ທ່ານຊຸ່ນເວີ້ຍຕົ່ງ ຮອງລັດຖະມົນຕີກະຊວງການຕ່າງປະເທດຈີນຢ້ຽມຢາມມຽນມາ

2024-01-07 12:04:45 CRI

    ລະຫວ່າງວັນທີ 4 ຫາວັນທີ 6 ມັງກອນນີ້, ທ່ານ ຊຸ່ນເວີ້ຍຕົ່ງ ຮອງລັດຖະມົນຕີກະຊວງການຕ່າງປະເທດຈີນໄດ້ຢ້ຽມຢາມມຽນມາ. ໃນໄລຍະຢ້ຽມຢາມ, ທ່ານ ຊຸ່ນເວີ້ນຕົ່ງ ໄດ້ເຂົ້າຢ້ຽມຄັບນັບທ່ານທ່ານ ມິນອ໋ອງລາຍ ຜູ້ນຳປະເທດມຽນມາ ແລະ ໄດ້ເປິກສາຫາລືກັບທ່ານ ລວິນໂອ ຮອງລັດຖະມົນຕີກະຊວງການຕ່າງປະເທດມຽນມາ ເພື່ອແລກປ່ຽນຄວາມຄິດຄວາມເຫັນຢ່າງເລິກເຊິ່ງ ກ່ຽວກັບການພົວພັນຈີນ-ມຽນມາ  ສະພາບການພາກເໜືອມຽນມາ ແລະບັນຫາອື່ນໆທີ່ຕ່າງຝ່າຍຕ່າງໃຫ້ຄວາມສົນໃຈນຳກັນ.



     ສອງຝ່າຍເຫັນດີລົງເລິກຈັດຕັ້ງປະຕິບັດຄວາມຮັບຮູ້ທີ່ເປັນເອກະພາບກັນຂອງຜູ້ນຳສອງປະເທດ, ຮ່ວມກັນສ້າງ “ໜຶ່ງແລວໜຶ່ງເສັ້ນທາງ” ແລະ ແລວເສດຖະກິດຈີນ-ມຽນມາທີ່ມີຄຸນນະພາບສູງຢ່າງຕໍ່ເນື່ອງ,ເລັ່ງລັດກໍ່ສ້າງປະຊາຄົມຮ່ວມຊາຕາກຳຈີນ-ມຽນມາ. ສອງຝ່າຍຈະພ້ອມກັນຮັກສາສັນຕິພາບ ແລະ ສະຖຽນລະພາບຢູ່ເຂດຊາຍແດນຈີນ-ມຽນມາ, ຮ່ວມມືກັນໂຈມຕີອາຊະຍາກຳຂ້າມຊາດຕ່າງໆ ເຊັ່ນ: ການຫຼອກລວງດ້ານໂທລະຄົມເປັນຕົ້ນ, ເກາະແຂນກັນຊຸກຍູ້ສັນຕິພາບ ຄວາມສະຫງົບ ການພັດທະນາ ແລະ ຄວາມຈະເລີນຮຸ່ງເຮືອງຂອງພາກພື້ນ. ຈີນກ່າວຢ້ຳວ່າ ຈະສືບຕໍ່ເສີມຂະຫຍາຍບົດບາດທີ່ມີລັກສະນະສ້າງສັນ ເພື່ອສະໜອງການສະໜັບສະໜູນຕໍ່ຂະບວນການສັນຕິພາບຢູ່ພາກເໜືອມຽນມາ.