ການສະໜັບສະໜູນທາງການທະຫານໃດໆຕໍ່ໄຕ້ຫວັນຈີນຍ່ອມຈະຖືກຝ່າຍຈີນຕອບໂຕ້ຄືນຢ່າງເດັດດ່ຽວ ແລະ ເຂັ້ມແຂງ

2024-01-08 16:06:07 CRI


ຫວ່າງມໍ່ໆມານີ້, ອາເມຣິກາໄດ້ປະກາດການຈຳໜ່າຍອາວຸດຍຸດໂທປະກອນຮອບໃໝ່ຕໍ່ໄຕ້ຫວັນຈີນ, ພ້ອມທັງໃຊ້ຂໍ້ອ້າງຕ່າງໆເພື່ອລົງໂທດວິສາຫະກິດ ແລະ ບຸກຄົນຂອງຈີນ. ສຳລັບການກະທຳທີ່ຜິດພາດອັນຮ້າຍແຮງຂອງອາເມຣິກາ, ໂດຍອີງຕາມ “ກົດໝາຍວ່າດ້ວຍການຕ້ານການລົງໂທດຈາກຕ່າງປະເທດຂອງສປຈີນ”, ຈີນຕົກລົງໃຊ້ມາດຕະການລົງໂທດຕໍ່ວິສາຫະກິດອຸດສາຫະກຳການທະຫານ 5 ແຫ່ງຂອງອາເມຣິກາ ຄື: ບໍລິສັດລະບົບທາງບົກ ແລະ ອາວຸດຍຸດໂທປະກອນ BAE (BAE Systems Land and Armament) , ບໍລິສັດຄຸ້ມຄອງລະບົບເຕັກນິກປະສົມ(Alliant Techsystems Operation), ບໍລິສັດສະພາບແວດລ້ອມການບິນອະວະກາດ(AeroVironment), ບໍລິວັດviasat ແລະ ບໍລິສັດData Link Solutions .


ມາດຕະການລົງໂທດຂອງຈີນໃນຄັ້ງນີ້ ລວມທັງມີ: ອາຍັດຊັບສິນເຄື່ອນທີ່, ຊັບສິນຄົງທີ່ ແລະ ຊັບສິນປະເພດອື່ນໆຢູ່ພາຍໃນດິນແດນຈີນ, ຫ້າມບໍ່ໃຫ້ອົງການຈັດຕັ້ງ ແລະບຸກຄົນພາຍໃນດິນແດນຈີນດຳເນີນການຄ້າຂາຍ, ການຮ່ວມມື ແລະ ກິດຈະການອື່ນໆກັບບໍລິສັດເຫຼົ່ານີ້. ນີ້ໝາຍຄວາມວ່າ ຕະຫຼາດໃຫຍ່ລະດັບໂລກແຫ່ງໜຶ່ງໄດ້ປິດປະຕູຕໍ່ພວກເຂົາເຈົ້າ ໂດຍບໍລິສັດເຫຼົ່ານີ້ໄດ້ເສຍໂອກາດທີ່ຮ່ວມມືກັບຕະຫຼາດຈີນ ແລະ ພັດທະນາຢູ່ຈີນໃນອະນາຄົດ. ບໍ່ຕ້ອງສົງໄສເລີຍວ່າ, ມາດຕະການນີ້ໄດ້ສ້າງຜົນເສຍຫາຍຢ່າງໃຫຍ່ຫຼວງຕໍ່ວິສາຫະກິດອາເມຣິກາເຫຼົ່ານີ້. ພ້ອມກັນນັ້ນ, ກໍໄດ້ສະແດງໃຫ້ແກ່ຊາວໂລກຮູ້ວ່າ, ຈີນມີຄວາມຕັດສິນໃຈ ແລະ ຄວາມສາມາດໃນການປົກປັກຮັກສາຜົນປະໂຫຍດແຫ່ງຊາດຂອງຕົນ.


ໄຕ້ຫວັນເປັນພາກສ່ວນໜຶ່ງທີ່ບໍ່ສາມາດຕັດແຍກໄດ້ຂອງຈີນ, ລັດຖະບານຈີນສຸມໃສ່ການປົກປັກຮັກສາອະທິປະໄຕ ແລະ ຜືນແຜ່ນດິນອັນຄົບຖ້ວນຂອງຊາດມາໂດຍຕະຫຼອດ, ທັງເດັດດ່ຽວສະໜັບສະໜູນການຂະຫຍາຍສາຍພົວພັນສອງຝັ່ງຊ່ອງແຄບໄຕ້ຫວັນໂດຍສັນຕິ. ອາເມຣິກາຂາຍອາວຸດຍຸດໂທປະກອນໃຫ້ແກ່ໄຕ້ຫວັນ, ບໍ່ຕ້ອງສົງໄສເລີຍວ່າ ເປັນການທ້າທາຍເກາະຜິດຢ່າງໜັກໜ່ວງຕໍ່ຈີນ ແລະກໍໄດ້ເປີດເຜີຍກົນອຸບາຍຂອງອາເມຣິກາໃນບັນຫາໄຕ້ຫວັນຢ່າງເຕັມສ່ວນ. ການກະທຳແບບນີ້ຂອງອາເມຣິກາບໍ່ພຽງແຕ່ໄດ້ລະເມີດກົດໝາຍສາກົນ ແລະ ຫຼັກການພື້ນຖານຂອງສາຍພົວພັນສາກົນເທົ່ານັ້ນ, ແຕ່ຍັງໄດ້ລະເມີດຫຼັກການ ແລະ ຈິດໃຈຂອງຖະແຫຼງການຮ່ວມ 3 ສະບັບລະຫວ່າງຈີນ ແລະ ອາເມຣິກາອີກດ້ວຍ. ລັດຖະບານຈີນກ່າວປະນາມຢ່າງຮຸນແຮງຕໍ່ການກະທຳດັ່ງກ່າວຂອງອາເມຣິກາ, ທັງເລັ່ງທວງໃຫ້ອາເມຣິກາຍຸດຕິການແຊກແຊງວຽກງານພາຍໃນຂອງຈີນໃນທັນທີ, ຍຸດຕິການທຳລາຍສັນຕິພາບ ແລະ ສະຖຽນລະພາບຢູ່ຊ່ອງແຄມໄຕ້ຫວັນ.


ນັບແຕ່ຈີນ ແລະ ອາເມຣິກາສ້າງຕັ້ງສາຍພົວພັນທາງການທູດຕະຫຼອດໄລຍະ 45 ປີມານີ້, ແຕ່ລະໄລຍະເວລາໃດໜຶ່ງ, ອາເມຣິກາກໍຈະປະກາດຂາຍອາວຸດຍຸດໂທປະກອນໃຫ້ແກ່ໄຕ້ຫວັນເທື່ອໜຶ່ງ, ມາຮອດປັດຈຸບັນນີ້ໄດ້ປະກາດ 100 ກວ່າເທື່ອແລ້ວ, ເຊິ່ງໄດ້ທຳລາຍການຂະຫຍາຍຕົວຢ່າງປອດໃສ ແລະ ໝັ້ນທ່ຽງຂອງສາຍພົວພັນຈີນ-ອາເມຣິກາ. ໃນຄັ້ງຫຼ້າສຸດ ແມ່ນໄດ້ປະກາດໃນເດືອນທັນວາປີ 2023. ກ່ອນໜ້ານັ້ນເດືອນໜຶ່ງ, ປະມຸກລັດສອງປະເທດຈີນ ແລະ ອາເມຣິກາຫາກໍໄດ້ພົບປະກັນຢູ່ຊານຟຣານຊິສໂກ, ໃນການພົບປະຄັ້ງນັ້ນ, ອາເມຣິກາໄດ້ກ່າວຢ້ຳເຖິງຄຳໝັ້ນສັນຍາທີ່ ບໍ່ສະໜັບສະໜູນ “ໄຕ້ຫວັນເປັນເອກະລາດ” ທັງເນັ້ນໜັກເຖິງການປະຕິບັດຕາມນະໂຍບາຍຈີນດຽວ. ແຕ່ຫຼັງຈາກນັ້ນພຽງແຕ່ເດືອນໜຶ່ງເທົ່ານັ້ນ, ອາເມຣິກາໄດ້ອະນຸມັດການຂາຍອາວຸດໃຫ້ແກ່ໄຕ້ຫວັນອີກຮອບໃໝ່, ເຊິ່ງບໍ່ພຽງແຕ່ໄດ້ສະແດງໃຫ້ເຫັນວ່າ ອາເມຣິກາບໍ່ໄດ້ປະຕິບັດຕາມຄຳໝັ້ນສັນຍາຂອງຕົນ, ຍິ່ງໄດ້ເປີດເຜີຍໃຫ້ເຫັນເຖິງໂສມໜ້າຂອງອາເມຣິກາທີ່ມັກແຊກແຊງວຽກງານພາຍໃນຂອງປະເທດອື່ນ ແລະ ທຳລາຍສັນຕິພາບຂອງພາກພື້ນ.


ຫວ່າງກ່ອນນີ້ບໍ່ດົນ, ໄຕ້ຫວັນໄດ້ປະກາດຜົນການປະກວດຕົວໜັງສືປະຈຳປີ 2023 ວ່າ, ຕົວໜັງສືທີ່ມີຄວາມໝາຍວ່າ  “ຂາດເຂີນ” ໄດ້ຢູ່ໃນອັນດັບໜຶ່ງໃນຈຳນວນ 58 ຕົວໜັງສືທີ່ຮັບການປະກວດ, ຕົວໜັງສືທີ່ວ່າ “ໄຂ່” ຢູ່ອັນດັບທີ 2 ແລະ “ຕົວະ” ຢູ່ໃນອັນດັບທີ 3. ບໍ່ວ່າ ຕົວໜັງສືທີ່ວ່າ “ຂາດເຂີນ” ຫຼື “ໄຂ່”, ລ້ວນແຕ່ໄດ້ສະແດງໃຫ້ເຫັນວ່າ ປະຊາຊົນໄຕ້ຫວັນຂາດເຂີນວັດຖຸສິ່ງຂອງໃນປີ 2023, ບໍ່ພໍໃຈຕໍ່ຊີວິດການເປັນຢູ່ ແລະ ມີອາລົມຫງຸດຫງິດ. ຖ້າວ່າອາເມຣິກາເອົາໃຈໃສ່ຄວາມຜາສຸກຂອງປະຊາຊົນໄຕ້ຫວັນຢ່າງແທ້ຈິງ, ກໍຄວນຕັ້ງໜ້າຊ່ວຍເຫຼືອວັດຖຸຮັບໃຊ້ຊີວິດການເປັນຢູ່ໃຫ້ແກ່ປະຊາຊົນໄຕ້ຫວັນ, ແຕ່ບໍ່ຄວນສົ່ງເສີມການຂາຍອາວຸດໃຫ້ແກ່ໄຕ້ຫວັນເທື່ອແລ້ວເທື່ອອີກ.


ຜູ້ຊ່ຽວຊານທີ່ກ່ຽວຂ້ອງວິເຄາະວ່າ, ອາເມຣິກາຕ້ອງຮັບຮູ້ວ່າ, ບັນຫາໄຕ້ຫວັນພົວພັນເຖິງຜົນປະໂຫຍດແກນກາງຂອງຈີນ, ການສະໜັບສະໜູນທາງການທະຫານໃດໆຕໍ່ໄຕ້ຫວັນລ້ວນແຕ່ຈະຖືກຖືເປັນສິ່ງທ້າທາຍເກາະຜິດຕໍ່ອະທິປະໄຕແຫ່ງຊາດຈີນ. ຈີນເລັ່ງທວງໃຫ້ອາເມຣິກາຕ້ອງປະຕິບັດຕາມຫຼັກການປະເທດຈີນດຽວ, ແລະ ຖະແຫຼງການຮ່ວມ 3 ສະບັບລະຫວ່າງຈີນ- ອາເມຣິກາຢ່າງເຄັ່ງຄັດ, ປະຕິບັດຕາມກົດໝາຍສາກົນ ແລະ ຫຼັກການພື້ນຖານຂອງສາຍພົວພັນສາກົນ, ຍຸດຕິການຂາຍອາວຸດໃຫ້ແກ່ໄຕ້ຫວັນ ແລະ ຍຸດຕິການລົງໂທດແຕ່ຝ່າຍດຽວແບບຜິດກົດໝາຍຕໍ່ຈີນ, ຖ້າບໍ່ດັ່ງນັ້ນກໍຈະຖືກຝ່າຍຈີນຕອບໂຕ້ຄືນຢ່າງເດັດດ່ຽວ ແລະ ເຂັ້ມແຂງ.