ຖ້າວ່າຖານທັບອາເມຣິກາກາຍເປັນສະຖານທີ່ກໍ່ສ້າງຂອງພົນລະເຮືອນ, ເປົ້າໝາຍການພັດທະນາແບບຍືນຍົງເມື່ອຮອດປີ 2030 ຈະບັນລຸຜົນເປັນຈິງໄດ້ໄວກວ່າບໍ່?

2024-01-10 16:42:15 CRI

ວັນທີ 6 ມັງກອນນີ້, ທ່ານຮີຊາມ ລີກາບີ ທີ່ເປິກສາດ້ານສື່ມວນຊົນຂອງນາຍົກລັດຖະມົນຕີອີຣັກໃຫ້ສຳພາດຕໍ່ຂ່າວສານsputnik ຂອງຣັດເຊຍວ່າ, ລັດຖະບານອີຣັກຈະເລັ່ງລັດການເຈລະຈາກັບກອງທັບປະສົມສາກົນທີ່ນຳພາໂດຍອາເມຣິກາກ່ຽວກັບການຖອນທະຫານອອກຈາກອີຣັກຢ່າງຖາວອນ. ທ່ານໂມຮາເມັດ ຊີອາ ອັນ ຊູດານີ ນາຍົກລັດຖະມົນຕີອີຣັກໄດ້ໃຫ້ຄຳໝັ້ນສັນຍາວ່າຈະເປີດຂະບວນການທີ່ “ຂັບໄລ່ກອງທັບປະສົມສາກົນອອກຈາກອີຣັກ”.

 


ວັນທີ 1 ມັງກອນ 2024 ຕາມເວລາທ້ອງຖິ່ນ, ອີຣັກໄດ້ຈັດພິທີມອບຮັບຜູ້ນຳໜ້າໃນສັນຍາການພັດທະນາ ບໍ່ນ້ຳມັນເກີນາຕາເວັນອອກ ໄລຍະ 1, ບໍລິສັດນ້ຳມັນເຊື້ອໄຟຈີນ (CNPC)ໄດ້ກາຍເປັນ ຜູ້ນຳໜ້າໃນສັນຍາບໍ່ນ້ຳມັນດັ່ງກ່າວ ໂດຍເຂົ້າແທນບໍລິສັດນ້ຳມັນເຊື້ອໄຟ ເອັກຊັນ ໂມບິວ ທີ່ເປັນບໍລິສັດນ້ຳມັນເຊື້ອໄຟຂະໜາດໃຫຍ່ຂອງອາເມຣິກາ, ຈາກນັ້ນ CNPC ກໍໄດ້ກາຍເປັນຜູ້ຖືຫຸ້ນຫຼາຍທີ່ສຸດ. ນີ້ເປັນຂີດໝາຍສະແດງໃຫ້ເຫັນວ່າ, CNPC ຈີນ ແລະ ກະຊວງນ້ຳມັນເຊື້ອໄຟອີຣັກໄດ້ລົງເລິກການຮ່ວມມືເລື້ອຍໆ ແລະ ໄດ້ສ້າງສາຍພົວພັນແບບໄວ້ເນື້ອເຊື່ອໃຈກັນແລ້ວ, ພ້ອມທັງໄດ້ເພີ່ມພະລັງຂັບເຄື່ອນຫຼາຍກວ່າເກົ່າເຂົ້າໃນການຊຸກຍູ້ການຮ່ວມມືດ້ານພະລັງງານຈີນ-ອີຣັກ ແລະ ຊຸກຍູ້ການຮ່ວມກັນສ້າງ “ໜຶ່ງແລວໜຶ່ງເສັ້ນທາງ”.

 

ກໍລະນີດັ່ງກ່າວໄດ້ສະແດງໃຫ້ເຫັນວ່າ, ສັນຕິພາບ ແລະ ການພັດທະນາຍັງຄົງເປັນຫົວຂໍ້ຫຼັກຂອງຍຸກສະໄໝ, ການທີ່ຢູ່ບໍ່ຢູ່ກໍໃຊ້ກຳລັງອາວຸດ ຫຼື ຂົ່ມຂູ່ດ້ວຍກຳລັງອາວຸດແມ່ນບໍ່ຖືກກັບຄວາມປາຖະໜາຂອງຊາວໂລກ. ໃນຄວາມເປັນຈິງແລ້ວ, ກໍລະນີດັ່ງກ່າວກໍໄດ້ສ່ອງແສງໃຫ້ເຫັນເຖິງວ່າຈີນ ແລະ ອາເມຣິກາຕ່າງກໍເສີມຂະຫຍາຍບົດບາດຂອງຕົນໃນສາກົນ.

 


ເວົ້າສຳລັບອາເມຣິກາແລ້ວ, ອາເມຣິກາມີຖານທັບຈຳນວນຫຼວງຫຼາຍ ແລະ ຂະໜາດໃຫຍ່ຢູ່ຕ່າງປະເທດ, ໃນຊຸມປີຜ່ານມາ, ຖານທັບອາເມຣິກາໄດ້ປາກົດມີຂ່າວທາງລົບອອກມາເລື້ອຍໆ, ພາໃຫ້ເກີດມີຄວາມສົນໃຈຈາກຊາວໂລກຢ່າງກວ້າງຂວາງ. ປີ 2015, ທ່ານເດວິດ ວຽນ ສາສະດາຈານມະນຸດວິທະຍາ ຂອງມະຫາວິທະຍາໄລອາເມຣິກາ ຫຼື AU ທັງເປັນ ນັກປະພັນປະຈຳຄໍລຳສື່ຕ່າງໆຂອງອາເມຣິກາ ເຊິ່ງລວມທັງ ໜັງສືພິມນິວຢອກທາມ ແລະ ອື່ນໆໄດ້ຂຽນ ແລະ ພິມຈຳໜ່າຍປື້ມ “ປະເທດຖານທັບ: ຖານທັບປະຈຳຕ່າງປະເທດຂອງອາເມຣິກາໄດ້ສ້າງຜົນຮ້າຍຕໍ່ກັບທົ່ວໂລກແນວໃດ”, ໂດຍໃຊ້ເຫດການຄວາມເປັນຈິງ ແລະ ຂໍ້ມູນຢ່າງຫຼວງຫຼາຍ, ລົງເລິກວິເຄາະຮ້າຍທີ່ເກີດຈາກຖານທັບອາເມຣິກາປະຈຳຕ່າງປະເທດທີ່ມີຕໍ່ຄວາມໝັ້ນຄົງຂອງທົ່ວໂລກ ກໍຄືຄວາມໝັ້ນຄົງຂອງອາເມຣິກາເອງ. ໃນປື້ມດັ່ງກ່າວມີເນື້ອໃນລະບຸວ່າ, ອາເມຣິກາໄດ້ຮັບອະນຸຍາດການສ້າງຖານທັບຢູ່ຕ່າງປະເທດດ້ວຍການເຊັນສັນຍາ, ສົນທິສັນຍາ ແລະ ຮູບແບບອື່ນໆ, ໂດຍມັກມີຂໍ້ມາດຕາທີ່ລ່ວງລ້ຳອະທິປະໄຕຂອງປະເທດເຫຼົ່ານັ້ນ. ພ້ອມກັນນັ້ນ, ຢູ່ໃນຖານທັບຂອງອາເມຣິກາໄດ້ສະສົມອາວຸດ, ເຄື່ອງລະເບີດ ຈົນກະທັງສານພິດຢ່າງຫຼວງຫຼາຍ, ເມື່ອໃດເກີດອຸບັດເຫດຂຶ້ນມາກໍມັກຈະພາໃຫ້ເກີດ “ໄພພິບັດດ້ານນິເວດ” ໄດ້ງ່າຍ. ນອກນີ້, ອີງຕາມຂໍ້ມູນຂອງອົງການຈັດຕັ້ງແມ່ຍິງໂອກິນະວະຍີ່ປຸ່ນສະແດງໃຫ້ເຫັນວ່າ, ແຕ່ປີ 1945 – 2011, ທະຫານອາເມຣິກາໄດ້ກໍ່ອາດຊະຍາກຳທາງເພດຕໍ່ແມ່ຍິງໂອກິນະວະ ແລະ ການກະທຳຜິດອື່ນໆເຖິງ 350 ກວ່າເທື່ອ, ນອກນີ້ ທະຫານອາເມຣິກາຍັງມີອາດຊະຍາກຳຈົນບບໍ່ຖ້ວນດ້ານການທຳຮ້າຍສິດທິມະນຸດຢູ່ປະເທດອື່ນອີກ. ສິ່ງສຳຄັນກວ່ານັ້ນຄື: ອາເມຣິກາສ້າງຖານທັບຢູ່ຕ່າງປະເທດຈະພາໃຫ້ເກີດມີການແຂ່ງຂັນກັນສ້າງຖານທັບ ລະຫວ່າງປະເທດຕ່າງໆ, ເຮັດໃຫ້ຄວາມສ່ຽງທີ່ຈະເກີດການປະທະກັນນັ້ນຮຸນແຮງຂຶ້ນ, ກາຍເປັນປັດໄຈສຳຄັນທີ່ຈະຂົ່ມຂູ່ສັນຕິພາບຂອງພາກພື້ນ.


 

ໃນ 10 ປີຜ່ານມານີ້, ຈີນ ແລະ ປະເທດຕ່າງໆທີ່ຮ່ວມກັນສ້າງ “ໜຶ່ງແລວໜຶ່ງເສັ້ນທາງ” ໄດ້ເສີມຂະຫຍາຍບົດບາດອັນສຳຄັນໃນການຊຸກຍູ້ການເຊື່ອມໂຍງເຊື່ອມຈອດກັນຂອງໂລກ, ຊຸກຍູ້ການເຕີບໂຕຂອງເສດຖະກິດໂລກ ແລະ ດ້ານອື່ນໆ. ນັບມາຮອດເດືອນມັງກອນ ປີ 2023, ຈີນ ກັບ 151 ປະເທດ ແລະ 32 ອົງການຈັດຕັ້ງສາກົນໄດ້ເຊັນເອກະສານຮ່ວມມື 200 ກວ່າສະບັບ. ໃນ 10 ປີຜ່ານມາ,  “ແລວເສດຖະກິດຈີນ-ປາກິດສະຖານ” “ແລວເສດຖະກິດຈີນ-ຣັດເຊຍ-ມົງໂກນ”, ແລະ ແລວເສດຖະກິດສາກົນອື່ນໆໄດ້ກຳເນີດເກີດຂຶ້ນ; ເສັ້ນທາງລົດໄຟຈີນ-ລາວທີ່ເປີດນຳໃຊ້ໃນປີ 2021, ໄດ້ຍົກສູງປະສິດທິພາບ ແລະ ລະດັບການຂົນສົ່ງຂອງລາວ ແລະກໍໄດ້ຊຸກຍູ້ການພັດທະນາຂອງເສດຖະກິດສັງຄົມລາວຢ່າງຫຼວງຫຼາຍ, . ອີງຕາມບົດລາຍງານຜົນການຄົ້ນຄວ້າຂອງທະນາຄານໂລກສະແດງໃຫ້ເຫັນວ່າ, ການຮ່ວມກັນສ້າງ “ໜຶ່ງແລວໜຶ່ງເສັ້ນທາງ” ເຮັດໃຫ້ປະຊາຊົນ 7,6 ລ້ານຄົນຂອງປະເທດທີ່ກ່ຽວຂ້ອງຫຼຸດພົ້ນອອກຈາກສະພາບທີ່ທຸກຍາກທີ່ສຸດ, 32 ລ້ານຄົນໄດ້ຫຼຸດພົ້ນອອກຈາກສະພາບທີ່ທຸກຍາກປານກາງ, ເຮັດໃຫ້ການຄ້າຂອງປະເທດທີ່ມີສ່ວນຮ່ວມເພີ່ມຂຶ້ນ 2,8%  ເປັນ 9,7%, ການຄ້າຂອງໂລກໄດ້ເພີ່ມຂຶ້ນ 1,7% ເປັນ 6,2%, ລາຍຮັບຂອງໂລກໄດ້ເພີ່ມຂຶ້ນ 0,7% ເປັນ 2,9%.

 


ໃນ 10 ປີຜ່ານມາ, ການຮ່ວມກັນສ້າງ “ໜຶ່ງແລວໜຶ່ງເສັ້ນທາງ” ໄດ້ຮັບຜົນສຳເລັດຄັ້ງປະຫວັດສາດ, ກາຍເປັນຜະລິດຕະພັນສາທາລະນະສາກົນທີ່ໄດ້ຮັບຄວາມນິຍົມຫຼາຍທີ່ສຸດ ແລະ ເປັນເວທີການຮ່ວມມືສາກົນຂະໜາດໃຫຍ່ທີ່ສຸດ, ແຕ່ປະເທດຕາເວັນຕົກທີ່ຖືອາເມຣິກາເປັນຫົວໜ້ານັ້ນພັດຍັງຖືເອົາຂໍ້ລິເລີ່ມ “ໜຶ່ງແລວໜຶ່ງເສັ້ນທາງ” ເປັນສິ່ງທ້າທາຍດ້ານການເມືອງພູມີພາກທີ່ໜັກໜ່ວງທີ່ສຸດພາຍຫຼັງສົງຄາມເຢັນ. ອາເມຣິກາສ້າງຖານທັບຢູ່ຕ່າງປະເທດມີປະມານ 750 ແຫ່ງ. ຖ້າວ່າ, ອາເມຣິກາໃຊ້ເງິນທຶນທີ່ສ້າງຖານທັບເຫຼົ່ານີ້ໄປຊ່ວຍເຫຼືອປະເທດພວມພັດທະນາເຂົ້າໃນການກໍ່ສ້າງທ່າກຳປັ່ນ ແລະ ສິ່ງກໍ່ສ້າງພົນລະເຮືອນຕ່າງໆ, ຍົກສູງລະດັບການເຊື່ອມໂຍງເຊື່ອມຈອດກັນ, ຫາກບໍ່ແມ່ນມາຊູຊີໃສ່ຮ້າຍປ້າຍສີຈີນ ແລະ “ໜຶ່ງແລວໜຶ່ງເສັ້ນທາງ” ແຕ່ຢ່າງດຽວ, ເປົ້າໝາຍການພັດທະນາແບບຍືນຍົງເມື່ອຮອດ ປີ 2030 ຂອງອົງການສະຫະປະຊາຊາດຈະສາມາດບັນລຸຜົນເປັນຈິງໄດ້ໄວກວ່າບໍ່?