ພູເຂົາໄຟເຊເມຣູຢູ່ປະເທດອິນໂດເນເຊຍລະເບີດຂຶ້ນ

2024-01-08 15:27:32 cri

ອີງຕາມແຫຼ່ງຂ່າວຈາກສະຖາບັນຄົ້ນຄວ້າພູເຂົ້າໄຟ ແລະ ໄພທໍລະນີວິທະຍາອິນໂດເນເຊຍແຈ້ງໃຫ້ຮູ້ວ່າ: ເວລາ 1 ໂມງ 38 ນາທີຂອງວັນທີ 8 ມັງກອນນີ້, ພູເຂົາໄຟເຊເມຣູຂອງອິນໂດເນເຊຍໄດ້ລະເບີດຂຶ້ນເປັນເວລາ 146 ວິນາທີ, ມີເທົ່າຖ່ານລອຍຂຶ້ນສູ່ທ້ອງຟ້າສູງເຖິງ 2.000 ແມັດ.

ພູເຂົາໄຟເຊເມຣູສູງກວ່າໜ້ານ້ຳທະເລ 3.676 ແມັດ, ແມ່ນພູເຂົາໄຟທີ່ມີຄວາມສູງສຸດຂອງເກາະຈາວາປະເທດອິນໂດເນເຊຍ, ທັງເປັນໜຶ່ງໃນພູເຂົາໄຟທີ່ມັກເກີດຂຶ້ນຫຼາຍທີ່ສຸດຂອງອິນໂດເນເຊຍ.