ໄຂງານໂຄສະນາດ້ານວັດທະນະທຳການທ່ອງທ່ຽວເຂດກວາງຊີຢູ່ນະຄອນຫຼວງບາງກອກຂອງໄທ

2024-01-08 14:10:34 CRI

 

ວັນທີ 6 ມັງກອນນີ້, ງານໂຄສະນາດ້ານວັດທະນະທຳການທ່ອງທ່ຽວເຂດປົກຄອງຕົນເອງເຜົ່າຈວ້າງກວາງຊີຈີນພາຍໃຕ້ຫົວຂໍ້ “ຕົ້ນປີທ່ຽວກວາງຊີ ຫຼິ້ນປີໃໝ່ຢ່າງມ່ວນຊື່ນ” ໄດ້ຈັດຂຶ້ນຢູ່ນະຄອນຫຼວງບາງກອກຂອງໄທ.

 

ທ່ານກ່ານລີນ, ເລຂາຄະນະພັກຂອງພະແນກວັດທະນະທຳແລະທ່ອງທ່ຽວເຂດປົກຄອງຕົນເອງເຜົ່າຈວ້າງກວາງຊີຈີນກ່າວວ່າ: ເຂດກວາງຊີແລະປະເທດໄທແມ່ນແຫຼ່ງນັກທ່ອງທ່ຽວແລະຈຸດໝາຍປາຍທາງຂອງການທ່ອງທ່ຽວທີ່ສຳຄັນຕໍ່ກັນ. ໃນໄລຍະດົນນານມານີ້, ເຂດກວາງຊີແລະພາກສ່ວນວັດທະນະທຳແລະທ່ອງທ່ຽວຂອງໄທໄດ້ຮັກສາການພົວພັນການຮ່ວມມືທີ່ດີໃນດ້ານການແລກປ່ຽນວັດທະນະທຳ, ການແນະນຳຊັບພະຍາກອນການທ່ອງທ່ຽວຕໍ່ກັນ, ການສົ່ງນັກທ່ອງທ່ຽວໄປປະເທດຂອງກັນແລະກັນແລະດ້ານອື່ນໆ. ກວາງຊີຫວັງວ່າຈະສືບຕໍ່ເພີ່ມທະວີການໄປມາຫາສູ່ກັນແລະການຮ່ວມມືລະຫວ່າງສອງຝ່າຍ, ຊຸກຍູ້ໃຫ້ການທ່ອງທ່ຽວສອງເສັ້ນລະຫວ່າງກວາງຊີແລະໄທສ້າງສະຖິຕິໃໝ່ອີກເທື່ອໜຶ່ງ.

 

ປັດຈຸບັນນີ້, ນະຄອນນານນີງແມ່ນນະຄອນທີ່ມີຄວາມສະດວກຫຼາຍທີ່ສຸດລະຫວ່າງຈີນແລະປະເທດອາຊີຕາເວັນອອກສຽງໃຕ້. ຖ້ຽວບິນໂດຍກົງລະຫວ່າງນານນິງຫາບາງກອນມີເຖິງ 20 ຖ້ຽວໃນແຕ່ລະອາທິດ.