ກະຊວງປ້ອງກັນປະເທດ ສປປ ລາວຈະຈັດກິດຈະກຳຕ່າງໆ ເພື່ອຮັບຕ້ອນວັນສ້າງຕັ້ງກອງທັບປະຊາຊົນລາວຄົບຮອບ 75 ປີ

2024-01-09 14:33:46 cri


ວັນທີ 20 ມັງກອນປີ 2024 ແມ່ນວັນສ້າງຕັ້ງກອງທັບປະຊາຊົນລາວຄົບຮອບ 75 ປີ. ໃນລະຫວ່າງວັນທີ 7 ຫາ 20 ມັງກອນນີ້, ກະຊວງປ້ອງກັນປະເທດ ສປປ ລາວຈະຈັດກິດຈະກຳຕ່າງໆ ເຊັ່ນ: ງານສະແດງສິລະປະ, ການຊ້ອມຮົບ, ງານວາງສະແດງເຄື່ອງໃຊ້ທາງການທະຫານ, ງານພົບປະລະຫວ່າງທະຫານນັກຮົບເກົ່າ, ການຍ່າງມາຣາທອນເພື່ອສຸຂະພາບ ແລະອື່ນໆ ເພື່ອເປັນການສະເຫຼີມສະຫຼອງໃຫ້ແກ່ວັນສ້າງຕັ້ງກອງທັບປະຊາຊົນລາວຄົບຮອບ 75 ປີ. ໂດຍຜ່ານກິດຈະກຳດັ່ງກ່າວ, ຍັງຈະເສີມຂະຫຍາຍບົດບາດແລະກຽດສະຫງ່າຂອງກອງທັບປະຊາຊົນລາວ, ເຮັດໃຫ້ກອງທັບກັບປະຊາຊົນມີຄວາມສາມັກຄີກັນຍິ່ງໆຂຶ້ນ ເຊິ່ງສະແດງໃຫ້ເຫັນເຖິງການເຕີບໃຫຍ່ຂະຫຍາຍຕົວຢ່າງແຂງແຮງຂອງກຳລັງປ້ອງກັນປະເທດ ສປປ ລາວ.