຂອງຜູ້ອອກແຮງງານຝ່າຍຈີນແລະໂຄງການຂອງຈີນ, ຊຸກຍູ້ການສ້າງປະຊາຄົມຮ່ວມຊາຕາກຳຈີນ-ມຽນມາຢ່າງຕໍ່ເນື່ອງ.

     ທ່ານຢາເພຍກ່າວວ່າ: ຍິນດີລົງເລິກການຮ່ວມມືດ້ານການປະຕິບັດກົດໝາຍແລະຮັກສາຄວາມໝັ້ນຄົງລະຫວ່າງສອງປະເທດ, ອອກແຮງສຸດຂີດເພື່ອປົກປັກຮັກສາຄວາມໝັ້ນຄົງ ແລະສະຖຽນລະພາບຢູ່ເຂດຊາຍແດນມຽນມາ-ຈີນ.