ໄທໄດ້ຕ້ອນຮັບນັກທ່ອງທ່ຽວຕ່າງປະເທດຫຼາຍກວ່າ 6 ແສນຄົນໃນອາທິດທຳອິດຂອງປີ 2024

2024-01-10 16:43:49 cri

ວັນທີ 9 ມັງກອນນີ້, ທ່ານນາງສຸດາວັນ ຫວັງສຸພາກິດໂກສົນ ລັດຖະມົນຕີກະຊວງການທ່ອງທ່ຽວແລະກິລາຂອງໄທໄດ້ຢືນຢັນຢູ່ນະຄອນຫຼວງບາງກອກຂອງປະເທດໄທວ່າ: ໃນລະຫວ່າງວັນທີ 1 ຫາ 7 ມັງກອນນີ້, ໄທໄດ້ຕ້ອນຮັບນັກທ່ອງທ່ຽວຕ່າງປະເທດຈຳນວນ 605.537 ຄົນ, ໃນນັ້ນມີນັກທ່ອງທ່ຽວຈີນ 81.854 ຄົນ, ເປັນຕົວເລກຢືນຢູ່ອັນດັບທີໜຶ່ງ. ຖັດມາ ແມ່ນນັກທ່ອງທ່ຽວມາເລເຊຍມີ 64.053 ຄົນ, ນັກທ່ອງທ່ຽວຣັດເຊຍມີ 51.467 ຄົນ, ນັກທ່ອງທ່ຽວສ.ເກົາຫຼີມີ 43.894 ຄົນ ແລະ ນັກທ່ອງທ່ຽວອິນເດຍມີ 30.203 ຄົນ.